Skip to main content

ສຕລ ຮ່ວມກັບ ສຕຂ ຫຼວງນ້ຳທາ ຍົກລະດັບກຳມະການຕັດສິນກິລາບານເຕະຂັ້ນພື້ນຖານ ຢູ່ ເມືອງສິງ

13/02/2024

ສະຫະພັນກິລາບານເຕະແຫ່ງຊາດລາວ (ສຕລ) ຮ່ວມກັບ ສະຫະພັນກິລາບານເຕະແຂວງ ຫຼື ສຕຂ ຫຼວງນໍ້າທາ ໄດ້ເປີດຝຶກອົບຮົມກຳມະການຕັດສິນກິລາບານເຕະຂັ້ນພື້ນຖານ ໃນວັນທີ 12 ກຸມພາ 2024 ທີ່ຫ້ອງປະຊຸມ ຫ້ອງການສຶກສາທິການ ແລະ ກິລາ ເມືອງສິງ ແຂວງຫຼວງນ້ຳທາ, ໂດຍການເປັນປະທານຂອງ ທ່ານ ຄໍາຕັນ ສິງດາວເຮືອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສິງ, ມີທ່ານ ວັນດີ ພົມທອງ ຮອງປະທານສະຫະພັນກິລາບານເຕະແຂວງຫຼວງນໍ້າທາ, ທ່ານ ທອງປະເສີດ ພອນສີຣິຍະວົງ ຫົວໜ້າຫ້ອງການນິຕິກໍາ ສຕລ ແລະ ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ພ້ອມດ້ວຍ ມີເລຂາທິການກໍາມະການຕັດສິນກິລາບານເຕະຈາກໂຮງຮຽນມັດທະຍົມຕອນຕົ້ນ, ໂຮງຮຽນ ມສ ອ້ອມຂ້າງເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ສອງກອງບັນຊາການ ແລະ ຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ 25 ທ່ານ


ໃນພິທີ, ທ່ານ ໄຊປະເສີດ ພົງຊະນິດ ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ ແມ່ນໂຄງການປະຈຳປີຂອງສະຫະພັນບານເຕະແຫ່ງຊາດລາວ ເພື່ອເປັນການພັດທະນາທັກສະຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງໃຫ້ແກ່ກຳມະການຕັດສິນ. ພ້ອມດຽວກັນນັ້ນ ຜູ້ເຂົ້າຮວ່ມຈະໄດ້ຮຽນຮູ້ກະຕິກາ ກິລາບານເຕະທີ່ມີການປັບປຸງໃໝ່ ປະຈຳປີ 2023-2024, ການຂຽນບົດລາຍງານຂອງກໍາມະການຕັດສິນໃຫ້ຖືກຕ້ອງຕາມຫຼັກການ FIFA ແລະ ການຝຶກອົບຮົມຄັ້ງນີິ້ແມ່ນຈະໃຊ້ເວລາ 5 ວັນ ຈຶ່ງຈະສິ້ນສຸດ.
ໃນໂອກາດນີ້, ທ່ານ ຄໍາຕັນ ສິງດາວເຮືອງ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ແມ່ນມີເວລາສັ້ນດັ່ງນັ້ນ ຮຽກຮ້ອງໃຫ້ທຸກຄົນຈົ່ງເອົາໃຈໃສ່ຕັ້ງໜ້າຮຽນເອົາຄວາມຮູ້ທາງທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອໄປຍົກລະດັບຕົວເອງໃຫ້ສູງເທົ່າທີ່ຈະສູງໄດ້.

ຂ່າວໂດຍ: ຕ່າຍອໍລະໄພ ໄຊຍະສິງ (ສກຂ ຫຼວງນ້ຳທາ)