ມວຍລາວ ໄຟ໊ 2024 ຮອບທີ 2 ຈະຈັດຂຶ້ນ 23 ກຸມພານີ້ ທີ່ນະຄອນປາກເຊ ແຟນມວຍລາວພັນແທ້ຫ້າມຟາດ!
15/02/2024

ການແຂ່ງຂັນຊົກມວຍລາວ ລະດັບຊາດ ຊີງແຊ໋ມສາຍແອວກຽດຕິຄຸນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຮອບທີ 2 ຈະຈັດຂຶ້ນໃນວັນທີ 23 ກຸມພາ 2024 ທີ່ນະຄອນປາກເຊ ແຂວງຈຳປາສັກ ເພື່ອຄັດເລືອກເອົານັກກິລາມວຍລາວ ໃນແຕ່ລະຮຸ່ນນ້ຳໜັກ ຄື: ຮຸ່ນ 51 ກິໂລ, 57 ກິໂລ ແລະ 65 ກິໂລ ກຽມສົ່ງເຂົ້າຮ່ວມແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ ໃນຕໍ່ໜ້າ ທັງເປັນການໂຄສະນາ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ແລະ ງານບຸນວັດພູຈຳປາສັກ ປະຈຳປີ 2024 ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ຂະນະທີ່ຄູ່ເອກຂອງລາຍການ ລຳນ້ຳໂຂງ ເຈດີບີ ສິດຄ້ຳຄູນ ຈາກສປປ ລາວ ປະທະກັບ ອາມີຮອດເຊັນ ຄາເວຍນີ ຈາກປະເທດອີຣານ ໃນຮຸ່ນນ້ຳໜັກ 65 ກິໂລຊາຍ.
ທ່ານ ສຸກດາລາ ນໍລະແສງ ຮອງປະທານສະຫະພັນກິລາມວຍລາວແຫ່ງຊາດ, ທັງເປັນປະທານບໍລິສັດ ທະວີຊັບ ກໍ່ສ້າງຂົວທາງ ຈຳກັດ ຜູ້ດຽວ ໄດ້ຖະແຫຼງຂ່າວກ່ຽວກັບການຈັດການແຂ່ງຂັນຊົກມວຍ ດັ່ງກ່າວ ໃນວັນທີ 14 ກຸມພາ 2024 ທີ່ບໍລິສັດ ທະວີຊັບ ກໍ່ສ້າງຂົວທາງ ຈຳກັດ ຜູ້ດຽວ ບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການແຂ່ງຂັນຊົກມວຍໃນຄັ້ງນີ້ ຈັດຂຶ້ນເປັນຮອບທີ 2 ຊຶ່ງຈະຄັດເລືອກເອົາຜູ້ຊະນະເລີດໜຶ່ງດຽວໃນ 3 ຮຸ່ນນ້ຳໜັກ ເພື່ອຄວ້າສາຍແອວກຽດຕິຄຸນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງຈະຂຶ້ນສັງວຽນຟາດຄາງກັນໃນວັນທີ 23 ກຸມພາ 2024 ທີ່ສະໜາມກິລາ (ຫຼັກ 2) ນະຄອນປາກເຊ ແຂວງຈຳປາສັກ ມີການແຂ່ງຂັນທັງໝົດ 16 ຄູ່. ໃນນັ້ນ, ເປັນມວຍຮອບ 8 ຄູ່ ແລະ ມວຍປະກອບລາຍການ 9 ຄູ່. ພ້ອມນີ້ຍັງໄດ້ເຊີນເອົານັກມວຍຈາກຕ່າງປະເທດມາຊົກກັບນັກມວຍລາວ ສ້າງສີສັນ ໃຫ້ງານຄຶກຄື້ນຂຶ້ນຕື່ມອີກ ໂດຍຜູ້ທີ່ສົນໃຈສາມາດເຂົ້າຊົມໄດ້ທີ່ສະໜາມກິລາ (ຫຼັກ 2) ແບບບໍ່ເສຍຄ່າປີ້ເຂົ້າຊົມ. ໃນນີ້ມວຍຮອບ 8 ຄູ່ ປະກອບມີ ຮຸ່ນ 51 ກິໂລ ເຈມສັກ ອໍໂຕ້ສະປີດ ພົບ ອາຍາເລັກ ແອອຸດົມອາໄລ່ຍົນ ແລະ ກົບເພັດ ກະຊວງປ້ອງກັນປະເທດ ພົບ ອິນຊີເຫຼັກ ສິດພຣະອາຈານດາວ; ຮຸ່ນ 57 ກິໂລ ເພັດນຳໄຊ HK gym ພົບ ອາເຈີ້ນ AIDC ແລະ ສ່ວງ ສໍ ຊຽນສ້າງຝັນ ພົບ ລູກນຳທັບ ເມືອງສີ່ທິດ; ຮຸ່ນ 65 ກິໂລ ຮັກໂພນທອງ ໝູຢໍ່ນາງລຽນ ພົບ ເພັດອານັນ ເສ້ຍກົບສວນມັນ, ພານິນ ມາດາມຊາຣ່າ ພົບ ພະລັງຊົນ ຂວັນໃຈສີໂຄດ, ສິງໃຫຍ່ AIDC ພົບ ເພັດວຽງໄຊ HK gym ແລະ ກ້ອງຊາຍແດນ ສໍ ເຊກອງ ພົບ ແສງຕາວັນ ສໍ ສິງບ້ານທ່າ. ສ່ວນມວຍປະກອບລາຍການ ປະກອບມີ ຮຸ່ນ 31 ກິໂລຍິງ ອ໋ອມແອ໋ມ HK gym ພົບ ເພັດຈິນດາ ສິດຈານປຸ້ຍ, ຮຸ່ນ 48 ກິໂລຊາຍ ເພັດຕາວັນ ໂຮງຮຽນພອນສະຫວັນກິລາ-ກາຍະກຳ ພົບ ໄອຄິວນ້ອຍ ສິດຄູອ໋ອດເມືອງໂພນທອງ, ຮຸ່ນ 58 ກິໂລຊາຍ ສອນໄຊ ມາດາມຊາຣ່າ ພົບ ຊາດມັງກອນ ສິດດອນຊາດ, ຮຸ່ນ 60 ກິໂລຊາຍ (ມວຍພິເສດ) ເພັດຈຳປາ ສະໂລຄອບຟີ ສໍ ເຊກອງ (ລາວ) ພົບ CLOVIS MOURA (ໂມຣັອກໂຄ), ຮຸ່ນ 65 ກິໂລຊາຍ (ມວຍພິເສດ) ລຳນ້ຳໂຂງ JDB ສິດຄ້ຳຄູນ (ລາວ) ພົບ AMIRHOSSEIN KAVIANI (ອີຣານ), ຮຸ່ນ 65 ກິໂລຊາຍ (ມວຍພິເສດ) ນ້ອງໂອ ວິທະຍາຄານ ວສປ (ເສ້ຍຕ້າຂຸນວັງຫຼວງ) ພົບ YOUNES BENALI (ໂມຣັອກໂຄ), ຮຸ່ນ 65 ກິໂລຊາຍ (ມວຍຄາດເຊືອກ) ເພັດພາກໄໝ່ ຊ ຊະນະມວຍໄທ (ປະເທດໄທ) ພົບ AWARD KAZIMBA (ອູການດາ), ຮຸ່ນ 59 ກິໂລຊາຍ (ມວຍຄາດເຊືອກ) ຍອດຂຸນສຶກ ມ ລາດສະພັດໜູ່ບ້ານຈອມບຶງ (ໄທ) ພົບ ທອງບາງ ເສື່ອພົມ (ທ້າວຝັ່ງໂຂງ) CSC ແລະ ຮຸ່ນ 72 ກິໂລຊາຍ ໄຊໂຢ້ກ ພຸ້ມພັນມ້ວງ (ໄທ) ແລະ MOHAMED ATLAS (ໂມຣັອກໂຄ)
ການແຂ່ງຂັນມວຍລາວໃນຄັ້ງນີ້ ເປັນການສ້າງນັກກິລາມວຍ ຢູ່ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ທຽບເທົ່າພາກພື້ນ ແລະ ສາກົນ ທັງເປັນການເຜີຍແຜ່ໃຫ້ປະຊາຊົນລາວ ແລະ ຊາວໂລກ ຮູ້ຈັກມວຍລາວໃຫ້ເລິກເຊິ່ງ. ຄຽງຄູ່ກັນນີ້ກໍເປັນການໂຄສະນາ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ແລະ ງານບຸນວັດພູຈຳປາສັກ ປະຈຳປີ 2024 ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ ແນໃສ່ດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ຫຼາຍຂຶ້ນ ແລະ ຍັງເປັນການຊອກຫານັກກິລາດາວເດັ່ນໜຶ່ງດຽວ ຂອງ ສປປ ລາວ ໃນຮຸ່ນນ້ຳໜັກ 51 ກິໂລ, ຮຸ່ນ 57 ກິໂລ ແລະ ຮຸ່ນ 65 ກິໂລ ເພື່ອຕິດທີມຊາດ ກຽມສົ່ງເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນກຽມຄວາມພ້ອມໃຫ້ແກ່ມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ໃນປີ 2025.
ສຳລັບເງິນລາງວັນ ຮຸ່ນນ້ຳໜັກ 57 ກິໂລ ແລະ ຮຸ່ນ 65 ກິໂລ ຊະນະເລີດ ໄດ້ຮັບສາຍແອວກຽດຕິຄຸນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມເງິນລາງວັນ 100 ລ້ານກີບ ແລະ ຮອງຊະນະເລີດ ໄດ້ຮັບເງິນລາງວັນ 50 ລ້ານກີບ. ສ່ວນຮຸ່ນນ້ຳໜັກ 51 ກິໂລ ໄດ້ຮັບສາຍແອວກຽດຕິຄຸນທ່ານນາຍົກລັດຖະມົນຕີ ພ້ອມເງິນລາງວັນ 60 ລ້ານກີບ ແລະ ຮອງຊະນະເລີດ ໄດ້ຮັບເງິນລາງວັນ 30 ລ້ານກີບ. ສ່ວນການແຂ່ງຂັນໃນຮອບຕໍ່ໄປ (ຮອບທີ 3) ຄາດວ່າ ຈະຈັດຂຶ້ນໃນເດືອນຕໍ່ໄປ ຢູ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
