Skip to main content

ຊາວໜຸ່ມ ຮາກຖານ ສວສ ສ້າງຂະບວນການແຂ່ງຂັນກິລາເປຕັງ ມິດຕະພາບ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IV ຢ່າງຟົດຟື້ນ

06/04/2024

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ສ້າງຂະບວນການແຂ່ງຂັນກິລາເປຕັງປະເພດທີມປະສົມ ມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ຂອງສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ຕິດພັນກັບການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສໍາຄັນຍິ່ງຂຶ້ນ.


ການແຂ່ງຂັນກິລາເປຕັງໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນບ່າຍວັນທີ 5 ເມສາ 2024 ທີ່ສະໜາມກິລາເປຕັງ ສວສ ໂດຍມີ ທ່ານ ຮສ.ປອ ອານຸລົມ ວິໄລພອນ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ອຸທິດ ທິບມະນີ ຮອງເລຂາຄະນະພັກຮາກຖານ, ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍອຳນວຍການ-ຮອງອຳນວຍການສູນ, ຫົວໜ້າພະແນກບໍລິຫານ ແລະ ຫ້ອງສະໝຸດ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຈັນທະຄາດ ອິນທະດາລິນ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ທັງເປັນຜູ້ຮັບຜິດຊອບຈັດການແຂ່ງຂັນ ລາຍງານໃຫ້ຮູ້ວ່າ: ການແຂ່ງຂັນກິລາເປຕັງມິດຕະພາບໃນຄັ້ງນີ້ ມີທັງໝົດ 11 ທີມເຂົ້າຮ່ວມຊີງໄຊ ຄື: ທີມຄະນະພັກຮາກຖານ ສວສ, ທີມສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ທີມສູນສົ່ງເສີມພາສາຕ່າງປະເທດ, ທີມພະແນກບໍລິຫານ ແລະ ຫ້ອງສະໝຸດ, ທີມສູນຄົ້ນຄວ້າພາສາລາວ, ທີມສູນພັດທະນາສື່ການຮຽນການສອນ, ທີມສູນຄົ້ນຄວ້າ ແລະ ປະເມີນຜົນ, ທີມຄະນະຊາວໜຸ່ມ ຮາກຖານ ສວສ, ທີມຄະນະກຳມະບານ ຮາກຖານ ສວສ, ທີມຄະນະສະຫະພັນແມ່ຍິງ ຮາກຖານ ສວສ ແລະ ທີມສູນພັດທະນາຫຼັກສູດ. ຜ່ານການແຂ່ງຂັນຜົນປະກົດວ່າ ຊະນະເລີດ ໄດ້ແກ່ທີມພະແນກບໍລິຫານ ແລະ ຫ້ອງສະໝຸດ, ຮອງຊະນະເລີດ ທີມສູນພັດທະນາຫຼັກສູດ ແລະ ອັນດັບທີ 3 ທີມຄະນະບໍລິຫານງານຊາວໜຸ່ມ ສວສ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ