ສາລະວັນ ພ້ອມແລ້ວ ຈະເປັນເຈົ້າພາບ ຈັດງານກິລານັກຮຽນທົ່ວປະເທດ ຄັ້ງທີ VII ທ້າຍປີ 2024

ແຂວງສາລະວັນ ພ້ອມແລ້ວຈະເປັນເຈົ້າພາບ ຈັດງານມະຫະກໍາແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ລະຫວ່າງວັນທີ 13-22 ທັນວາ 2024 ພ້ອມກໍານົດໃຫ້ມີການຊີງໄຊທັງໝົດ 134 ລາຍການ, ໃນນັ້ນ ມີ 396 ຫຼຽນຄຳ, 396 ຫຼຽນເງິນ ແລະ 526 ຫຼຽນທອງ ລວມທັງໝົດ 1.318 ຫຼຽນ ພ້ອມທັງກຳນົດເອົາ ຫໍໄຕ ເປັນໂລໂກ້ ແລະ ຊ້າງ ເປັນສັດນຳໂຊກ.
ພິທີຖະແຫຼງຂ່າວການກຽມຄວາມພ້ອມເປັນເຈົ້າພາບ ຈັດງານມະຫະກໍາແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ໃນວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມວິທະຍາໄລຄູສາລະວັນ ໂດຍມີ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້ແຂວງສາລະວັນ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າກົມ-ຮອງຫົວໜ້າທີ່ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າພະແນກ, ຄະນະຮັບຜິດຊອບ ຕະຫຼອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ດາວວົງ ພອນແກ້ວ ກ່າວວ່າ: ງານມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ແມ່ນເລີ່ມຈັດການແຂ່ງຂັນ ຄັ້ງທີ I ໃນປີ 1999 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ເປັນຕົ້ນມາ ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ເຫັນໄດ້ຄວາມໝາຍຄວາມສຳຄັນ ຈຶ່ງໄດ້ກຳນົດນະໂຍບາຍ ໃນການສົ່ງເສີມຂະບວນການແຂ່ງຂັນກິລາຂອງນັກຮຽນມັດທະຍົມສຶກສາ ຢູ່ພາຍໃນສະຖານການສຶກສາທຸກຊັ້ນ, ທຸກສາຍ ທັງພາກລັດ ແລະ ເອກະຊົນ ຕາມ 5 ຫຼັກມູນຂອງການສຶກສາ ແນໃສ່ສົ່ງເສີມການຮັກສາສຸຂະພາບ ແລະ ຕິດພັນກັບການສະກັດກັ້ນບັນຫາຢາເສບຕິດໃນສະຖານການສຶກສາ ຜັນຂະຫຍາຍໄປສູ່ບັນດາແຂວງເມືອງ ແລະ ກຸ່ມໂຮງຮຽນ, ໂຮງຮຽນ ໃຫ້ມີຂະບວນການຈັດງານແຂ່ງຂັນກິລາປະຈຳປີ ຢ່າງເປັນປົກກະຕິ. ແຂວງ, ນະຄອນຫຼວງ, ເມືອງ, ນະຄອນ ທີ່ມີເງື່ອນໄຂ ກໍໄດ້ຜັດປ່ຽນກັນເປັນເຈົ້າພາບ ຈັດການແຂ່ງຂັນກິລານັກຮຽນມັດທະຍົມສຶກສາ ປະຈຳປີຂຶ້ນ ເພື່ອຄວາມສາມັກຄີ, ເພື່ອຮັກສາສຸຂະພາບ, ເພື່ອການຄັດເລືອກນັກກິລາຂອງຕົນເອງ ທີ່ມີພອນສະຫວັນ, ເປັນນັກກິລາຮຸ່ນສືບທອດໃຫ້ທີມຊາດ ໃນອະນາຄົດ.
ພາຍຫຼັງສຳເລັດການຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VI ປີ 2017 ທີ່ແຂວງບໍລິຄຳໄຊ ເປັນເຈົ້າພາບ, ລັດຖະບານ ໄດ້ມອບໝາຍໃຫ້ແຂວງສາລະວັນ ຮັບເອົາທຸງກິລານັກຮຽນ ເພື່ອສືບຕໍ່ເປັນເຈົ້າພາບໃນການຈັດການແຂ່ງຂັນ ຄັ້ງທີ VII ໃນປີ 2020. ແຕ່ອີງໃສ່ສະພາບການກໍ່ສ້າງສະໜາມພິທີເປີດ-ປິດ ຕິດພັນກັບງົບປະມານຮັບໃຊ້, ການປັບປຸງສະໜາມແຂ່ງຂັນກິລາບາງປະເພດ ບວກກັບການລະບາດຂອງພະຍາດໂຄວິດ-19 ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ຈຶ່ງເຮັດໃຫ້ບໍ່ສາມາດຈັດການແຂ່ງຂັນໄດ້ຕາມແຜນການທີ່ກຳນົດໄວ້. ແຕ່ເຖິງແນວໃດກໍຕາມ ຍ້ອນຄວາມເອົາໃຈໃສ່, ຄວາມຕັດສິນໃຈສູງຂອງອຳນາດການປົກຄອງແຂວງ ຈຶ່ງສືບຕໍ່ສະເໜີລັດຖະບານ ເພື່ອພິຈາລະນາ ຂໍຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ໃນທ້າຍປີ 2024 (ກົງກັບວັນທີ 13-22 ທັນວາ) ແລະ ແຂວງພວກເຮົາ ກໍໄດ້ມີການປະສານສົມທົບກັບກະຊວງສຶກສາທິການ ແລະ ກິລາ ໄດ້ມີການກະກຽມຄວາມພ້ອມ ທາງດ້ານນິຕິກຳ, ພື້ນຖານໂຄງລ່າງສະໜາມ ພິທີເປີດ-ປິດ, ກຳນົດສະໜາມແຂ່ງຂັນກິລາປະເພດຕ່າງໆ, ກຳນົດສະຖານທີ່ພັກເຊົາຂອງຄະນະນຳ, ຄູຝຶກ ແລະ ນັກກິລາ.
ທ່ານ ປອ ດາວວົງ ພອນແກ້ວ ກ່າວຕື່ມອີກວ່າ: ອິງຕາມມະຕິກອງປະຊຸມຂອງຄະນະຮັບຜິດຊອບລະດັບຊາດ ຄັ້ງທີ I ທີ່ຈັດຂື້ນໃນວັນທີ 15 ພະຈິກ 2023 ໄດ້ມີການປຶກສາຫາລື ແລະ ຕົກລົງຮັບຮອງເອົາຫຼາຍວຽກງານທີ່ເປັນຫົວໃຈສຳຄັນຂອງງານເປັນຕົ້ນ: ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ແຫ່ງ ສປປລາວ ສະບັບເລກທີ 128/ນຍ, ລົງວັນທີ 25 ກັນຍາ 2023 ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດຈັດງານມະຫະກໍາແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024 ທີ່ແຂວງສາລະວັນ; ສຳເລັດການອອກຂໍ້ຕົກລົງ ສະບັບເລກທີ 03/ຄກຈຊ.VII, ລົງວັນທີ 13 ທັນວາ 2023 ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII; ສຳເລັດການອອກຂໍ້ຕົກລົງ ວ່າດ້ວຍ ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄະນະຮັບຜິດຊອບລະດັບຊາດ ສະບັບເລກທີ 02/ຄກຈຊ.VII, ລົງວັນທີ 13 ທັນວາ 2023; ສຳເລັດການ ອອກຂໍ້ກຳນົດວ່າດ້ວຍ ການຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ສະບັບເລກທີ 04/ຄກຈຊ.VII, ລົງວັນທີ 13 ທັນວາ 2023; ຮັບຮອງ ແລະ ສຳເລັດການປະກອບບຸກຄະລາກອນ ເຂົ້າໃນອະນຸກຳມະການຝ່າຍຕ່າງໆ ຈຳນວນ 35 ອະນຸກຳມະການ; ຮັບຮອງເອົາການກຳນົດວັນທີ 13 ທັນວາ 2024 ເປັນມື້ເປີດງານຢ່າງເປັນທາງການ ແລະ ວັນທີ 22 ທັນວາ 2024 ເປັນມື້ປິດງານຢ່າງເປັນທາງການ, ຮັບຮອງເອົາການກຳນົດເອົາ ຫໍໄຕ ເປັນໂລໂກ ແລະ ໂຕ ຊ້າງ ເປັນສັດນຳໂຊກ ຂອງງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII; ຮັບຮອງເອົາແຜນການເຄື່ອນໄຫວວຽກງານລວມ ຂອງການຈັດງານແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII; ສຳເລັດການຄົ້ນຄວ້າ ກ່ຽວກັບຂໍ້ຕົກລົງວ່າດ້ວຍລະບຽບການຄຸ້ມຄອງງົບປະມານ ຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024 ທີ່ ແຂວງ ສາລະວັນ; ສຳເລັດການຄົ້ນຄວ້າໂດຍພື້ນຖານ ໃນການຈັດສັນງົບປະມານຮັບໃຊ້ຈຳນວນ 30 ຕື້ກີບໃຫ້ 10 ກຳມະການ; ກະກຽມອອກໜັງສືແຈ້ງການເຊີນ ບັນດາແຂວງ, ນະຄອນຫຼວງເຂົ້າຮ່ວມການແຂ່ງຂັນ ແລະ ກຳນົດເອົາ 12 ປະເພດກິລາຈັດເຂົ້າໃນການແຂ່ງຂັນ ປະກອບມີ: ກິລາ ແລ່ນ-ລານ, ບານເຕະ, ບານສົ່ງ ໃນຮົ່ມ/ຫາດຊາຍ, ບານບ້ວງ, ກະຕໍ້, ປິ່ງປ່ອງ, ດອກປີກໄກ່, ເປຕັງ, ໝາກແລ້, ໜ້າເກັກ, ໝາກເສິກ ແລະ ເທັຄວັນໂດ ທັງ 12 ປະເພດແມ່ນແຂ່ງຂັນທັງປະເພດຊາຍ-ຍິງ.
ນອກຈາກນີ້, ກໍຍັງມີການຕິດຕາມ ແລະ ຊຸກຍູ້ການກໍ່ສ້າງສະໜາມພິທີເປີດ-ປິດ ແລະ ປັບປຸງສະໜາມແຂ່ງຂັນຈຳນວນໜຶ່ງ ໂດຍກຳນົດເອົາສະໜາມກິລາທີ່ມີຢູ່ໃນສະຖານການສຶກສາ ຄາດຄະເນແມ່ນໃຫ້ສຳເລັດກ່ອນການເປີດງານ; ສັງລວມແລ້ວ ມາຮອດມື້ນີ້ ເຫັນວ່າການກະກຽມຄວາມພ້ອມ ໃນການຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ໄດ້ມີຄວາມພ້ອມໂດຍພື້ນຖານແລ້ວ ສະນັ້ນ ໃນໂອກາດນີ້ ຂໍຮຽກຮ້ອງມາຍັງການນຳຂອງແຂວງ, ພະນັກງານທະຫານ, ຕໍາຫຼວດ, ນັກທຸລະກິດ, ພໍ່ຄ້າ-ຊາວຂາຍ ຕະຫຼອດຮອດປະຊາຊົນບັນດາເຜົ່າຊາວແຂວງສາລະວັນ ກໍຄືພາຍໃນ ແລະ ຕ່າງປະເທດ ຈົ່ງພ້ອມກັນເປັນຈິດໜຶ່ງໃຈດຽວ ໃນການປະກອບສ່ວນເປັນເຈົ້າພາບທີ່ດີ, ຕ້ອນຮັບດີ, ບໍລິການດີ, ປະກອບສ່ວນສະໜັບສະໜູນ ເປັນເຈົ້າການໃນການຮັກສາຄວາມສະຫງົບ-ຄວາມປອດໄພ, ຄວາມສະອາດຈົບງາມ ເຮັດໃຫ້ງານແຂ່ງຂັນຄັ້ງນີ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ມີຄວາມສາມັກຄີ, ມິດຕິພາບ, ສຸຂະພາບ ແລະ ພັດທະນາແບບຍືນຍົງ.
ພ້ອມກັນນັ້ນ ໃນປີທ່ອງທ່ຽວ 2024 ນີ້ ແຂວງສາລະວັນ ຂໍຖືໂອກາດນີ້ເຊີນຊວນບັນດາທ່ານ ເຂົ້າມາຢ້ຽມຢາມທ່ຽວຊົມ ແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ຊົນເຜົ່າ ແລະ ປະຫວັດສາດ ເປັນຕົ້ນແມ່ນ ແຫຼ່ງທ່ອງທຽວຕາດເລາະ – ຕາດຮັງ, ຖ້ຳພຜາສຸກ, ຫໍໄຕຼປີດົກກາງນ້ຳ ແລະ ແຫຼ່ງທ່ອງທ່ຽວອື່ນໆທີ່ໜ້າທ່ຽວຊົມ ທີ່ໄດ້ຮັບການປັບປຸງ ພາຍໃຕ້ສະໂລແກນທີ່ວ່າ “ໝາກພ້າວນາໄຊ, ປິ່ງໄກ່ນາປົ່ງ, ເຫຼົ້າຂາວເມືອງຄົງ, ສຽງແຄນສາລະວັນ” ພ້ອມນີ້ ກໍຫວັງວ່າບັນດາບໍລິສັດ, ນັກທຸລະກິດ, ຫ້າງຮ້ານ, ທຸກຊັ້ນຄົນ ຈະໃຫ້ການສະໜັບສະໜູນ, ປະກອບສ່ວນໃຫ້ການອຸປະຖຳ ແກ່ການຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ໃນຄັ້ງນີ້ ແລະ ຂໍເຊີນຊວນ ບັນດາທ່ານການນຳຂອງແຂວງ, ນະຄອນຫຼວງ ຊ່ວຍຊຸກຍູ້ສົ່ງເສີມ, ປະກອບສ່ວນຊ່ວຍເຫຼືອແຂວງສາລະວັນພວກເຮົາ ແລະ ສົ່ງນັກກິລາ ທີ່ຢູ່ໃນຄວາມຮັບຜິດຊອບຂອງບັນດາທ່ານ ເຂົ້າຮ່ວມງານແຂ່ງຂັນ ໃຫ້ມີຄວາມຄືກຄື້ນ, ມ່ວນຊື່ນ ແລະ ມີຜົນສຳເລັດອັນຈົບງາມທຸກປະການ.
ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຂຶ້ນທຸກໆ 3 ປີ ນັບແຕ່ປີ 1999 ມາເຖິງປີ 2017 ລວມທັງໝົດ 6 ຄັ້ງ ໂດຍບັນດາແຂວງ ທີ່ມີເງື່ອນໄຂຄວາມພ້ອມທາງດ້ານພື້ນຖານໂຄງລ່າງສະໜາມກິລາ ແລະ ມີສິ່ງອຳນວຍຄວາມສະດວກເພື່ອຮອງຮັບການຈັດການແຂ່ງຂັນ ໄດ້ພັດປ່ຽນກັນເປັນເຈົ້າພາບ ສຳລັບຄັ້ງທີ I ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 5-7 ຕຸລາ 1999; ຄັ້ງທີ II ແຂວງຄຳມ່ວນ ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 2-10 ກຸມພາ 2002; ຄັ້ງທີ III ແຂວງຫຼວງພະບາງເປັນເຈົ້າພາບ ຈັດຂຶ້ນໃນວັນທີ 10-18 ມີນາ 2007; ຄັ້ງທີ IV ແຂວງ ສະຫວັນນະເຂດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 1-09 ເມສາ 2011; ຄັ້ງທີ V ແຂວງຈຳປາສັກ ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 13-22 ກຸມພາ 2014 ແລະ ຄັ້ງທີ VI ແຂວງບໍລິຄຳໄຊ ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 1-9 ກຸມພາ 2017.
ຂ່າວໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
