Skip to main content

ແຂ່ງຂັນເຕະບານ ມິດຕະພາບ ຕ້ອນຮັບພີ່ນ້ອງເຊື້ອຊາດລາວ ຈາກສະຫະລັດອາເມຣິກາ ຫວນຄືນບ້ານເກີດເມືອງນອນ

06/02/2024

ກົມພົວພັນຄົນເຊື້ອຊາດລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະມາຄົມການສຶຶກສາພາກເອກະຊົນ ຈັດເເຂ່ງຂັນເຕະບານນັດພິເສດ ມິດຕະພາບ ເພື່ອຕ້ອນຮັບຂະບວນພີ່ນ້ອງຄົນເຊື້ອຊາດລາວຈາກສະຫະລັດອາເມຣິກາ ໄດ້ກັບຄືນມາຢ້ຽມຢາມບ້ານເກີດເມືອງນອນ, ກັບຄືນມາເບິ່ງສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວໃນປັດຈຸບັນ ເພື່ອເປັນຈິດໜຶ່ງໃຈດຽວກັນສ້າງສາພັດທະນາປະເທດຊາດອັນເເສນຮັກ ແນໃສ່ກະຕຸ້ນເປີດປີທ່ອງທ່ຽວລາວ ໃຫ້ມີບັນຍາກາດຄຶກຄື້ນ.


ການແຂ່ງຂັນກິລາເຕະບານ ມິດຕະພາບ ລະຫວ່າງ ສະມາຄົມການສຶກສາພາກເອກະຊົນ ພົບກັບ ທີມພີ່ນ້ອງເຊື້ອຊາດລາວ ທີ່ມາຈາກສະຫະລັດອາເມຣິກາ ຈັດຂຶ້ນໃນຕອນບ່າຍວັນທີ 4 ກຸມພາ 2024 ທີ່ສະໜາມກິລາກາງ ມະຫາວິທະຍາໄລເເຫ່ງຊາດ ວິທະຍາເຂດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສີສຸກ ໄຊຍະລາດ ຮອງຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ກະຊວງການຕ່າງປະເທດ, ທ່ານ ປອ ຄໍາເເສນ ສີສະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ທັງເປັນປະທານສະມາຄົມການສຶກສາພາກເອກະຊົນລາວ ແລະ ທ່ານ ນາງ ຖາວອນ ຊະນະຂຸນເພັດ ຫົວຫນ້າຄະນະນໍາພີ່ນ້ອງເຊື້ອຊາດລາວ ທີ່ມາຈາກສະຫະລັດອາເມຣິກາ ພ້ອມດ້ວຍນັກກິລາແຕ່ລະພາກສ່ວນ ກໍຄື ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຟົດຟື້ນ.
ການຈັດເເຂ່ງຂັນກິລາຄັ້ງນີ້ ຈັດຂຶ້ນ ກໍເພື່ອຮັດເເໜ້ນຄວາມສາມັກຄີຮັກເເພງລະຫວ່າງພີ່ນ້ອງຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ສະຫະລັດອາເມຣິກາ ຮ່ວມກັບ ສະມາຄົມການສຶກສາພາກເອກະຊົນ. ນອກຈາກນີ້, ຍັງເປັນການເປີດໂອກາດໃຫ້ພີ່ນ້ອງຄົນເຊື້ອຊາດລາວ ໄດ້ກັບຄືນມາຢ້ຽມຢາມບ້ານເກີດເມືອງນອນ, ກັບຄືນມາເບິ່ງສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວໃນປັດຈຸບັນ ເພື່ອເປັນຈິດໜຶ່ງໃຈດຽວກັນສ້າງສາພັດທະນາປະເທດຊາດອັນເເສນຮັກຂອງພວກເຮົາ ແນໃສ່ກະຕຸ້ນເປີດປີທ່ອງທ່ຽວລາວ ໃຫ້ມີບັນຍາກາດຄຶກຄື້ນ.

ຜ່ານການເເຂ່ງຂັນຜົນປະກົດວ່າ ໃນເກມແຂ່ງຂັນ 90 ນາທີ ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີໄມຕີຈິດ ມິດຕະພາບຢ່າງເເຫນ້ນເເຟ້ນ ຜົນປະກົດວ່າ: ສະມາຄົມການສຶຶກສາພາກເອກະຊົນລາວ ສາມາດເອົາຊະນະ ພີ່ນ້ອງເຊື້ອຊາດລາວ ທີ່ມາຈາກສະຫະລັດອາເມຣິກາ ໄປແບບຫວຸດຫວິດ 2-1 ປະຕູ.

ຂໍ້ມູນ-ພາບ: ເດດອາລຸນ ແກ້ວິໄລ
ຮຽບຮຽງໂດຍ: ສົງການ ພັນແພງດີ