ເພາະກາຍຊີງແຊັມອາຊຽນ ຄັ້ງທີ 18 ພຶດສະພານີ້ ມີການຕອບຮັບເຂົ້າຮ່ວມແຂ່ງຂັນ 9 ປະເທດ ຊີງໄຊ 25 ຫຼຽນຄໍາ

ການແຂ່ງຂັນກິລາເພາະກາຍ ຊີງແຊັມອາຊຽນ ຄັ້ງທີ 18 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຊຶ່ງປັດຈຸບັນ ໄດ້ມີບັນດາຊາດອາຊຽນ ຕອບຮັບເຂົ້າຮ່ວມແຂ່ງຂັນ 9 ປະເທດ ຄື: ໄທ, ສສ ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ກໍາປູເຈຍ, ບຣູໄນ, ມຽນມາ, ສິງກະໂປ ແລະ ສປປ ລາວ ໂດຍມີການຊີງໄຊກັນ 25 ຫຼຽນຄໍາ, 25 ຫຼຽນເງິນ ແລະ 25 ຫຼຽນທອງ.
ພິທີຖະແຫຼງຂ່າວການແຂ່ງຂັນກິລາເພາະກາຍ ຊີງແຊັມອາຊຽນ ຄັ້ງທີ 18 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 9 ກຸມພາ 2024 ທີ່ໂຮງແຮມດອນຈັນພາເລດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ທ່ານ ດາໂຕະ ພໍຊົວ ປະທານສະຫະພັນກິລາເພາະກາຍໂລກ ພ້ອມດ້ວຍບັນດາຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງພ້ອມພຽງ.
ໃນພິທີ, ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ-ເລຂາທິການ ສະຫະພັນກິລາເພາະກາຍແຫ່ງຊາດລາວ ໄດ້ກ່າວວ່າ: ການຈັດແຂ່ງຂັນເພາະກາຍຊີງແຊັມອາຊຽນ ຄັ້ງທີ 18 ແມ່ນເພື່ອເປັນການເພີ່ມທະວີການຍົກລະດັບ ແລະ ພັດທະນານັກກິລາເພາະກາຍທີມຊາດລາວ ເພື່ອເປັນການກະຕຸ້ນການທ່ອງທ່ຽວລາວ ປີ 2024 ແລະ ເພີ່ມທະວີການປະຊາສໍາພັນການທ່ອງທ່ຽວລາວຍິ່ງຂຶ້ນ. ນອກຈາກນີ້, ຍັງເປັນການສ້າງຂະບວນການແຂ່ງຂັນກິລາໃນອາຊຽນ ແລະ ຂໍ່ານັບຮັບຕ້ອນກອງປະຊຸມສຸດຍອດອາຊຽນ ປີ 2024 ທີ່ ສປປ ລາວ ເປັນເຈົ້າພາບ ພ້ອມທັງເປັນການສືບຕໍ່ການສະເໜີເປັນເຈົ້າພາບ ຈັດການແຂ່ງຂັນເພາະກາຍຊີງແຊັມທະວີບອາຊີ ແລະ ຊີງແຊັມໂລກ ໃນ 4 ປີຕໍ່ໜ້າ.
ປັດຈຸບັນ, ບັນດາປະເທດອາຊຽນ ໄດ້ມີການຕອບຮັບເຂົ້າຮ່ວມແຂ່ງຂັນແລ້ວ 9 ປະເທດ ຄື: ໄທ, ສສ ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ກໍາປູເຈຍ, ບຣູໄນ, ມຽນມາ, ສິງກະໂປ ແລະ ສປປ ລາວ ໂດຍຈະມີການຊີງໄຊກັນ 25 ຫຼຽນຄໍາ, 25 ຫຼຽນເງິນ ແລະ 25 ຫຼຽນທອງ ປະກອບມີ 8 ປະເພດ ຄື: ເພາະກາຍຊາຍ 9 ຮຸ່ນ, ເພາະກາຍຊີງແຊັມ Mr South east Asia 1 ຮຸ່ນ, ຊາຍຫຸ່ນງາມ 4 ຮຸ່ນ, ຍິງຫຸ່ນງາມ 4 ຮຸ່ນ, ເພາະກາຍຍິງ 1 ຮຸ່ນ, ເພາະກາຍຊາຍ Athletic 4 ຮຸ່ນ, ເພາະກາຍຊາຍ ສະແດງລີລາປະກອບເພງ 1 ຮຸ່ນ ແລະ ສະແດງລີລາປະກອບເພງ ຄູ່ຍິງ-ຊາຍ 1 ຮຸ່ນ ຊຶ່ງການແຂ່ງຂັນຈະຈັດຂຶ້ນໃນລະຫວ່າງວັນທີ 16-20 ພຶດສະພາ 2024 ທີ່ໂຮງແຮມດອນຈັນພາເລດ.
ຮຽບຮຽງໂດຍ: ດາວຫວຽດ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026





