Skip to main content

ສູນຝຶກຈຳປີ-ຈຳປາ ແຂວງຫຼວງນ້ຳທາ ສຳເລັດການເປັນເຈົ້າພາບ ຈັດແຂ່ງຂັນກິລາເຕະບານ 3 ແຂວງພາກເໜືອ

06/03/2024

ການແຂ່ງຂັນກິລາເຕະບານມິດຕະພາບ 3 ແຂວງພາກເໜືອ ຄືສູນຝຶກລຳທະວີ ແຂວງອຸດົມໄຊ, ສູນຝຶກອາດີ້ແຂວງບໍ່ແກ້ວ ແລະ ສູນຝຶກຈຳປີ-ຈໍາປາ ແຂວງຫຼວງນໍ້າທາ ເປັນເຈົ້າພາບ ເພື່ອເປັນການແລກປ່ຽນບົດຮຽນລະຫວ່າງສູນຝຶກແຕ່ລະແຂວງ ພ້ອມທັງເປັນການພັດທະນາກິລາບານເຕະໃຫ້ມີຄວາມກ້າວໜ້າ ເຮັດໃຫ້ນ້ອງໆນັກກິລາມີສຸຂະພາບແຂງແຮງ ມີການເຄື່ອນໄຫວໄປຕາມພາລະບົດບາດ ເຮັດໃຫ້ການແຂ່ງຂັນກິລາເຕະບານເປັນລະບົບຕໍ່ເນື່ອງ ທັງເປັນການຊຸກຍູ້ສົ່ງເສີມໃຫ້ຊາວໜຸ່ມຫັນມາຫຼິ້ນກິລາເພື່ອຫ່າງໄກຈາກບັນຫາຫຍໍ້ທໍ້ຕ່າງໆ.


ການແຂ່ງຂັນກິລາເຕະບານມິດຕະພາບຄັ້ງນີ້ ໃນວັນທີ 2 ມີນາ 2024 ທີ່ເດີ່ນເຕະບານແຂວງຫຼວງນໍ້າທາ ໂດຍເປັນກຽດເຂົ້າຮ່ວມ ແລະ ມອບຂັນລາງວັນຂອງ ທ່ານ ວິໄລສັກ ລໍຄຳແພງ ຕາງໜ້າພໍ່ແມ່ຜູ້ປົກຄອງນັກກິລາແຂວງຫຼວງນ້ຳທາ, ທ່ານ ວັນນະສອນ ໂພທິປັນຍາ ຫົວໜ້າອົງການພັດທະນາຕົວເມືອງແຂວງບໍ່ແກ້ວ, ທ່ານ ບຸດດາ ລັດສະນີ ຫົວໜ້າສະມາຄົມພໍ່ແມ່ນັກກິລາແຂວງອຸດົມໄຊ ແລະ ທ່ານ ສອນສິນ ຈັນທະນຸວົງ ຫົວໜ້າສູນຝຶກຈໍາປີ-ຈໍາປາແຂວງຫຼວງນໍ້າທາ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ, ກຳມະການຕັດສິນ, ຄູຝຶກ, ນັກກິລາ ຕະຫຼອດຮອດພໍ່ແມ້ຜູ້ປົກຄອງຢ່າງພ້ອມພຽງ.

ໃນພິທີ, ທ່ານ ສອນສິນ ຈັນທະນຸວົງ ຫົວໜ້າສູນຝືກຈໍາປີ-ຈໍາປາ ແຂວງຫຼວງນໍ້າທາ ທັງເປັນຄະນະຮັບຜິດຊອບຈັດການແຂ່ງຂັນ ໄດ້ລາຍງານໃຫ້ຮູ້ວ່າ: ການແຂ່ງຂັນກິລາເຕະບານມິດຕະພາບໃນຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນບົດຮຽນລະຫວ່າງສູນຝຶກແຕ່ລະແຂວງ ພ້ອມທັງເປັນການພັດທະນາກິລາເຕະບານໃຫ້ມີຄວາມກ້າວໜ້າ ແລະ ເຮັດໃຫ້ນ້ອງໆເຍົາວະຊົນ ທັງຍິງ- ຊາຍຫັນມາຫຼິ້ນກິລາ ເພື່ອສຸຂະພາບໃຫ້ຫຼາຍຂຶ້ນ ຊຶ່ງມີລາຍການການແຂ່ງຂັນກິລາເຕະບານມີທັງໝົດ 5 ຮຸ່ນ ຄື: ຮຸ່ນອາຍຸ 8 ປີ, ຮຸ່ນອາຍຸ 10 ປີ, ຮຸ່ນອາຍຸ 12 ປີ, ຮຸ່ນອາຍຸ 14 ປີ ແລະ ຮຸ່ນອາຍຸ 12-16 ປີ ຍິງ, ມີຄະນະນໍາ, ກຳມະການຕັດສິນ, ຄູຝຶກ, ນັກກິລາທັງພາຍໃນ ແລະ ຕ່າງແຂວງ ຕະຫຼອດຮອດພໍ່ແມ້ຜູ້ປົກຄອງເຂົ້າຮ່ວມທັງໝົດ 400 ກວ່າຄົນ.

ຜ່ານການແຂ່ງຂັນຜົນປະກົດວ່າ: ຊະນະເລີດ ຮຸ່ນອາຍຸ 8 ປີ ຊະນະເລີດ ສູນຝຶກຈໍາປີ-ຈໍາປາ ແຂວງຫຼວງນໍ້າທາ ໄດ້ຮັບຫຼຽນຄໍາ ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດ ສູນຝຶກຈໍາປີ-ຈໍາປາ ແຂວງຫຼວງນໍ້າທາ ໄດ້ຮັບຫຼຽນເງິນ ແລະ ອັນດັບທີ 3 ສູນຝຶກອາດີ້ ແຂວງບໍ່ແກ້ວ ໄດ້ຮັບຫຼຽນທອງ; ຊະນະເລີດ ຮຸ່ນອາຍຸ 10 ປີ ສູນຝຶກອາດີ້ ແຂວງບໍ່ແກ້ວ ໄດ້ຮັບຫຼຽນຄໍາ ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດ ສູນຝຶກລຳທະວີ ແຂວງອຸດົມໄຊ ໄດ້ຮັບຫຼຽນເງິນ ແລະ ອັນດັບທີ 3 ສູນຝຶກຈໍາປີ-ຈໍາປາ ແຂວງຫຼວງນໍ້າທາ ໄດ້ຮັບຫຼຽນທອງ ຊະນະເລີດ ຮຸ່ນອາຍຸ 12 ປີ ສູນຝຶກລໍາທະວີ ແຂວງອຸດົມໄຊ ໄດ້ຮັບຫຼຽນຄໍາ ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດ ສູນຝຶກອາດີ້ ແຂວງບໍ່ແກ້ວ ໄດ້ຮັບຫຼຽນເງິນ ແລະ ອັນດັບທີ 3 ສູນຝຶກຈໍາປີ-ຈໍາປາ ແຂວງຫຼວງນໍ້າທາ ໄດ້ຮັບຫຼຽນທອງ; ຊະນະເລີດ ຮຸ່ນອາຍຸ 14 ປີ ສູນຝຶກລໍາທະວີ ແຂວງອຸດົມໄຊ ໄດ້ຮັບຫຼຽນຄໍາ ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດ ສູນຝຶກຈໍາປີ-ຈໍາປາ ແຂວງຫຼວງນໍ້າທາ ໄດ້ຮັບຫຼຽນເງິນ ແລະ ອັນດັບທີ 3 ສູນຝືກຈໍາປີ-ຈໍາປາ ແຂວງຫຼວງນໍ້າທາ ໄດ້ຮັບຫຼຽນທອງ; ຊະນະເລີດ ຮຸ່ນອາຍຸ 12-16 ປີຍິງ ສູນຝຶກຈໍາປີ-ຈໍາປາ ແຂວງຫຼວງນໍ້າທາ ໄດ້ຮັບຫຼຽນຄໍາ ພ້ອມຂັນ 1 ໜ່ວຍ ແລະ ຮອງຊະນະເລີດ ສູນຝຶກອາດີ້ ແຂວງບໍ່ແກ້ວ.

ຂ່າວໂດຍ: ຕ່າຍອໍລະໄພ ໄຊຍະສິງ
ນັກຂ່າວພະແນກສຶກສາທິການ ແລະ ກິລາແຂວງຫຼວງນ້ຳທາ