ບໍລິສັດ ນ້ຳເທີນ-ຫີນບູນ ອຸປະຖຳເກືອບ 1 ຕື້ກິີບ ຈັດງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນ ເປັນເຈົ້າພາບ
06/02/2024

ພິທີລົງນາມມອບ-ຮັບເງິນຊ່ວຍເຫຼືອຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 2 ກຸມພາ 2024 ທີ່ພະແນກສຶກສາທິການ ແລະກິລາແຂວງສາລະວັນ, ເປັນກຽດມອບໂດຍ ທ່ານ ປອ ຈີ່ຊົງ ຈື່ຫວ່າໄຊກິ ຜູ້ອຳນວຍການໃຫຍ່ບໍລິສັດ ນ້ຳເທີນ-ຫີນບູນ ພາວເວີ ຈຳກັດ (THPC) ແລະ ຮັບໂດຍ ທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ, ໂດຍມີ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ແລະ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ພ້ອມດ້ວຍຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ, ຄູ-ອາຈານ ແລະ ນ້ອງນັກຮຽນຈາກໂຮງຮຽນມັດທະຍົມສົມບູນຊົນເຜົ່າເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີ, ທ່ານ ສຸນີ ນາມມະບົວລີ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນ ໄດ້ສ້າງຕັ້ງຂຶ້ນໃນປີ 2011 ມາຮອດປັດຈຸບັນນີ້ ໄດ້ 12 ປີ ສະພາບອາຄານສະຖານການສຶກສາພາຍໃນໂຮງຮຽນ ກໍມີການເປເພເສຍຫາຍບາງສ່ວນ, ການບູລະນະຮັກສາຜ່ານມາໄດ້ ສ້ອມແປງຕາມງົບປະມານທີ່ໄດ້ຮັບໃນແຕ່ລະປີ. ໃນສົກປີ 2023 ໂດຍອີງໃສ່ຄວາມຕ້ອງການນໍາໃຊ້ ເພື່ອແກ້ໄຟໃຫ້ນັກຮຽນຂອງໂຮງຮຽນ ມີນໍ້ໍາດື່ມ ແລະ ນ້ຳໃຊ້ຢ່າງເປັນປົກກະຕິ ພະແນກສຶກສາທິການ ແລະ ກິລາແຂວງ ຈຶ່ງຮຽນສະເໜີຂໍງົບປະມານຈາກອຳນາດການປົກຄອງແຂວງ ໂດຍອີງໃສ່ຄວາມຈຳເປັນຂອງນັກຮຽນ-ຄູ ການນຳຂອງແຂວງ ຈຶ່ງຂໍການຊ່ວຍເຫຼືອຈາກ ບໍລິສັດ ນໍ້າເທີນ-ຫີນບູນ ພາວເວີ ຈຳກັດ ໃຫ້ທຶນຊ່ວຍເຫຼືອລ້າສ້ອມແປງລະບົບນ້ຳດື່ມ, ນ້ຳໃຊ້ ແລະ ສ້ອມແປງໄຟຟ້າ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນ ມູນຄ່າ 132.600.000 ກີບ. ນອກນັ້ນ, ທາງບໍລິສັດນໍ້າເທີນ-ຫີນບູນ ພາວເວີ ຈຳກັດ ຍັງໄດ້ມອບເງິນ ຈໍານວນ 40.000 ໂດລາສະຫາລັດ ໃຫ້ແຂວງສາລະວັນ ເພື່ອນຳໃຊ້ເຂົ້າໃນການກະກຽມຈັດງານມະຫະກຳກິລານັກຮຽນ ມັດທະຍົມທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນ ເປັນເຈົ້າພາບໃນທ້າຍປີ 2024 ນີ້ຕື່ມອີກ.
ໂອກາດນີ້, ທ່ານ ສົມໃຈ ອຸ່ນຈິດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ທ່ານຜູ້ອຳນວຍການໃຫຍ່ບໍລິສັດ ນ້ຳເທີນ-ຫີນບູນ ພາວ ຈຳກັດ ທີ່ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນທຶນຮອນເຂົ້າໃນການປັບປຸງລະບົບໄຟຟ້າ, ນໍ້າປະປາໃຫ້ແກ່ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນ ແລະ ຊ່ວຍໃນການຫ້າງຫາກະກຽມຄວາມພ້ອມຈັດງານມະຫະກຳກິລານັກຽນມັດທະຍົມ ຄັ້ງທີ 7 ທີ່ແຂວງສາລະວັນ ເປັນເຈົ້າພາບ ຊຶ່ງເປັນການປະກອບສ່ວນສໍາຄັນຕໍ່ການພັດທະນາຂະແໜງການສຶກສາ ແລະ ກິລາ ກໍຄືການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງສາລະວັນໃຫ້ດີຂຶ້ນ.
ຂ່າວ: ລັດຕະນາ ແສງສຸວັນ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
