ທີມວັນໃໝ່ ຄອງແຊ໋ມບານສົ່ງຍິງ ລາຍການ ເຟຣນຊິບ ມໍ ສະປອດ ຊີຊັນ 2024 ພ້ອມເງິນລາງວັນ 5 ລ້ານກີບ
29/03/2024

ສູນການຄ້າເຟຣນຊິບມໍ ຮ່ວມກັບ ຮ້ານຂາຍເຄື່ອງກິລາ ດີພີ ສະປອດ ຈັດການແຂ່ງຂັນກິລາບານສົ່ງປະເພດທີມຍິງ ລາຍການ ເຟຣນຊິບ ມໍ ສະປອດ ຊີຊັນ 2024 (Friendship Mall Sport Season 2024) ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2024) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນປີນີ້ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.
ການແຂ່ງຂັນກິລາບານສົ່ງປະເພດທີມຍິງຄັ້ງນີ້ ໄດ້ມີຂຶ້ນລະຫວ່າງວັນທີ 27-25 ມີນາ 2024 ທີ່ສະໜາມກິລາຊົ່ວຄາວ ສູນການຄ້າເຟຣນຊິບມໍ ນະຄອນປາກເຊ ແຂວງຈຳປາສັກ ໃຫ້ກຽດເຂົ້າຮ່ວມ ແລະ ມອບຂັນລາງວັນຂອງ ທ່ານ ບຸນຈັນ ບຸດຊາດອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ແລະ ທ່ານ ໄພວອນ ຜາບຸນມີ ອະດີດຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ມີທ່ານ ສົມຊຽນ ຫຼວງວິເສດ ຕາງໜ້າສູນກາງຄ້າເຟຣນຊິບມໍ ແລະ ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງກິລາ ດີພີ ສະປອດ ຕະຫຼອດຮອດຄະນະນຳ, ຄູຝຶກ, ນັກກິລາ ແລະ ກອງເຊຍແຕ່ລະພາກສ່ວນຢ່າງພ້ອມພຽງ.
ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງກິລາ ດີພີ ສະປອດ ໃຫ້ສຳພາດຕໍ່ນັກຂ່າວສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ ວ່າ: ການຈັດແຂ່ງຂັນກິລາບານສົ່ງປະເພດທີມຍິງຄັ້ງນີ້ ຈຸດປະສົງຫຼັກໆກໍເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2024) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນປີນີ້ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ຄຽງຄູ່ກັນນີ້ ກໍເປັນການສ້າງໂອກາດໃຫ້ນັກກິລາບານສົ່ງທີມຍິງພາຍໃນແຂວງຈຳປາສັກຂອງພວກເຮົາໄດ້ມີເວທີພັດທະນາຕົນເອງໃຫ້ດີຂຶ້ນກວ່າເກົ່າ ເພື່ອກຽມຄັດເລືອກຕິດທີມປະສົມແຂວງ ເຂົ້າຮ່ວມແຂ່ງຂັນລະດັບຊາດ ແລະ ຕິດທີມຊາດ ໃນອະນາຄົດ. ນອກຈາກນີ້ກໍເພື່ອເປັນການສ້າງນັກກິລາໜຸ່ມນ້ອຍໃຫ້ມີຄວາມເຂັ້ມແຂງ ກຽມເປັນຕົວແທນແຂວງຈຳປາສັກ ເຂົ້າຮ່ວມແຂ່ງຂັນກິລາກະຕ້ໍໃນງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນ ເປັນເຈົ້າພາບ ໃນທ້າຍປີນີ້ອີກດ້ວຍ.
ການແຂ່ງຂັນກິລາບານສົ່ງທີມຍິງໃນຄັ້ງນີ້ ມີທັງໝົດ 4 ທີມເຂົ້າຮ່ວມຊີງໄຊ ຊຶ່ງຮູບແບບການແຂ່ງຂັນແມ່ນແຂ່ງແບບພົບກັນໃໝ່ ຄັດເລືອກເອົາທີມອັນດັບທີ 1-2 ຜ່ານເຂົ້າໄປຊີງຊະນະເລີດ ແລະ ອັນດັບທີ 3-4 ໄປຊີງອັນດັບທີ 3. ຜ່ານການແຂ່ງຂັນຜົນປະກົດວ່າ ຊະນະເລີດ ທີມວັນໃໝ່ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 5 ລ້ານກີບ, ອັນດັບທີ 2 ທີມຄຣິດຕຽນ ໄດ້ຮັບເງິນລາງວັນ 2 ລ້ານກີບ ແລະ ອັນດັບທີ 3 ທີມກອງພົນທີ 5 ໄດ້ຮັບເງິນລາງວັນ 1 ລ້ານກີບ.
ຢ່າງໃດກໍຕາມ, ໃນລະຫວ່າງວັນທີ 22-23 ມີນາ 2024 ກໍຍັງໄດ້ມີການແຂ່ງຂັນກິລາກະຕໍ້ປະເພດຄູ່ຊາຍ ຊຶ່ງການແຂ່ງຂັນລາຍການນີ້ ມີນັກກິລາເຂົ້າຮ່ວມຊີງໄຊທັງໝົດ 14 ທີມ ທີ່ມາຈາກຕ່າງແຂວງ ແລະ ພາຍໃນແຂວງຈຳປາສັກເອງ. ຜົນປະກົດວ່າ ຊະນະເລີດ ທີມໄວ້ຫວານ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 3 ລ້ານກີບ, ຮອງຊະນະເລີດ ທີມສະຕຣາພາເພີນ ໄດ້ຮັບເງິນລາງວັນ 2 ລ້ານກີບ ແລະ ອັນດັບທີ 3 ທີມສວນລັງສິດ ໄດ້ຮັບເງິນລາງວັນ 1 ລ້ານກີບ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
