ສວສ ສ້າງຂະບວນການແຂ່ງຂັນກິລາເປຕັງ ຕ້ອນຮັບວັນແມ່ຍິງສາກົນ ຄົບຮອບ 114 ປີ ຢ່າງຟົດຟື້ນ
07/03/2024

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ສ້າງຂະບວນການແຂ່ງຂັນກິລາເປຕັງປະເພດທີມປະສົມຍິງ-ຊາຍ ມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ແລະ ຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງຄະນະພັກຮາກຖານ ສວສ ແລະ ຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ ທີ່ພວມດຳເນີນຢູ່ໃນປັດຈຸບັນ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.
ກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນແລງວັນທີ 5 ມີນາ 2024 ທີ່ສະໜາມກິລາເປຕັງ ສວສ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ.ປອ ອານຸລົມ ວິໄລພອນ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ອຸທິດ ທິບມະນີ ຮອງເລຂາຄະນະພັກຮາກຖານ, ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ. ນອກນີ້ຍັງມີຄະນະອຳນວຍການແຕ່ລະສູນທີ່ຂຶ້ນກັບ, ພະແນກບໍລິຫານ, ຫ້ອງສະໝຸດ ຕະຫຼອດຮອດ 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານວິຊາການພາຍໃນ ສວສ ຢ່າງພ້ອມພຽງ.
ການແຂ່ງຂັນກິລາຄັ້ງນີ້ ນອກຈາກເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ແລະ ຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງຄະນະພັກຮາກຖານ ສວສ ແລະ ຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ ທີ່ພວມດຳເນີນຢູ່ໃນປັດຈຸບັນ ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນແລ້ວ ຍັງເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງຄະນະພັກ, ຄະນະນຳ ແລະ ພະນັກງານວິຊາການ ພາຍໃນ ສວສ ຂອງພວກເຮົາໃຫ້ມີຄວາມໃກ້ຊິດຕິດແທດ ແລະ ສະໜິດສະໜົມກັນຫຼາຍຂຶ້ນ ແນໃສ່ເຮັດໃຫ້ຂອດການປະສານວຽກງານຕ່າງໆມີຄວາມສະດວກສະບາຍ. ຄຽງຄູ່ກັນນີ້ກໍເພື່ອເປັນການສ້າງໂອກາດໃຫ້ພະນັກງານພາຍໃນສະຖາບັນ ໄດ້ຫຼິ້ນກິລາເພື່ອໃຫ້ມີສຸຂະພາບແຂງແຮງ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ຢ່າງມີຜົນສຳເລັດເປັນກ້າວໆ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



