ມສ ນໍ້າປາ ບຽດຊະນະ ມສ ຊົນເຜົ່າ 2-1 ຄວ້າແຊ໋ມ 2 ປີຊ້ອນ ເຕະບານຊາຍ ນັກຮຽນມັດທະຍົມສຶກສາ ທົ່ວແຂວງ ອັດຕະປື ຄັ້ງທີ VIII
04/04/2024

ທັບນັກກິລາເຕະບານຊາຍ ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ນໍ້າປາ ເມືອງຊານໄຊ ດີກຣີແຊ໋ມເກົ່າ ສາມາດບຽດເອົາຊະນະ ທັບນັກກິລາໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງສາມັກຄີໄຊ ໄປໄດ້ 2-1 ປະຕູ ໃນນັດຊີງຊະນະເລີດ ຄວ້າຂັນແຊ໋ມໄປຄອງ ພ້ອມເງິນສົດ 5 ລ້ານກີບ ໄດ້ຢ່າງສົມສັກສີ ໃນງານແຂ່ງຂັນກິລາເຕະບານຊາຍ ລະດັບນັກຮຽນຊັ້ນມັດທະຍົມສຶກສາທົ່ວແຂວງ ອັດຕະປື ຄັ້ງທີ VIII ປະຈໍາສົກຮຽນ 2023-2024.
ງານແຂ່ງຂັນກິລາເຕະບານຊາຍ ລະດັບນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ ທົ່ວແຂວງອັດຕະປື ຄັ້ງທີ VIII ປະຈໍາສົກຮຽນ 2023-2024 ຊີງຂັນຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 18 ມີນາ-3 ເມສາ 2024 ທີ່ເດີ່ນກິລາໂຮງຮຽນສາມັນກິນນອນຊົນເຜົ່າ, ພາຍໃຕ້ເປັນປະທານຂອງ ທ່ານ ພົງສະຫວັນ ຄໍາສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ. ຊຶ່ງງານແຂ່ງຂັນດັ່ງກ່າວ ມີຄະນະນັກກິລາ ເຂົ້າຮ່ວມແຂ່ງຂັນທັງໝົດ 13 ພາກສ່ວນ ມາຈາກ ໂຮງຮຽນ ມສ 5 ເມືອງພາຍໃນແຂວງ ຄື: ມສ ນໍ້າງອນ, ມສ ຈັນທາ, ມສ ສົມສຸກ, ມສ ສະໜາມໄຊ, ມສ ໂພນງາມ, ມສ ໜອງລົມ, ມສ ຈະເລີນສຸກ, ມສ ຊົນເຜົ່າ, ມສ ເສດຖາທິລາດ, ມສ ພະເມືອງ, ມສ ນາງແຮ່ວ, ມສ ນໍ້ປາ ແລະ ມສ ໂພນໄຊ.
ຜ່ານການແຂ່ງຂັນຕະຫລອດໄລຍະ 17 ວັນ ທີ່ເຕັມໄປດ້ວຍບັນຍາກາດອັນ ຟົດຟື້ນ ມ່ວນຊື່ນ ແລະ ຄຶກຄັກ ດ້ວຍສາຍເລືອດນັກກິລາແຕ່ລະທີມຢ່າງເຕັມ 100% ບົນພື້ນຖານກົດລະບຽບກະຕິກາການແຂ່ງຂັນ. ຊຶ່ງຄູ່ຊີງຊະນະເລີດໄດ້ມີຂຶ້ນໃນຕອນບ່າຍຂອງວັນທີ 3 ເມສາ 2024 ເປັນການໂຄຈອນມາພົບກັນລະຫວ່າງ ທັບນັກເຕະ ມສ ນໍ້າປາ ເຈົ້າຂອງແຊ໋ມເກົ່າ ພົບກັບ ມສ ຊົນເຜົ່າ ເຈົ້າພາບ, ນັດນີ້ ທີມໂຮງຮຽນຊົນເຜົ່າກຽມຄວາມພ້ອມມາດີເຕັມ 100% ຫວັງສ້າງຜົນງານເປັນຄັ້ງປະຫວັດສາດໜ້າທໍາອິດໃຫ້ກັບໂຮງຮຽນໃຫ້ໄດ້. ຂະນະທີ່ ທັບນັກເຕະ ມສ ນໍ້າປາ ກໍກຽມພ້ອມມາເຕັມ 100% ເຊັ່ນກັນ ຫວັງປ້ອງກັນແຊ໋ມສະໄໝທີ 2 ໃຫ້ໄດ້. ຜ່ານການແຂ່ງຂັນຜົນປະກົດ ເປັນຝ່າຍ ມສ ນ້ຳປາ ທີ່ຫຼິ້ນໄດ້ດີກວ່າ ແລະ ເປັນຝ່າຍເອົາຊະນະ ມສ ຊົນເຜ່ົາ ໄປໄດ້ແບບຫວຸດຫວິດ 2-1 ປະຕູ ຄວ້າແຊ໋ມໄປຄອງໄດ້ສຳເລັດ ພ້ອມເງິນລາງວັນ 5 ລ້ານກີບ ແລະ ຍັງເປັນແຊ໋ມສະໄໝທີ 2 ຕິດຕໍ່ກັນອີກດ້ວຍ. ສ່ວນ ມສ ຊົນເຜົ່າ ໄດ້ພຽງຮອງແຊ໋ມ ໄດ້ຮັບເງິນລາງວັນ 4 ລ້ານກີບ, ອັນດັບທີ 3 ມສ ສະໜາມໄຊ ເມືອງສະໜາມໄຊ ໄດ້ຮັບເງິນລາງວັນ 3 ລ້ານກີບ ແລະ ອັນດັບທີ 4 ມສ ສົມສຸກ ເມືອງສະໜາມໄຊ ໄດ້ຮັບເງິນລາງວັນ 2 ລ້ານກີບ.
ໂດຍ: ພົມວິຫານ ໄຊຊະນະ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026






