ເປີດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ກຽມຈັດງານກິລານັກຮຽນ ທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ
15/02/2024

ເປີດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ກະກຽມຈັດງານມະຫະກໍາກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດຄັ້ງທີ VII ໃນຕອນເຊົ້າວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມ ວິທະຍາໄລຄູ ສາລະວັນ ແຂວງສາລະວັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ແລະ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້ແຂວງສາລະວັນ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ ທີ່ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຄະນະຮັບຜິດຊອບເຂົ້າຮ່ວມ 50 ກວ່າທ່ານ.
ໂອກາດນີ້, ທ່ານ ປອ ດາວວົງ ພອນແກ້ວ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະແມ່ນແຂວງສາລະວັນ ພວມເບີກບານມ່ວນຊື່ນ ແລະ ແຂ່ງຂັນກັນສ້າງຜົນງານ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຕິດພັນກັບ 2 ວາລະແຫ່ງຊາດ (ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ), ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍສະເພາະແມ່ນສຸມໃສ່ການຫ້າງຫາກະກຽມຈັດງານມະຫະກໍາກິລານັກຮຽນມັດທະຍົມສຶກສາ ທົ່ປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ໄດ້ຮັບກຽດເປັນເຈົ້າພາບ ໃຫ້ທັນກັບວັນເວລາກໍານົດໄວ້ ສະນັ້ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກະກຽມ ຄວາມພ້ອມໃນການຈັດງານມະຫະກໍາກິລາ ນັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ນີ້ ໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້, ຂ້າພະເຈົ້າໃນນາມປະທານຮ່ວມກອງປະຊຸມ ຂໍຮຽກຮ້ອງໃຫ້ບັນດາທ່ານຄະນະຮັບຜິດຊອບທຸກພາກສ່ວນ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດຕາມການແນະນຳຂອງທ່ານລັດຖະມົນຕີ ແລະ ໃຫ້ເອົາໃຈໃສ່ບາງວຽກຈຸດສຸມ ໂດຍສະເພາະເອົາໃຈໃສ່ ຕິດຕາມ, ກວດກາ ແລະ ຊຸກຍູ້ ບໍລິສັດກໍ່ສ້າງສະໜາມ ສືບຕໍ່ກໍ່ສ້າງ ຮັບປະກັນ ໃຫ້ສໍາເລັດກ່ອນເປີດງານແຂ່ງຂັນ 6 ເດືອນ ຕາມແຜນທີ່ວາງໃວ້ ລວມທັງສະໜາມຝຶກຊ້ອມຕ່າງໆແມ່ນໃຫ້ສຳເລັດໂດຍໄວ ເພື່ອໃຫ້ນັກກິລາໄດ້ເຄື່ອນໄຫວຝຶກຊ້ອມ, ປັບປຸງຕື່ມ ຮ່າງຂໍ້ຕົກລົງແຕ່ງຕັ້ງ 35 ອະນຸກໍາມະການ ເພື່ອນໍາສະເໜີທ່ານປະທານຈັດງານມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ຕົກລົງແຕ່ງຕັ້ງ, ພ້ອມທັງກະກຽມຈັດກອງປະຊຸມ ເຜີຍແຜ່ໃຫ້ແຕ່ລະອະນຸກໍາມະການຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ພາລະບົດບາດ ແລະ ໜ້າທີ່ຂອງ ຕົນຮັບຜິດຊອບຂອງຕົນ, ໂລໂກ້, ສັດນໍາໂຊກ, ເນື້ອໃນຄວາມໝາຍຂອງໂລກໂກ້ ແລະ ສັດນໍາໂຊກ ປັບປຸງຄືນບາງຈຸດທີ່ເຫັນວ່າຍັງບໍ່ທັນເໝາະສົມ ຕາມການປະກອບຄຳເຫັນຂອງກອງປະຊຸມ, ຈັດສັນທີ່ພັກ ໃຫ້ແຂກ VIP ພາຍໃນ ແລະ ຕ່າງປະເທດ ທີ່ຖືກເຊີນ ເຂົ້າຮ່ວມໃນພິທີເປີດ-ປິດ ງານແຂ່ງຂັນຢ່າງເປັນທາງການ, ໃຫ້ເໝາະສົມ ແລະ ສົມກຽດ. ນອກຈາກນັ້ນ ທີ່ພັກ, ຄູຝຶກ, ນັກກິລາ ແລະ ຜູ້ຊ່ວຍວຽກ ມາຈາກ 17 ແຂວງ, 1 ນະຄອນຫຼວງວຽງຈັນ ໃຫ້ໄດ້ປັບປຸງ ອະນາໄມໃຫ້ສະອາດ, ກວດເຊັກຄືນບົບໄຟຟ້າ, ນໍ້າປະປາ ໃຫ້ມີຄວາມພ້ອມສາມາດສະໜອງແກ່ການຊົມໃຊ້.
ທ່ານ ປອ ດາວວົງ ພອນແກ້ວ ເນັ້ນຕື່ມອີກວ່າ: ງານຄັ້ງນີ້ ຕ້ອງມີການວາງແຜນການປ້ອງກັນເວນຍາມ ພາຍໃນພາຍນອກ, ກວດກາສະຖານທີ່ພັກຄະນະນໍາ-ນັກກິລາສະໜາມເປີດ-ປິດ, ສະໜາມແຂ່ງຂັນ, ເສັ້ນທາງ ທີ່ຄະນະນໍາ, ຄະນະນັກກິລາແຕ່ລະແຂວງ ເດີນທາງມາຮ່ວມແຂ່ງຂັນ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບພາຍໃນພາຍນອກ, ວາງແຜນຕິດຕາມສຸຂະພາບຄະນະນໍາ, ຄູຝຶກ, ນໍານັກກິລາ, ໃນເວລາພັກເຊົາ ແລະ ແຂ່ງຂັນ, ເຖິງວ່າແຕ່ລະແຂວງຈະມີແພດຕິດຕາມມາກໍ່ຕາມ, ຖ້າມີເຫດສຸດວິໃສ ຕ້ອງໄດ້ຊ່ວຍເຫຼືອກັນຢ່າງຮີບດ່ວນ ແລະ ທັນການ, ວຽກງົບປະມານ ຮັບໃຊ້ຈັດງານແຂ່ງຂັນ ໃນ 10 ກໍາມະການ (ບ້ວງລັດຖະບານຮັບຜິດຊອບ) ຈໍານວນ 30 ຕື້ກີບ, ແຕ່ລະກໍາມະການຕ້ອງໄດ້ຂຶ້ນແຜນການໃຊ້ຈ່າຍ ນໍາສະເໜີຜ່ານກໍາມະການກອງເລຂາ ເພື່ອນໍາສະເໜີຂັ້ນເທິງອະນຸມັດ (ການໃຊ້ຈ່າຍບົນພື້ນຖານການປະຢັດ), ປັບປຸງຄືນຮ່າງກົດລະບຽບຕ່າງໆ ໃນການຈັດຕັ້ງການແຂ່ງຂັນ ໃນງານມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ໂດຍແລກປ່ຽນກັບບດາແຂວງທີ່ໄດຈັດງານໄປກ່ອນໜ້ານີ້ ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງແຕ່ລະໄລຍະ, ບັນດາກໍາມະການ, ອະນຸກໍາມະການຝ່າຍຕ່າງໆ ຕ້ອງລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໜ້າວຽກຂອງຕົນ ໂດຍຜ່ານກຳມະການກອງເລຂາ ໃຫ້ລາຍງານຂັ້ນເທິງຮັບຊາບ ເປັນແຕ່ລະໄລຍະ (ປະຈໍາອາທິດ, ປະຈໍາເດືອນ) ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ເພື່ອຂໍທິດຊີ້ນໍາການຈັດຕັ້ງປະຕິບັດ, ເອົາໃຈໃສ່ປຸກລະດົມທົ່ວສັງຄົມ, ບໍລິສັດຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນ ພາຍໃນ ແລະ ຕ່າງປະເທດປະກອບສ່ວນ ທາງດ້ານວັດຖຸ ແລະ ທຶນຮອນ ເຂົ້າໃນການຈັດງານແຂ່ງຂັນ ເພື່ອຫຼຸດຜ່ອນການນໍາໃຊ້ງົບປະມານຂອງລັດ ແລະ ມອບໃຫ້ບັນດາ ກໍາມະການຝ່າຍຕ່າງໆ ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ອີງໃສ່ເວລາເຫັນວ່າຍັງອີກບໍ່ດົນ ສະນັ້ນ ຕ້ອງພ້ອມຈິດພ້ອມໃຈກັນເຮັດໃຫ້ສຳເລັດຕາມແຜນການທີ່ວາງໄວ້.
ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ໄດ້ຮັບຟັງ ແລະ ປະກອບຄຳເຫັນໃສ່ເອກະສານສຳຄັນ ເປັນຕົ້ນໄດ້ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄະນະຮັບຜິດຊອບລະດັບຊາດໃນຄັ້ງທີ I ໃນໄລຍະຜ່ານມາ ທີ່ໄດ້ວາງໄວ້ເປັນວຽກສຸມຈາກທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າກໍາມະການກອງເລຂາ; ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງອະນຸກໍາມະການຝ່າຍຕ່າງໆຈາກທ່ານ ສິລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາ, ຮອງກໍາມະການກອງເລຂາ; ຮັບຟັງການລາຍງານກ່ຽວກັບ ການຈັດສັນງົບປະມານຮັບໃຊ້ຂອງບັນດາກໍາມະການ ແລະ ຜ່ານຂໍ້ຕົກລົງວ່າດ້ວຍລະບຽບການຄຸ້ມຄອງງົບປະມານ ຈາກທ່ານ ນາງ ດາລາ ພຣະກອນຄໍາ ຫົວໜ້າກົມການເງິນ ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າກໍາມະການງົບປະມານ, ການເງິນ ລະດົມທຶນ. ນອກຈາກນັ້ນ, ກໍຍັງໄດ້ຮັບຟັງການລາຍງານການປັບປຸງໂລໂກ້, ສັດນໍາໂຊກຂອງງານ ແລະ ເນື້ອໃນຄວາມໝາຍຂອງໂລໂກ້ ແລະ ສັດນໍາໂຊກ, ຮັບຟັງການລາຍງານຄວາມຄືບໜ້າ ການກໍ່ສ້າງສະໜາມ ພິທີເປີດ – ປິດ ແລະ ຮັບຟັງການປະກອບຄຳເຫັນຂອງພາກສ່ວນຕ່າງໆຕາມວາລະກອງປະຊຸມກຳນົດໄວ້ ແລະ ສຸດທ້າຍແມ່ນຈະໄດ້ຈັດພິທີຖະແຫຼງຂ່າວການຈັດງານມະຫາກໍາກິລານັກຮຽນ ມັດທະຍົມສຶກສາທົ່ວປະເທດຄັ້ງທີVII.
ງານກິລາດັ່ງກ່າວ ຈະຈັດຂຶ້ນ ໃນລະຫວ່າງວັນທີ 13-22 ທັນວາ 2024 ກຳນົດເອົາ 12 ປະເພດກິລາ ບັນຈຸເຂົ້າໃນການຈັດການແຂ່ງຂັນ ແລະ ຄາດວ່າຈະມີການສາທິດກິລາ ອີສະປອດ ເພື່ອກຽມຈະບັນຈຸໃນງານກິລານັກຮຽນໃນຄັ້ງຕໍ່ໄປ ສຳລັບ 12 ປະເພດກິລາ ປະກອບມີ:ກິລາ ແລ່ນ-ລານ (ຊາຍ-ຍິງ), ກິລາບານເຕະ (ຊາຍ-ຍິງ), ກິລາບານສົ່ງ ໃນຮົ່ມ/ຫາດຊາຍ (ຊາຍ-ຍິງ), ກິລາບານບ້ວງ (ຊາຍ-ຍິງ), ກິລາ ກະຕໍ້ (ຊາຍ-ຍິງ), ກິລາ ປິ່ງປ່ອງ (ຊາຍ-ຍິງ), ກິລາດອກປີກໄກ່ (ຊາຍ-ຍິງ), ກິລາເປຕັງ (ຊາຍ-ຍິງ), ກິລາໝາກແລ້ (ຊາຍ-ຍິງ), ກິລາໜ້າເກັກ (ຊາຍ-ຍິງ), ກິລາໝາກເສິກ (ຊາຍ-ຍິງ) ແລະ ກິລາເທັກຄວັນໂດ (ຊາຍ-ຍິງ)
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
