Skip to main content

ບໍລິສັດ ເບ ສະຫວັນ ມອບນ້ຳດື່ມ 40 ແພັກ ໃຫ້ຄະນະບໍລິຫານງານຊາວໜຸ່ມ ຮາກຖານ ສວສ ກຽມກອງປະຊຸມໃຫຍ່ ຄັ້ງທີ IV

03/04/2024

ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ມອບນ້ຳດື່ມ ເບ ສະຫວັນ ໃຫ້ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ຈຳນວນ 40 ແພັກ ເພື່ອໄວ້ດື່ມໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສວສ ແລະ ກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.
ພິທີມອບ-ຮັບນ້ຳດື່ມໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 3 ເມສາ 2024 ທີ່ເຮືອນຂອງເພິ່ນເອງ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍເປັນກຽດມອບຂອງ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານ ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ທັງເປັນເຈົ້າຂອງສະໜາມກິລາຫຍ້າທຽມ ເບ ສະຫວັນ ເອັບຊີ ແລະ ກ່າວຮັບແມ່ນ ທ່ານ ນາງ ສົມປະໄພ ໂນນອິນຖະໜອມ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ຄອນສະຫວັນ ສິດທິໄທ ຮອງປະທານສະຫະພັນກິລາບານເຕະນະຄອນຫຼວງວຽງຈັນ ແລະ ທ່ານ ຈັນທະຄາດ ອິນທະດາລິນ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.


ໂອກາດນີ້, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ກ່າວວ່າ: ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ເວົ້າລວມ, ເວົ້າສະເພາະແມ່ນການມອບນ້ຳດື່ມ ເບ ສະຫວັນ ໃຫ້ກັບຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ດື່ມໃນເວລາຈັດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສວສ ທີ່ຈະຈັດຂຶ້ນໃນວັນທີ 10 ເມສາ 2024 ແລະ ກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບ ທີມປະສົມ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສວສ ທີ່ຈະຈັດຂຶ້ນໃນວັນທີ 5 ເມສາ 2024 ນີ້ ເຖິງວ່າຈະມີຈຳນວນບໍ່ຫຼວງຫຼາຍແຕ່ກໍເປັນນ້ຳໃຈໃນການຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ຂໍໃຫ້ການດຳເນີນກອງປະຊຸມຂອງພວກທ່ານຈົ່ງປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ທຸກປະການ.
ໂອກາດດຽວກັນ, ທ່ານ ນາງ ສົມປະໄພ ໂນນອິນຖະໜອມ ໄດ້ຕາງໜ້າຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານ ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ທັງເປັນເຈົ້າຂອງສະໜາມກິລາຫຍ້າທຽມ ເບ ສະຫວັນ ເອັບຊີ ທີ່ໄດ້ມອບນ້ຳດື່ມ ຈຳນວນ 40 ແພັກ ໃຫ້ກັບພວກເຮົາ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜູນຈາກທ່ານຕື່ມອີກໃນອະນາຄົດ. ພ້ອມນັ້ນ, ທ່ານ ນາງ ສົມປະໄພ ໂນນອິນຖະໜອມ ຍັງໄດ້ມອບໃບກຽດຕິຄຸນໃຫ້ກັບ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ເພື່ອຈາລຶກຄຸນງາມຄວາມດີທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ທ່ານ ແລະ ຄອບຄົວ ປະສົບຜົນສຳເລັດໃນການດຳເນີນທຸລະກິດໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ