Skip to main content

ເອັບຊີ ຕາລັນ ຄອງແຊ໋ມເຕະບານ ຢູ-15 ຊີງຂັນປະທານສະໂມສອນ ວຽງຈັນ ເອັບທີ 2024 ຂະນະທີ່ ວອນທະບິງ ຄວ້າແຊ໋ມ 2 ລາຍການ

04/03/2024

ສະໂມສອນ ເອັບຊີ ຕາລັນ ຮຸ່ນອາຍຸບໍ່ເກີນ 15 ປີ ຫຼື ຢູ-15 ປະກາດສັກດາຄອງແຊ໋ມການແຂ່ງຂັນກິລາບານເຕະເຍົາວະຊົນ ຢູ-15 ລາຍການ 8 ຄົນ 7 ຮັບ 1 ຊີງຂັນປະທານສະໂມສອນ ວຽງຈັນ ເອັບຊີ ຫຼື ລາຍການ ວຽງຈັນ ເອັບທີ ຄັບ 2024 ເພື່ອສົ່ງເສີມເຍົາວະຊົນລາວ ກໍຄື ນະຄອນຫຼວງວຽງຈັນ ກ້າວສູ່ທີມຊາດໃນອະນາຄົດ. ຂະນະທີ່ ສະໂມສອນ ວອນທະບິງ ຈາກແຂວງຫຼວງພະບາງ ຄວ້າແຊ໋ມສອງລາຍການ ຮຸ່ນອາຍຸ 11 ປີ ແລະ 13 ປີ.


ການແຂ່ງຂັນຄັ້ງນີ້ ຈັດຂຶ້ນລະຫວ່າງວັນທີ 2-3 ມີນາ 2024 ທີ່ສະໜາມກິລາສັບພະວິຊາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນມີທ່ານ ບຸນລັບ ເຄນກິຕິສັກ ຫົວໜ້າຄູຝຶກໃຫຍ່ ສະໂມສອນ ວຽງຈັນ ເອັບທີ, ທ່ານ ພອນເພັງ ຈັນທະວົງ ປະທານສະໂມສອນ ວຽງຈັນ ເອັບທີ ແລະ ທ່ານ ທິບພະເນດ ແກ້ວມະນິວົງ ປະທານສະໂມສອນ ມັດສະດ້າ ລາວ ຈີບີ ເອັບຊີ ພ້ອມດ້ວຍບັນດາຄະນະບໍລິຫານສະໂມສອນຕ່າງໆ, ຄູຝຶກ ແລະ ນ້ອງນ້ອຍນັກກິລາ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງນັກກິລາເຂົ້າຮ່ວມຢ່າງຄືກຄັກ.

ສຳລັບການແຂ່ງຂັນຮຸ່ນອາຍຸ 11 ປີ ມີ 8 ທີມເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມ ຄື ກຸ່ມ ເອ ມັດສະດ້າ ທີມ ເອ, ວອນທະບິງ ຈາກແຂວງຫຼວງພະບາງ, ສີສັດຕະນາກ ແລະ ເດັກພວນ ຈາກແຂວງຊຽງຂວາງ. ສ່ວນ ກຸ່ມ ບີ ມັດສະດ້າ ທີມບີ, ວຽງຈັນ ເອັບທີ, ສະປີດ ເອັບຊີ ແລະ ພີເອັມທີ; ຮຸ່ນອາຍຸ 13 ປີ ມີ 8 ທີມ ເຂົ້າຮ່ວມ ປະກອບມີ ກຸ່ມ ເອ ວຽງຈັນ ເອັບທີ ທີມ ເອ, ປາກຊັນ ຈາກແຂວງບໍລິຄຳໄຊ, ພີເອັມທີ ແລະ ເດັກພວນ ເອັບຊີ; ກຸ່ມ ບີ ວຽງຈັນ ເອັບທີ ທີມ ບີ, ມັດສະດ້າ, ວອນທະບິງ ຈາກຫຼວງພະບາງ ແລະ ສີສັດຕະນາກ ແລະ ຮຸ່ນອາຍຸ 15 ປີ ມີ 8 ທີມເຊັ່ນກັນ ກຸ່ມ ເອ ມັດສະດ້າ ທີມ ເອ, ກອງທັບ, ວຽງຈັນ ເອັບທີ ແລະ ຕາລັນ ເອັບຊີ; ກຸ່ມ ບີ ມີ ມັດສະດ້າ ທີມ ບີ, ພິເອັມທີ, ນິນຈາ ແລະ ປາກຊັນ ເອັບຊີ.

ການແຂ່ງຂັນຄັ້ງນີ້ ສຳລັບລາງວັນທີ 1 ທັງ 3 ຮຸ່ນ ໄດ້ຮັບຂັນລາງວັນ ພ້ອມຫຼຽນ 18 ຫຼຽນ ແລະ ເງິນ ທີມລະ 2.000.000 ກີບ, ອັນດັບທີ 2 ໄດ້ຮັບຂັນລາງວັນ ພ້ອມຫຼຽນ 18 ຫຼຽນ ແລະ ເງິນ ທີມລະ 1.000.000 ກີບ, ອັນດັບທີ 3 ໄດ້ຮັບຂັນລາງວັນ ພ້ອມຫຼຽນ 18 ຫຼຽນ ແລະ ເງິນ ທີມລະ 500.000 ກີບ ແລະ ອັນດັບທີ 4 ໄດ້ຮັບຫຼຽນ 18 ຫຼຽນ ແລະ ເງິນສົດທີມລະ 200.000 ກີບ.

ສະຫຼຸບການແຂ່ງຂັນເຕະບານເຍົາວະຊົນ 3 ຮຸ່ນ ລາຍການ ວຽງຈັນ ເອັບທີ ຄັບ ຮຸ່ນອາຍຸ 11 ປີ ຊະນະເລີດ ເປັນຂອງ ວອນທະບິງ, ຮອງຊະນະເລີດ ສະປິດ ເອັບຊີ, ອັນດັບທີ 3 ພົມມະທັດ ເອັບຊີ ແລະ ອັນດັບທີ 4 ມັດສະດ້າ ລາວ ຈີບີ ເອັບຊີ ສ່ວນຮຸ່ນອາຍຸ 13 ປີ ຊະນະເລີດ ເປັນຂອງ ວອນທະບິງ, ຮອງຊະນະເລີດ ວຽງຈັນ ເອັບທີ, ອັນດັບທີ 3 ປາກຊັນ ເອັບຊີ ແລະ ອັນດັບທີ 4 ວຽງຈັນ ເອັບທີ; ຮຸ່ນອາຍຸ 15 ປີ ຊະນະເລີດ ເປັນຂອງ ເອັບຊີ ຕາລັນ, ຮອງຊະນະເລີດ ນິນຈາ ເອັບຊີ, ອັນດັບທີ 3 ວຽງຈັນ ເອັບທີ ແລະ ອັນດັບທີ 4 ມັດສະດ້າ ລາວ ຈີບີ ເອັບຊີ. ຂະນະທີ່ ລາງວັນນັກກິລາດີເດັ່ນ ຮຸ່ນອາຍຸ 11 ປີ ແມ່ນທ້າວ ສຸລິສັກ ພົງສະຫວັດ ຈາກສະໂມສອນ ວອນທະບິງ ເອັບຊີ ສ່ວນລາງວັນນັກກິລາດາວຊັນໂວ ເປັນຂອງທ້າວ ວຽງນະຄອນ ພຸດທະວົງສາ ຈາກສະໂມສອນ ພົມມະທັດ ຍິງຄົນດຽວ 5 ປະຕູ ລາງວັນນັກກິລາດີເດັ່ນ ຮຸ່ນອາຍຸ 13 ປີ ແມ່ນທ້າວ ໄຊຍະສິດ ຈາກສະໂມສອນ ວອນທະບິງ ເອັບຊີ ແລະ ລາງວັນນັກກິລາດາວຊັນໂວ ເປັນຂອງທ້າວ ພຸດທະລັກ ຈາກສະໂມສອນ ວອນທະບິງ ເອັບຊີ ເຊັ່ນກັນ ຍິງຄົນດຽວ 7 ປະຕູ ແລະ ລາງວັນນັກກິລາດີເດັ່ນ ຮຸ່ນອາຍຸ 15 ປີ ແມ່ນທ້າວ ສະມິດ ຈາກສະໂມສອນ ນິນຈາ ເອັບຊີ ແລະ ລາງວັນນັກກິລາດາວຊັນໂວ ເປັນຂອງທ້າວ ທະນາກອນ ຈັນທະວົງ ຈາກສະໂມສອນ ວຽງຈັນ ເອັບທີ ຍິງຄົນດຽວ 8 ປະຕູ.
ຂ່າວໂດຍ: ສົງການ ພັນແພງດີ