ຢູ-11 ມັດສະດ້າ ລາວ ຈິບີ ຄອງແຊ໋ມ ລາຍການ ວິໄລແສງ ທົວນາເມັນ ຢູຄັບ 2024 ທີ່ແຂວງຫຼວງພະບາງ
02/04/2024

ສະໂມສອນ ມັດສະດ້າ ລາວ ຈິບີ ເອັບຊີ (ທີມ ເອ) ຄອງແຊ໋ມການແຂ່ງຂັນເຕະບານເຍົາວະຊົນ ຮຸ່ນອາຍຸ 11 ປີ ຫຼື ຢູ-11 ລາຍການ ວິໄລແສງ ທົວນາເມັນ ຢູຄັບ 2024 ຫຼື VILAISENG TOURNAMENT UCUP 2024 ຈັດຂຶ້ນລະຫວ່າງວັນທີ 30-31 ມີນາ 2024 ທີ່ສະໜາມກິລາບານເຕະຫຍ້າທຽມ ສະບາຍສະບາຍນະຄອນຫຼວງພະບາງ ແຂວງຫຼວງພະບາງ ຫຼັງຈາກໄລ່ເອົາຊະນະ ສະໂມສອນ ເດັກພວນ ຈາກແຂວງຊຽງຂວາງ ໄປແບບຫວຸດຫວິດ 2-1 ປະຕູ ໃນນັດຊີງຊະນະເລີດ.
ການແຂ່ງຂັນລາຍການນີ້ ຈັດຂຶ້ນ ຢູ່ທີ່ສອງສະໜາມຫຼັກ ກໍຄື ສະໜາມກິລາບານເຕະແຂວງຫຼວງພະບາງ ນຳໃຊ້ແຂ່ງຂັນສະເພາະ ຢູ-13 ຊຶ່ງກຳນົດເອົາສະໜາມໃຫຍ່ ແບ່ງອອກເປັນສອງສະໜາມແຂ່ງຂັນ ໃນຮອບຄັດເລືອກ ສ່ວນ ຢູ-11 ແຂ່ງຂັນເດີ່ນ 8 ຄົນ ທີ່ສະໜາມບານເຕະຫຍ້າທຽມ ສະບາຍສະບາຍ ບ້ານມ້າ ນະຄອນຫຼວງພະບາງ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນມີທ່ານ ດາວເພັດ ບຸບຜາພັນ ຄະນະບໍລິຫານງານສະຫະພັນບານເຕະແຂວງຫຼວງພະບາງ ທັງເປັນຜູ້ຈັດການໂຮງແຮມ ເມືອງຫຼວງ ແລະ ທ່ານ ທິບພະເນດ ແກ້ວມະນິວົງ ປະທານບໍລິສັດ ແກ້ວໂອໂຕ ກຣຸບ ຈຳກັດຜູ້ດຽວ ທັງເປັນປະທານມັດສະດ້າ ລາວ ຈິບີ ເອັບຊີ ພ້ອມດ້ວຍບັນດາຄະນະບໍລິຫານງານສະໂມສອນ ພີເຄພີ ຫຼວງພະບາງ ໃນນາມເຈົ້າພາບ ຈັດແຂ່ງຂັນ ແລະ ບັນດາຄະນະນຳ, ຄູຝຶກ ແລະ ຜູ້ປົກຄອງນັກກິລາ ຕະຫຼອດຮອດນັກກິລາເຂົ້າຮ່ວມຢ່າງຫຼວງຫຼາຍ.
ການແຂ່ງຂັນລາຍການນີ້ ຈັດຂຶ້ນ ກໍເພື່ອເປັນການສົ່ງເສີມນັກກິລາເຍົາວະຊົນໜຸ່ມນ້ອຍໄດ້ມີໂອກາດໃນການພັດທະນາຕົນເອງ ເພື່ອກ້າວສູ່ທີມຊາດໃນອະນາຄົດ ຄຽງຄູ່ກັບການ ກະຕຸ້ນການທ່ອງທ່ຽວລາວ ໃຫ້ນັບມຶ້ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ສຳລັບ ຢູ-11 ມີທີມເຂົ້າຮ່ວມ 9 ທີມ ແລະ ຢູ-13 ມີ 10 ທີມເຂົ້າຮ່ວມ, ໃນນັ້ນ ມີທີມຈາກ ປະເທດໄທ 1 ທີມ ແລະ ມາຈາກ 4 ແຂວງພາກເໜືອ ປະກອບມີ ທີມຈຳປີ-ຈຳປາ ແຂວງຫຼວງນໍ້າທາ, ທີມພີເຄ ຈາກແຂວງໄຊຍະບູລິ, ທີມເດັກພວນ ຈາກແຂວງຊຽງຂວາງ ແລະ ອີກຫຼາຍໆສະໂມສອນ ລະດັບຕົ້ນໆຂອງແຂວງຫຼວງພະບາງເຂົ້າຮ່ວມ.
ສະຫຼຸບການແຂ່ງຂັນລາຍການ VILAISENG TOURNAMENT UCUP 2024 ທີ່ມີການຊີງໄຊ 2 ຮຸ່ນ ກໍຄື ຢູ-11 ປິ ແລະ ຢູ-13 ປີ ມີດັ່ງນີ້ ຊະນະເລີດ ຢູ-11 ສະໂມສອນ ມັດສະດ້າ ລາວ ຈິບີ ເອັບຊີ (ທີມ ເອ) ໄດ້ຮັບຫຼຽນຄຳ ແລະ ຂັນຊະນະເລີດ 1 ໜ່ວຍ, ອັນດັບທີ 2 ເດັກພວນ ຈາກແຂວງຊຽງຂວາງ, ອັນດັບທີ 3 ເຈົ້າພາບ ພີເຄພີ ຫຼວງພະບາງ ແລະ ອັນດັບທີ 4 ພີເຄ ຈາກແຂວງໄຊຍະບູລີ. ສ່ວນຊະນະເລີດ ຢູ-13 ພີເຄພີ ຫຼວງພະບາງ, ຮອງແຊ໋ມ ພີເຄ ຈາກແຂວງໄຊຍະບູລິ, ອັນດັບທີ 3 ມັດສະດ້າ ລາວ ຈິບີ ເອັບຊີ ແລະ ອັນດັບທີ 4 ຈຳປີ-ຈຳປາ ແຂວງຫຼວງນໍ້າທາ.
ຂ່າວໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
