ເບ ສະຫວັນ ອິນເຕີ ສືບຕໍ່ຊຸກຍູ້ເຄື່ອງກິລາ-ນໍ້າດື່ມ ໃຫ້ກົມໃຫຍ່ຕຳຫຼວດ ກຽມຮ່ວມງານກິລາ ທົ່ວກຳລັງ ປກສ ປະຈຳປີ 2024
21/03/2024

ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ສືບຕໍ່ໃຫ້ການສະໜັບສະໜູນເຄື່ອງນຸ່ງກິລາ ຈຳນວນ 50 ຊຸດ, ອຸປະກອນກິລາອີກຫຼາຍລາຍການ, ນໍ້າດື່ມ ແລະ ອື່ນໆ ລວມມູນຄ່າ 25 ລ້ານກີບ ໃຫ້ແກ່ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ເພື່ອກຽມຄວາມພ້ອມເຂົ້າຮ່ວມງານແຂ່ງຂັນກິລາ ທົ່ວກຳລັງ ປກສ ແນໃສ່ສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ທີ່ຈະເປີດສາກຂຶ້ນ ໃນໄວໆນີ້.
ພິທີມອບ-ຮັບເຄື່ອງອຸປະກອນກິລາໃນຄັ້ງນີ້ ມີຂຶ້ນໃນຕອນເຊົ້າວັນທີ 21 ມີນາ 2024 ເປັນການກ່າວມອບໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ທັງເປັນປະທານສະຫະພັນກິລາຄົນພິການຕາແຫ່ງຊາດລາວ ແລະ ຕາໜ້າກ່າວຮັບໂດຍ ທ່ານ ພັນເອກ ຈັນທອນ ເຮືອງຄຳໄຊ ຮອງຫົວໜ້າກົມຕຳຫຼວດສາກົນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ, ມີທ່ານ ບຸນມີ ໄຊຍະວົງ ຮອງປະທານສະຫະພັນກິລາຄົນພິການຕາແຫ່ງຊາດລາວ, ທ່ານ ຄອນສະຫວັນ ສິດທິໄທ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ສຸວັນນີ ອິນຕະພົມ ປະທານສະໂມສອນ ເບ ສະຫວັນ ເອັບຊີ ແລະ ບັນດາຫົວໜ້າພະແນກ-ຮອງພະແນກ, ກົມກອງອ້ອມຂ້າງ ກົມໃຫຍ່ ຕຳຫຼວດ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ສຳລັບເຄື່ອງຂອງບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດຜູ້ດຽວ ທີ່ນຳມາມອບໃຫ້ ກົມໃຫຍ່ ຕຳຫຼວດ ກະຊວງ ປກສ ໃນຄັ້ງນີ້ ປະກອບມີ ເຄື່ອງກິລາ 50 ຊຸດ, ບານສົ່ງ, ບານເຕະ, ກະຕໍ້, ຕາໜ່າງບານສົ່ງ ແລະ ກະຕໍ້ ແລະ ນໍ້າດື່ມ ທີ່ເປັນຜະລິດຕະພັນ ເບ ສະຫວັນ ຈຳນວນ 200 ແພັກ ລວມມູນຄ່າ 25 ລ້ານກີບ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



