Skip to main content

ສອງອ້າຍນ້ອງພັນທະຈັກ ນັກກິລາເຍົາວະຊົນລາວ ສ້າງຜົນງານຄວ້າ 3 ຫຼຽນເງິນ ແລະ 4 ຫຼຽນທອງ ລອຍນໍ້າຊີງແຊ໋ມລະດັບໂຮງຮຽນຂົງເຂດອາຊີ

06/02/2024

ນາງ ວິພະດາ ພັນທະຈັກ ຫຼື ນ້ອງ ວິນນີ້ ອາຍຸ 7 ປີ ແລະ ທ້າວ ສຸກພະໄຊ ພັນທະຈັກ (ນ້ອງ ວິນເນີ້) ອາຍຸ 9 ປີ ສອງອ້າຍນ້ອງນັກກິລາລອຍນໍ້າ ຕົວແທນຂອງໂຮງຮຽນນານາຊາດ ຮິດຟິວ (HIS) ນະຄອນຫຼວງວຽງຈັນ ສປປ ລາວ ສ້າງຜົນງານຢ່າງໂດດເດັ່ນ ຄວ້າ 3 ຫຼຽນເງິນ ແລະ 4 ຫຼຽນທອງ
ໃນການແຂ່ງຂັນລອຍນໍ້າລະດັບໂຮງຮຽນ ຂົງເຂດອາຊີ ຫຼື ລາຍການ AITN Bangkok Asian Open International AQUATICE Championship 2024 ລະຫວ່າງວັນທີ 2-4 ກຸມພາ 2024 ທີ່ນະຄອນຫຼວງບາງກອກ ປະເທດໄທ.


ການແຂ່ງຂັນລອຍນໍ້າລະດັບໂຮງຮຽນ ຂົງເຂດອາຊີໃນຄັ້ງນີ້ ມີນັກກິລາ 900 ກວ່າຄົນ ຈາກ 14 ປະເທດໃນຂົງເຂດອາຊີ ສົ່ງເຂົ້າຮ່ວມແຂ່ງຂັນປະກອບມີ ໂຮງຮຽນນານາຊາດ ຮິດຟິວ (HIS) ນະຄອນຫຼວງວຽງຈັນ ຕາງໜ້າສປປ ລາວ, ບຣູໄນ, ກຳປູເຈຍ, ຮົງກົງ, ອິນເດຍ, ອິນໂດເນເຊຍ, ຄາຊັກສະຖານ, ກີກິສຖານ, ມາເລເຊຍ, ມົງໂກລີ, ມຽນມາ, ຟິລິບປິນ, ຫວຽດນາມ ແລະ ໄທ ເຈົ້າພາບ.
ສຳລັບຜົນງານຂອງນັກກິລາລອຍນໍ້າສອງອ້າຍນ້ອງຖືວ່າບໍ່ທຳມະດາ ສາມາດຍາດໄດ້ 3 ຫຼຽນເງິນ ແລະ 4 ຫຼຽນທອງ, ໃນນັ້ນ ໄດ້ຈາກ ນາງ ວິພະດາ ພັນທະຈັກ ທັງໝົດ 6 ຫຼຽນ ຄື: 3 ຫຼຽນເງິນ ແລະ 3 ຫຼຽນທອງ ສະເພາະ 3 ຫຼຽນເງິນ ໄດ້ຈາກປະເພດລອຍທ່າ ຟຣີສະຕາຍ ຄິກ 50 ແມັດຍິງ, ຟຣີສະຕາຍທົ່ວໄປ 50 ແມັດຍິງ ແລະ ຟຣີສະຕາຍທົ່ວໄປ 100 ແມັດຍິງ ສ່ວນ 3 ຫຼຽນທອງ ໄດ້ຈາກລອຍທ່າແມງກະເບື້ອ ຄິກ 50 ແມັດຍິງ, ທ່າແມງກະເບື້ອທົ່ວໄປ 50 ແມັດຍິງ ແລະ ທ່າລອຍຫງາຍ 50 ແມັດຍິງ ສ່ວນ ທ້າວ ສຸກພະໄຊ ພັນທະຈັກ ຍາດໄດ້ 1 ຫຼຽນທອງ ຈາກລອຍທ່າ ຟຣີສະຕາຍທົ່ວໄປ 50 ແມັດຊາຍ ນີ້ຄືຜົນງານຊຶ່ງເປັນຄັ້ງທຳອິດທີ່ ວິນເນີ້ ແລະ ວິນນີ້ ໄດ້ເຂົ້າຮ່ວມແຂ່ງຂັນລາຍການລະດັບນານາຊາດ.

ໂອກາດນີ້, ທ່ານ ດຣ ອາກຸສຕີນັສ ເຮີມີໂນ້ (ເຮັນຣີ້) ຄູຝຶກລອຍນໍ້າລະດັບສາກົນຂອງໂຮງຮຽນນານາຊາດ ຮິດຟິວ ຊາວອິນໂດເນເຊຍ ອະດີດນັກກິລາລອຍນໍ້າມາຣາທອນ (Open Water Swimming) ໃຫ້ຮູ້ວ່າ: ວິນເນີ້ ແລະ ວິນນີ້ ເປັນນັກກິລາທີ່ມີພອນສະຫວັນ ແລະ ພອນສະແຫວງ ເຫັນໄດ້ຈາກການຝຶກຊ້ອມ ມີສະຖິຕິທີ່ດີສາມາດຍາກແຍ່ງຫຼຽນລາງວັນ ໄດ້ໃນລະດັບນານາຊາດ ທາງໂຮງຮຽນ ກໍຄືຜູ້ປົກຄອງ ແລະ ຄູຝຶກ ຈຶ່ງຕັດສິນໃຈສົ່ງນ້ອງທັງສອງໄປທົດສອບຄວາມສາມາດ ຫາປະສົບການໃໝ່.
ຄູຝຶກຊາວອິນໂດເນເຊຍ ໃຫ້ຮູ້ອີກວ່າ: ໃນຕໍ່ໜ້າຫວັງຈະສົ່ງເສີມ ວິນເນີ້ ແລະ ວິນນີ້ ໃຫ້ກາຍເປັນນັກກິລາທີມຊາດໃນອະນາຄົດ, ສຳລັບການແຂ່ງຂັນຕໍ່ໄປ ກໍຍັງຈະສືບຕໍ່ນຳພາ ວິນເນີ້ ແລະ ວິນນີ້ ເຂົ້າຮ່ວມລາຍການ Vientiane International School, Jakarta Open, Malaysia Open ແລະ Indonesia Open ໃນປີ 2024 ນີ້.

ຂໍ້ມູນຈາກ: ໂທລະພາບແຫ່ງຊາດ
ຂ່າວໂດຍ: ສົງການ ພັນແພງດີ