Skip to main content

ສາລະວັນ ເລັ່ງສຸມໃສ່ການກໍ່ສ້າງ-ປັບປຸງສະໜາມກິລາ ຮອງຮັບງານກິລານັກຮຽນທົ່ວປະເທດ ຄັ້ງທີ VII

06/03/2024

ປັດຈຸບັນ ແຂວງສາລະວັນ ກຳລັງດຳເນີນການຂຸ້ນຂ້ຽວກໍ່ສ້າງ ແລະ ປັບປຸງສະໜາມກິລາ ເພື່ອກຽມຮັບໃຊ້ໃນມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2024 ນີ້. ຂະນະທີ່ການກໍ່ສ້າງໄດ້ມີຄວາມຄືບໜ້າຫຼາຍດ້ານ ໂດຍສະເພາະສະໜາມ ເປີດ-ປິດ ຢູ່ບ້ານນາໂຄກ ແມ່ນສຳເລັດຫຼາຍກວ່າ 80%, ສະໜາມແຂ່ງຂັນ, ຝຶກຊ້ອມ ທີ່ກຳລັງປັບປຸງ, ກໍ່ສ້າງໃໝ່ຈໍານວນ 12 ຈຸດ ແມ່ນພວມຈັດຕັ້ງປະຕິບັດຢ່າງຂຸ້ນຂ້ຽວ ຄາດວ່າໃຫ້ສຳເລັດ 100% ໃນລະຫວ່າງເດືອນກໍລະກົດ 2024.


ທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໃຫ້ຮູ້ໃນກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ວ່າ: ມາຮອດປັດຈຸບັນ, ການກະກຽມຄວາມພ້ອມດ້ານພື້ນຖານໂຄງລ່າງ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນ ການກໍ່ສ້າງສະໜາມເປີດ-ປິດ ໃນ 4 ໜ້າວຽກຄື: ສຳເລັດການສ້າງອັດສະຈັນ (ບ່ອນນັ່ງຊົມ) ໂຊນ 2, ຫ້ອງການ, ຫ້ອງພັກນັກກິລາ, ຫ້ອງ VIP, ຕິດຕັ້ງອຸປະກອນຮັບໃຊ້ຕ່າງໆ, ສິ່ງອໍານວຍຄວາມສະດວກ, ວຽກເດີ່ນບານເຕະ, ວຽກພື້ນແລ່ນ-ລານ ແລະ ໜ້າວຽກທີ່ຂັ້ນແຂວງ ຄຸ້ມຄອງ ປະກອບມີ 5 ໜ້າວຽກ ທີ່ສືບຕໍ່ດຳເນີນການກໍ່ສ້າງ, ປັບປຸງ ແລະ ຈັດສັນໃຫ້ສຳເລັດ ມີຄື: ວຽກກໍ່ສ້າງບ່ອນຈູດທວນໄຟ, ເສົາທຸງຊາດ, ລະບົບໄຟເຍືອງສະໜາມ, ອຸປະກອນ-ລະບົບໄຟຟ້ານອກອາຄານ, ຮົ້ວອ້ອມສະໜາມ, ຈັດສັນສະຖານທີ່ຈອດພາຫະນະ ແລະ ອື່ນໆ.
ການກໍ່ສ້າງສະໜາມກິລາ, ໜ້າວຽກດັ່ງກ່າວ ແມ່ນໄດ້ລົງມືກໍ່ສ້າງມາແຕ່ປີ 2017, ຄາດໝາຍໃຫ້ສຳເລັດໃນປີ 2019, ແຕ່ຍ້ອນຫຼາຍເງື່ອນໄຂ ໂດຍສະເພາະສະພາບການແພ່ລະບາດພະຍາດໂຄວິດ-19 ຈຶ່ງມີການໂຈະຊົ່ວຄາວ ແລະ ທາງລັດຖະບານ ກໍຄື ແຂວງສາລະວັນ ສືບຕໍ່ດຳເນີນການກໍ່ສ້າງ ນັບແຕ່ເດືອນພະຈິກ 2023 ເປັນຕົ້ນມາ, ສັນຍາມູນຄ່າການກໍ່ສ້າງເບື້ອງຕົ້ນທັງໝົດ 19 ຕື້ກວ່າກີບ, ຍ້ອນສະພາບບັນຫາອັດຕາແລກປ່ຽນເງິນຕາ, ອັດຕາເງິນເຟີ້ ເຮັດໃຫ້ມູນຄ່າການຈັດຊື້ອຸປະກອນ, ຄ່າແຮງງານເພີ່ມຂຶ້ນຫຼາຍ ແລະ ໄດ້ດັດປັບລາຄາການກໍ່ສ້າງຂອງບໍລິສັດຮັບເໝົາ, ຄາດຄະເນມູນຄ່າຫຼາຍກວ່າ 30 ຕື້ກີບ.

ສະໜາມກິລາດັ່ງກ່າວ, ມີເນື້ອທີ່ 7 ເຮັກຕາ, ພື້ນທີ່ອັດສະຈັນ ສາມາດບັນຈຸຄົນເຂົ້າຊົມໄດ້ 1 ພັນຄົນ. ສຳລັບສະໜາມຝຶກຊ້ອມ, ສະໜາມແຂ່ງຂັນ ທີ່ກໍ່ສ້າງໃໝ່ ແລະ ປັບປຸງໃນຈຳນວນ 12 ຈຸດ, ໃນນັ້ນກໍ່ສ້າງໃໝ່ 2 ຈຸດ ຄື: ບານສົ່ງຊາຍຫາດ, ບານສົ່ງໃນຫົ່ມ, ກະຕໍ້, ບານບ້ວງ ຊຶ່ງໄດ້ກໍານົດເອົາໂຮງຮຽນ ມສ ຊົນເຜົ່າ, ສະໜາມບານເຕະ ຢູ່ໂຮງຮຽນ ມສ ອົງແກ້ວ, ໄດ້ປັບປຸງສະໜາມຝຶກຊ້ອມ, ແຂ່ງຂັນອີກ 10 ຈຸດ ແນໃສ່ຮອງຮັບໃຫ້ແກ່ງານມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ໂດຍໄດ້ກໍານົດ 12 ປະເພດກິລາ ທັງຊາຍ ແລະ ຍິງ ຄື: ແລ່ນ-ລານ, ບານເຕະ, ບານສົ່ງ ໃນຮົ່ມ-ຫາດຊາຍ, ບານບ້ວງ, ກະຕໍ້, ປິ່ງປ່ອງ, ດອກປີກໄກ່, ເປຕັງ, ໝາກແລ້, ໜ້າເກັກ ແລະ ເທຄວັນໂດ.

ຂ່າວ: ວິໄລວອນ ສິດທິໄຊ