ສຕລ ສຳເລັດການຝຶກອົບຮົມຄູຝຶກກິລາບານເຕະ ລະດັບ ຊີ ຢູ່ແຂວງຫຼວງນ້ຳທາ
25/03/2024

ພິທີປິດຊຸດຝຶກອົບຮົມຄັ້ງນີ້ ໄດ້ມີຂຶ້ນໃນຕອນແລງວັນທີ 22 ມີນາ 2024 ທີ່ຫ້ອງປະຊຸມສະໜາມກິລາແຂວງຫຼວງນ້ຳທາ ໂດຍເປັນປະທານຂອງ ທ່ານ ພູນແກ້ວ ເຫຼົ່າອິນ ຫົວໜ້າພະແນກໂຍທາທິການ ແລະ ຂົ່ນສົ່ງແຂວງ, ປະທານສະຫະພັນບານເຕະແຂວງ, ມີ ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ-ວິທະຍາ ສະຫະພັນກິລາບານເຕະແຫ່ງຊາດລາວ ຫຼື ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສຕລ ແລະ ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ຜູ້ຊ່ວຍຜູ້ຝຶກສອນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ສຳມະກອນ ຈໍານວນ 24 ທ່ານ ມາຈາກແຂວງຫຼວງນ້ຳທາ 13 ທ່ານ, ແຂວງອຸດົມໄຊ 3 ທ່ານ, ແຂວງບໍ່ແກ້ວ 2 ທ່ານ ແລະ ປະເທດໄທ 6 ທ່ານ.
ໃນພິທີ, ທ່ານ ວົງມີໄຊ ສຸບົວຄໍາ ໄດ້ລາຍງານໃຫ້ຮູ້ວ່າ: ການຝຶກອົບຮົມດັ່ງກ່າວ ແມ່ນໄດ້ແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງພາກສະໜາມ, ການສອບເສັງ 6 ຄັ້ງ (ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ), ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ເຕະບານຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼິ້ນບານໃນເກມ ຊຶ່ງຊຸດຝືກອົບຮົມຄັ້ງນີ້ ສາມາດປະເມີນຄວາມຮັບຮູ້ຂອງສໍາມະນາກອນໄດ້ 85%.
ໂອກາດນີ້, ທ່ານ ພູນແກ້ວ ເຫຼົ່າອິນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະສະຫະພັນບານເຕະແຫ່ງຊາດລາວ, ຄະນະພະແນກຈັດຝຶກອົບຮົມຄູຝຶກ, ວິທະຍາກອນ ແລະ ສຳມະນາກອນ ທີ່ໄດ້ເອົາໃຈໃສ່ກະກຽມດ້ານຕ່າງໆ ເຮັດໃຫ້ການຝຶກອົບຮົມໃນຄັ້ງນີ້ໄດ້ສໍາເລັດໄປຕາມຈຸດປະສົງ ລະດັບຄາດໝາຍ ແລະ ວັນເວລາທີ່ໄດ້ກໍານົດໄວ້ ແລະ ທ່ານກໍໄດ້ເນັ້ນໜັກໃຫ້ສໍາມະນາກອນຈົ່ງນໍາເອົາບົດຮຽນເຫຼົ່ານີ້ໄປຈັດຕັ້ງປະຕິບັດໃນກົມກອງຂອງຕົນໃຫ້ປະກົດຜົນເປັນຈິງ.
ຂ່າວໂດຍ: ຕ່າຍອໍລະໄພ ໄຊຍະສິງ (ສກຂ ຫຼວງນ້ຳທາ)
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026




