Skip to main content

ທີມໄວ້ຫວານ ຄອງແຊ໋ມກະຕໍ້ຄູ່ຊາຍ ລາຍການ ເຟຣນຊິບ ມໍ ສະປອດ ຊີຊັນ 2024 ພ້ອມເງິນລາງວັນ 3 ລ້ານກີບ

26/03/2024

ສູນການຄ້າເຟຣນຊິບມໍ ຮ່ວມກັບ ຮ້ານຂາຍເຄື່ອງກິລາ ດີພີ ສະປອດ ຈັດການແຂ່ງຂັນກິລາກະຕໍ້ປະເພດຄູ່ຊາຍ ລາຍການ ເຟຣນຊິບ ມໍ ສະປອດ ຊີຊັນ 2024 (Friendship Mall Sport Season 2024) ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2024) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນປີນີ້ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.


ການແຂ່ງຂັນກິລາກະຕໍ້ປະເພດຄູ່ຊາຍຄັ້ງນີ້ ໄດ້ມີຂຶ້ນລະຫວ່າງວັນທີ 24-25 ມີນາ 2024 ທີ່ສະໜາມກິລາຊົ່ວຄາວ ສູນການຄ້າເຟຣນຊິບມໍ ນະຄອນປາກເຊ ແຂວງຈຳປາສັກ ໂດຍມີ ທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ທ່ານ ສົມຊ່ຽນ ບົວວິເສດ ຕາງໜ້າສູນກາງຄ້າເຟຣນຊິບມໍ ແລະ ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງກິລາ ດີພີ ສະປອດ ຕະຫຼອດຮອດຄະນະນຳ, ຄູຝຶກ, ນັກກິລາ ແລະ ກອງເຊຍແຕ່ລະພາກສ່ວນເຂົ້າຮ່ວມຊົມຮ່ວມເຊຍຢ່າງຟົດຟື້ນ.
ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງກິລາ ດີພີ ສະປອດ ໃຫ້ສຳພາດຕໍ່ນັກຂ່າວສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ ວ່າ: ການຈັດແຂ່ງຂັນກິລາກະຕໍ້ປະເພດຄູ່ຊາຍຄັ້ງນີ້ ຈຸດປະສົງຫຼັກໆກໍເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2024) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນປີນີ້ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ຄຽງຄູ່ກັນນີ້ ກໍເປັນການສ້າງໂອກາດໃຫ້ນັກກິລາກະຕໍ້ໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະພາຍໃນແຂວງຈຳປາສັກຂອງພວກເຮົາໄດ້ມີເວທີພັດທະນາຕົນເອງໃຫ້ດີຂຶ້ນກວ່າເກົ່າ ເພື່ອກຽມຄັດເລືອກຕິດທີມປະສົມແຂວງ ເຂົ້າຮ່ວມແຂ່ງຂັນລະດັບຊາດ ແລະ ຕິດທີມຊາດ ໃນອະນາຄົດ. ນອກຈາກນີ້ກໍເພື່ອເປັນການສ້າງນັກກິລາໜຸ່ມນ້ອຍໃຫ້ມີຄວາມເຂັ້ມແຂງ ກຽມເປັນຕົວແທນແຂວງຈຳປາສັກ ເຂົ້າຮ່ວມແຂ່ງຂັນກິລາກະຕ້ໍໃນງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນ ເປັນເຈົ້າພາບ ໃນທ້າຍປີນີ້ອີກດ້ວຍ.

ການແຂ່ງຂັນລາຍການນີ້ ມີນັກກິລາເຂົ້າຮ່ວມຊີງໄຊທັງໝົດ 14 ທີມ ທີ່ມາຈາກຕ່າງແຂວງ ແລະ ພາຍໃນແຂວງຈຳປາສັກເອງ. ຜ່ານການແຂ່ງຂັນເປັນເວລາ 2 ວັນ ຜົນປະກົດວ່າ ຊະນະເລີດ ທີມໄວ້ຫວານ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 3 ລ້ານກີບ, ຮອງຊະນະເລີດ ທີມສະຕຣາພາເພີນ ໄດ້ຮັບເງິນລາງວັນ 2 ລ້ານກີບ ແລະ ອັນດັບທີ 3 ທີມສວນລັງສິດ ໄດ້ຮັບເງິນລາງວັນ 1 ລ້ານກີບ.
ນອກຈາກການແຂ່ງຂັນກິລາກະຕໍ້ແລ້ວ ໃນລະຫວ່າງວັນທີ 27-28 ມີນາ 2024 ນີ້ ທີ່ສະໜາມກິລາຊົ່ວຄາວ ສູນການຄ້າເຟຣນຊິບມໍ ນະຄອນປາກເຊ ແຂວງຈຳປາສັກ ຍັງຈະມີການແຂ່ງຂັນກິລາບານສົ່ງທີມຍິງ ຕື່ມອີກ ຖ້າຫາກທ່ານໃດ ຫຼື ພາກສ່ວນໃດສົນໃຈສົ່ງທີມເຂົ້າຮ່ວມແຂ່ງຂັນກໍສາມາດແຈ້ງມາຍັງຄະນະຮັບຜິດຊອບຈັດການແຂ່ງຂັນໄດ້ ຕາມໂມງລັດຖະການ. 020 9504 2160.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ