ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ມອບເງິນ ແລະ ນ້ຳດື່ມ ໃຫ້ ປກສ ນະຄອນຫຼວງ ສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 63 ປີ ແລະ ຕ້ອນຮັບປີໃໝ່ລາວ

ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ມອບເງິນ ຈຳນວນ 10 ລ້ານກີບ ແລະ ນ້ຳດື່ມ ເບ ສະຫວັນ ຈຳນວນ 150 ແພັກ ໃຫ້ກັບກອງບັນຊາການປ້ອງກັນຄວາມສະຫງົບ ຫຼື ປກສ ນະຄອນຫຼວງວຽງຈັນ ເພື່ອນຳໃຊ້ເຂົ້າໃນການຈັດກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ແລະ ງານບຸນສົ່ງທ້າຍປີເກົ່າ ຄສ 2023 ແລະ ຕ້ອນຮັບປີໃໝ່ລາວ ຄສ 2024 ໃຫ້ເປັນຂະບວນການຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.
ພິທີມອບ-ຮັບເງິນ ແລະ ນ້ຳດື່ມໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 3 ເມສາ 2024 ທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໂດຍເປັນກຽດມອບຂອງ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານ ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ທັງເປັນເຈົ້າຂອງສະໜາມກິລາຫຍ້າທຽມ ເບ ສະຫວັນ ເອັບຊີ ແລະ ກ່າວຮັບແມ່ນ ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ມີພາກສ່ວນກ່ຽວຂ້ອງ 2 ຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ກ່າວວ່າ: ສຳລັບເງິນ ແລະ ນ້ຳດື່ມ ທີ່ນຳມາມອບໃຫ້ກັບກອງບັນຊາການ ປກສ ນະຄອນຫຼວງໃນຄັ້ງນີ້ ກໍເພື່ອເປັນການປະກອບສ່ວນເຂົ້າໃນວຽກງານຕ່າງໆຂອງພັກ ຂອງລັດ ໂດຍສະເພາະແມ່ນວຽກງານປ້ອງກັນຄວາມສະຫງົບ ຊຶ່ງເປັນຫົວໃຈສຳຄັນໃນການປ້ອງກັນເວນຍາມ ແລະ ເບິ່ງແຍງຄວາມສະຫງົບສຸກຂອງປະຊາຊົນ ແລະ ສັງຄົມໃຫ້ມີຄວາມປອດໄພຢູ່ສະເໝີ. ຄຽງຄູ່ກັນນີ້ກໍເພື່ອເປັນການປະກອບສ່ວນເຂົ້າໃນກິດຈະກຳຕ່າງໆຂອງ ປກສ ນະຄອນຫຼວງ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ ແລະ ການສະເຫຼີມສະຫຼອງງານບຸນສົ່ງທ້າຍປີເກົ່າ ຄສ 2023 ແລະ ຕ້ອນຮັບປີໃໝ່ລາວ ຄສ 2024 ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.
ໂອກາດດຽວກັນ, ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ ຕະຫຼອດຮອດອ້າຍນ້ອງກຳລັງ ປກສ ທຸກຄົນ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານ ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ທັງເປັນເຈົ້າຂອງສະໜາມກິລາຫຍ້າທຽມ ເບ ສະຫວັນ ເອັບຊີ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງສອງວັນດັ່ງກ່າວ ຈຶ່ງໄດ້ນຳເອົາເງິນ ແລະ ນ້ຳດື່ມ ມາມອບໃຫ້ກັບພວກເຮົາ ພ້ອມສັນຍາວ່າຈະນຳໃຊ້ເງິນຈຳນວນດັ່ງກ່າວໃຫ້ຖືກຕາມວັດຖຸປະສົງທຸກປະການ ແລະ ຫວັງວ່າຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຈາກທ່ານຕື່ມອີກໃນອະນາຄົດ. ພ້ອມນັ້ນ, ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຍັງໄດ້ມອບໃບກຽດຕິຄຸນໃຫ້ກັບ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ເພື່ອຈາລຶກຄຸນງາມຄວາມດີທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ທ່ານ ແລະ ຄອບຄົວ ຈົ່ງປະສົບຜົນສຳເລັດໃນການດຳເນີນທຸລະກິດໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
