ອະນຸກຳມະການຂ່າວສານ ແລະ ຍ້ອງຍໍ ປຶກສາຫາລື ແລະ ວາງແຜນວຽກ ກຽມງານກິລາມະຫາວິທະຍາໄລລາວ ຄັ້ງທີ II
03/04/2024

ອະນຸກຳມະການຂ່າວສານ ແລະ ຍ້ອງຍໍ ຊຶ່ງເປັນໜຶ່ງໃນ 6 ອະນຸກຳມະການໃຫຍ່ ຂອງກອງເລຂາງານມະຫະກຳກິລາ ມະຫະວິທະຍາໄລລາວ ຄັ້ງທີ II (ກມລ 2) ໄດ້ເປີດກອງປະຊຸມຄັ້ງທຳອິດ ເພື່ອປຶກສາຫາລື ແລະ ວາງແຜນວຽກ ເພື່ອຮອງຮັບງານກິລາມະຫາວິທະຍາໄລລາວ ຄັ້ງທີ II ທີ່ຈະໄຂຂຶ້ນໃນລະຫວ່າງ ວັນທີ 5-14 ພຶດສະພານີ້.
ກອງປະຊຸມດັ່ງກ່າວ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 2 ເມສາ 2024 ທີ່ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຟືອງ ລໍວັນໄຊ ຫົວໜ້າຫ້ອງການຈັດຕັ້ງ ແລະ ພະນັກງານ ມະຫາວິທະຍາໄລແຫ່ງຊາດ ທັງເປັນຫົວໜ້າອະນຸກຳມະການຂ່າວສານ ແລະ ຍ້ອງຍໍ ກມລ 2, ມີທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຫົວໜ້າອະນຸກຳມະການຂ່າວສານ ແລະ ຍ້ອງຍໍ ກມລ 2 ພ້ອມດ້ວຍຄະນະທັງໝົດ 12 ຄົນ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ຄຳເຟືອງ ລໍວັນໄຊ ໄດ້ແຈ້ງຈຸດປະສົງຄາດໝາຍຂອງກອງປະຊຸມຄັ້ງນີ້ ກໍເພື່ອແນໃສ່ປຶກສາຫາລື, ວາງແຜນ ແລະ ມອບວຽກໃຫ້ແຕ່ລະບຸກຄົນຮັບຜິດຊອບ ເພື່ອຮັບປະກັນໃຫ້ແກ່ວຽກງານທີ່ໄດ້ຮັບມອບໝາຍ ໃຫ້ໄດ້ຮັບຜົນສຳເລັດ ແລະ ມີປະສິດທິພາບ.
ຫຼັງຈາກນັ້ນ, ທ່ານ ສຸກສາຄອນ ສີປະເສີດ ໄດ້ນຳສະເໜີກ່ຽວກັບບັນດາໜ້າວຽກຕ່າງໆໃນອະນຸກຳມະການ ໂດຍສະເພາະການສ້າງຕັ້ງສູນຂ່າວປະຈຳງານ ກມລ 2 ພ້ອມທັງສະເໜີແຜນດຳເນີນງານໃນແຕ່ລະໄລຍະ ແຕ່ນີ້ຈົນເຖິງງານສິ້ນສຸດ ລວມທັງງົບປະມານຄວາມຕ້ອງການທາງດ້ານອຸປະກອນຮັບໃຊ້ ແລະ ອື່ນໆທີ່ກ່ຽວຂ້ອງ. ໃນໂອກາດນີ້ ບັນດາຄະນະອະນຸກຳມະການ ທີ່ເຂົ້າຮ່ວມ ຕ່າງກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ ແລະ ເຈາະຈີ້ມບັນຫາຕ່າງໆທີ່ປິ່ນອ້ອມໃນອະນຸກຳມະການ. ກອງປະຊຸມໄດ້ເຫັນເປັນເອກະພາບກັນສ້າງຕັ້ງ 3 ໜ່ວຍງານ ໃນອະນຸກຳມະການ ເຊັ່ນ: ໜ່ວຍງານກອງເລຂາ, ໜ່ວຍງານສູນຂ່າວ ແລະ ໜ່ວຍງານຍ້ອງຍໍ ຊຶ່ງໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະບຸກຄົນ. ນອກນີ້, ກອງປະຊຸມຍັງເຫັນດີສ້າງເຟດບຸກ ເພດ ງານມະຫະກຳ ກມລ 2 ເພື່ອອັບເດດຂໍ້ມູນຂ່າວສານ, ຮູບພາບ ແລະ ການເຄື່ອນໄຫວຕ່າງໆທີ່ປິ່ນອ້ອມງານ ແນໃສ່ໃຫ້ມະຫາຊົນ ແລະ ສັງຄົມ ໄດ້ຕິດຕາມຢ່າງໃກ້ຊິດ.
ໃນຕອນທ້າຍ ທ່ານ ຄຳເຟືອງ ລໍວັນໄຊ ໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ທຸກຄົນ ຈົ່ງເອົາໃຈໃສ່ເລີ່ມລົງມືດຳເນີນວຽກງານຕາມພາລະບົດບາດຂອງໃຜລາວ ນັບແຕ່ມື້ນີ້ເປັນຕົ້ນໄປ ທັງນີ້ເນື່ອງຈາກເວລາທີ່ເຫຼືອ ກໍຍັງບໍ່ພໍເທົ່າໃດແລ້ວ ແລະ ໃນກາງເດືອນນີ້ກໍຍັງມີການພັກບຸນສົງການລາວອີກ ຫຼາຍວັນ.
ສຳລັບງານກິລາ ກມລ 2 ຈະໄຂຂຶ້ນໃນລະຫວ່າງ ວັນທີ 5-14 ພຶດສະພາ 2024 ໂດຍມະຫາວິທະຍາແຫ່ງຊາດ ເປັນເຈົ້າພາບ ມີການກຳນົດຊີງໄຊທັງໝົດ 11 ປະເພດກິລາ ປະກອບມີ ບານເຕະຊາຍ-ຍິງ, ບານສົ່ງຮົ່ມ ແລະ ຫາດຊາຍ, ບານບ້ວງ 3×3, ເປຕັງ, ຢູໂດ, ເທຄວັນໂດ, ປັນຈັກສີລັດ, ດອກປີກໄກ່, ກະຕໍ້ ແລະ ອີ-ສະປອດ ຊຶ່ງ 10 ປະເພດ ແມ່ນຈະຈັດຢູ່ໃນບໍລິເວນເຂດ ມຊ ດົງໂດກ ຍົກເວັ້ນກິລາ ຢູໂດ ຈະຈັດຢູ່ສູນບູໂດເຊັນເຕີ ເຈົ້າອານຸວົງ. ສ່ວນພິທີເປີດ-ປິດ ໃນຄັ້ງນີ້ ຈະຈັດຢູ່ເດີ່ນໃນຮົ່ມ ໃນຮູບແບບກະທັດຮັດ ສອດຄ່ອງກັບຍຸກສະໄໝໃໝ່ ແລະ ມີເນື້ອໃນ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
