ແຂ່ງຂັນກິລາຕີກັອບ ຊົມເຊີມວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 40 ປີ
06/03/2024

ການແຂ່ງຂັນກິລາກັອບ ເພື່ອສ້າງຂະບວນການຊົມເຊີຍວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 40 ປີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 3 ມີນາ 2024 ຢູ່ສະໜາມກິລາກັອບ (ຫຼັກ 16) ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ທັງເປັນປະທານສະຫະພັນກິລາກັອບແຂວງບໍລິຄໍາໄຊ ພ້ອມດ້ວຍແຂກຖືກເຊີນຈາກພະແນກການ, ບັນດາຜູ້ປະກອບການບໍລິສັດ-ວິສາຫະກິດ, ນັກກິລາກັອບສະໝັກຫຼິ້ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເກືອບ 100 ທ່ານ.
ການຈັດການແຂ່ງກັນກິລາກັອບໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະລອງວັນສໍາຄັນຕ່າງໆຂອງພັກຂອງຊາດ ເປັນຕົ້ນແມ່ນສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 40 ປີ. ຜ່ານການແຂ່ງຂັນເປັນເວລາເຄິ່ງວັນ ຜົນປະກົດວ່າ: ຊະນະເລີດ ທ່ານ ເພັດສະດາຈັນ ຈຸນລະມະນີ ໄດ້ 1 ອີເກິນ 2 ເບີດີ 8 ພາ ເທົ່າກັບ 4 ໂອເຈີ ແລະ ຮອງຊະນະເລີດ ທ່ານ ຄໍາອ້ວນ ໄດ້ 3 ເບີດີ 9 ພາ ເທົ່າກັບ 4 ໂອເຈີ. ສ່ວນລາງວັນຕີໄກ ທ່ານ ໂພຄໍາ ຈັນທະສຸກ ຕີໄດ້ 273 ແມັດ ແລະ ລາງວັນຕີໃກ້ທຸງ ທ່ານ ບຸນລັບ ເຄນກິຕິສັກ ຕີໄດ້ 230 ແມັດ.
ພ້ອມນີ້ ໃນພິທີບັນດາບໍລິສັດ-ວິສາຫະກິດໃນດ້ານຕ່າງໆ ທີ່ເຂົ້າຮ່ວມໃນການແຂ່ງຂັນ ຍັງໄດ້ຜັດປ່ຽນກັນມອບເງິນ ປະກອບສ່ວນສົມທົບທຶນເຂົ້າໃນການຈັດງານແຂ່ງຂັນກິລາກັອບ ຊົມເຊີຍວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 40 ປີ ຕື່ມອີກ.
ພາບ-ຂ່າວ: ສຸກທະວີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026




