Skip to main content

ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຈັດກອງປະຊຸມ ສະໄໝທີ IV ປະຈໍາປີ 2023

04/03/2024

ຄະນະບໍລິຫານງານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ຈັດກອງປະຊຸມ ສະໄໝທີ IV ປະຈໍາປີ 2023 ເພື່ອສະຫຼຸບຕີລາຄາຄືນວຽກງານທີ່ພົ້ນເດັ່ນ ໃນວັນທີ 1 ມີນາ 2024 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ, ທ່ານ ນາງ ຂັນທະລີ ສິຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ທັງເປັນຮອງປະທານ ຄອລ ພ້ອມດ້ວຍຄະນະບໍລິຫານງານ ຄພລ, ບັນດາປະທານ-ຮອງປະທານສະຫະພັນກິລາຄົນພິການແຫ່ງຊາດ ແລະ ແຂກຖືກເຊີນຢ່າງພ້ອມພຽງ.

ທ່ານ ຮສ.ປອ ພຸດ ສິມມາລາວົງ

ໃນພິທີ, ທ່ານ ວິລະວັນ ບຸນສຸກໄທ ຮອງປະທານ ແລະ ເລຂາທິການ ຄພລ ໄດ້ຜ່ານບົດລາຍງານຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານພົ້ນເດັ່ນທີ່ຄະນະບໍລິຫານງານ ຄພລ ປະຕິບັດໄດ້ໃນໄລຍະ 1 ປີ ຜ່ານມາ, ໃນນີ້ສະເພາະການພັດທະນານັກກິລາ ກໍຄື ການເຂົ້າຮ່ວມແຂ່ງຂັນລະດັບສາກົນ ໄດ້ເຂົ້າຮ່ວມແຂ່ງຂັນຫຼາຍລາຍການທີ່ປະເທດໄທ ເຊັ່ນ: ກິລາບານບ້ວງລໍ້ເລື່ອນຄົນພິການ ຊີງແຊ໋ມອາຊີ-ປາຊີຟິກ, ແລ່ນ-ລານຄົນພິການ ຊີງແຊ໋ມນານາຊາດ ແລະ ກິລາໂກນບານຄົນພິການ ຊີງແຊ໋ມອາຊີ-ປາຊີຟິກ ແລະ ຊີງແຊ໋ມອາຊີ. ພ້ອມກັນນີ້, ກໍໄດ້ເຂົ້າຮ່ວມແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 12 ທີ່ປະເທດກຳປູເຈຍ, ກິລາຍົກນ້ຳໜັກຄົນພິການ ຊີງແຊ໋ມໂລກ ທີ່ນະຄອນດູໄບ ປະເທດສະຫະລັດອາຣັບເອມິເຣດ, ກິລາເອຊຽນພາຣາເກມ ຄັ້ງທີ 4 ທີ່ຫາງໂຈວ ສປ ຈີນ, ກິລາປັ່ນລໍ້ເລື່ອນມາຣາທອນນານາຊາດ ຄັ້ງທີ 42 ແລະ ອື່ນໆ. ຄຽງຄູ່ກັນນີ້, ທ່ານ ວິລະວັນ ບຸນສຸກໄທ ກໍຍັງໄດ້ຍົກໃຫ້ເຫັນດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ຕື່ມອີກ.
ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງບົດສະຫຼຸບວຽກງານການເງິນຂອງຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ປະຈໍາປີ 2023, ການປະກອບຄໍາເຫັນຂອງບັນດາສະຫະພັນກິລາຄົນພິການແຫ່ງຊາດ, ການສະເໜີປັບປຸງ ແລະ ຮັບຮອງທຳມະນູນ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ສະໄໝທີ IV ແລະ ລາຍງານການກະກຽມເຂົ້າຮ່ວມແຂ່ງຂັນກິລາພາຣາແລມປິກເກມ ຄັ້ງທີ 17 ປີ 2024 ທີ່ປະເທດຝຣັ່ງ.

ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ສືບຕໍ່ເອົາໃຈໃສ່ຫຼາຍວຽກງານສໍາຄັນ ເຊັ່ນ: ໃຫ້ນໍາເອົາບົດຮຽນ ແລະ ທິດທາງແຜນການປະຈໍາປີ 2024 ໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ ໂດຍສະເພາະສະຫະພັນກິລາຄົນພິການແຫ່ງຊາດ ໃຫ້ສ້າງແຜນການເຄື່ອນໄຫວ, ຈັດຕັ້ງປະຕິບັດໃຫ້ເກີດຜົນຕົວຈິງ; ສືບຕໍ່ປັບປຸງກຳມະການຝ່າຍຕ່າງໆ ທີ່ຂຶ້ນກັບການຄຸ້ມຄອງຂອງຄະນະກຳມະການພາຣາແລມປິກແຫ່ງຊາດລາວ ໃຫ້ມີຄວາມໜັກແໜ້ນທາງດ້ານການຈັດຕັ້ງ ແລະ ເຂັ້ມແຂງໃນການເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ທີ່ກຳນົດໄວ້ໃຫ້ສຳ ເລັດຜົນ.
ພ້ອມນີ້, ຕ້ອງສືບຕໍ່ຊຸກຍູ້ບັນດາສະຫະພັນກິລາຄົນພິການແຫ່ງຊາດ ໃນການຄົ້ນຄວ້າຊອກໃຫ້ເຫັນໄດ້ວິທີການພັດທະນານັກກິລາຄົນພິການແບບຍືນຍົງ, ໂດຍສະເພາະປະເພດກິລາ ທີ່ຈະເຂົ້າຮ່ວມການແຂ່ງຂັນໃນລະດັບພາຣາແລມປິກເກມ, ເອຊຽນພາຣາເກມ, ອາຊຽນພາຣາເກມ ແລະ ລາຍການແຂ່ງຂັນອື່ນໆ ໃຫ້ມີສະຖິຕິດີຂຶ້ນກວ່າເກົ່າ; ໂດຍການສົມທົບ ແລະ ປະສານງານຢ່າງສະໜິດແໜ້ນລະຫວ່າງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສັງຄົມເພື່ອນຳໃຊ້ກຳລັງແຮງສັງລວມທົ່ວສັງຄົມ ເພື່ອພັດທະນາວຽກງານກິລາ-ກາຍະກຳຄົນພິການ ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງກວ່າເກົ່າ, ສືບຕໍ່ເອົາໃຈໃສ່ພັດທະນາວຽກງານກິລາ-ກາຍະກຳຄົນພິການໃຫ້ແຂງແຮງກວ່າເກົ່າ ເປັນຕົ້ນ: ຜູ້ບໍລິຫານ, ວິຊາການ, ວິທະຍາສາດການກິລາ, ແພດຈັດລະດັບຄວາມເປັນພິການ, ກຳມະການຕັດສິນ, ຄູຝຶກ ແລະ ນັກກິລາຄົນພິການ. ສ້າງນັກກິລາຄົນພິການຮຸ່ນສືບທອດໃຫ້ໄດ້ຫຼາຍກວ່າເກົ່າ ໂດຍສະເພາະປະເພດກິລາທີ່ມີທ່າແຮງ ແລະ ປາຍແຫຼມໃຫ້ເປັນລະບົບ ແລະ ຕໍ່ເນື່ອງ ແລະ ອື່ນໆ.

ຂ່າວໂດຍ: ສົງການ ພັນແພງດີ