ດັບເບິນຢູໄອຈີ ນາຄາ ຕົວແທນຈາກ ສປປ ລາວ ຖືກຈັດຢູ່ກຸ່ມ ເຮັດ ຮ່ວມກັບ ຣີວ ເບຕິດ ທີມດັງຈາກແອັດສະປາຍ ລາຍການ TAR 2024 ຮອບສຸດທ້າຍ
23/04/2024

ນັກເຕະບານເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 11 ປີ ຫຼື ຢູ-11 ສະໂມສອນ ດັບເບິນຢູໄອຈີ ນາຄາ ຫຼື WIG NAGA ຕົວແທນໜຶ່ງດຽວຈາກ ສປປ ລາວ ເດີນທາງມຸ່ງໜ້າສູ່ເມືອງບາເຊໂລນາ ປະເທດແອັດສະປາຍ (ສະເປນ) ໃນວັນທີ 22 ເມສາ ຜ່ານມາ ຫຼັງຈາກເກັບຕົວຝຶກຊ້ອມ ທີ່ສູນກິລາ ໃຈຟ້າ ແຂວງລົບບູລີ ປະເທດໄທ ເພື່ອເຂົ້າຮ່ວມຊີງໄຊໃນລາຍການ TAR 2024 ຮອບສຸດທ້າຍ ຈະຈັດຂຶ້ນລະຫວ່າງວັນທີ 24-28 ເມສາ 2024 ຊຶ່ງລາຍການດັ່ງກ່າວ ມີເຖິງ 50 ສະໂມສອນເຂົ້າຮ່ວມ ແບ່ງອອກເປັນ 10 ກຸ່ມ.
ທັງນີ້, ດັບເບິນຢູໄອຈີ ນາຄາ ເປັນສະໂມສອນໜຶ່ງດຽວຈາກ ສປປ ລາວ ແລະ ເປັນທີມທຳອິດ ທີ່ໄດ້ຮ່ວມແຂ່ງຂັນໃນລາຍການນີ້ ພາຍຫຼັງຄວ້າແຊ໋ມຮອບຄັດເລືອກຂົງເຂດອາຊີ ເມື່ອທ້າຍປີຜ່ານມາ ທີ່ປະເທດໄທ ຈົນໄດ້ຮັບສິດ ເປັນຕົວແທນທະວີບອາຊີ ໂດຍຈະໄດ້ພົບກັບສະໂມສອນລະດັບຊັ້ນນຳຈາກປະເທດແອັດສະປາຍ ເຈົ້າພາບ ແລະ 10 ກວ່າປະເທດທີ່ເຂົ້າຮ່ວມຊີງໄຊ.
ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ ດັບເບິນຢູໄອຈີ ນາຄາ ກ່າວໃຫ້ຮູ້ວ່າ: ດັບເບິນຢູໄອຈີ ນາຄາ ມີຄວາມພ້ອມແລ້ວ ພາຍຫຼັງໄດ້ທຳການເກັບຕົວຝຶກຊ້ອມເປັນປົກກະຕິເກືອບທຸກມື້ ນັບຕັ້ງແຕ່ປີ 2023 ໄດ້ໄປເກັບຕົວທີ່ ສູນກິລາ ໃຈຟ້າ ອະຄາເດມີ ຊຶ່ງເປັນສະໂມສອນບານເຕະເຍົາວະຊົນ ອັນດັບ 1 ຂອງປະເທດໄທ ຕັ້ງແຕ່ວັນທີ 15 ເມສາ 2024 ເປັນຕົ້ນມາ ສຳລັບເປົ້າໝາຍເບື້ອງຕົ້ນ ຈະພະຍາຍາມໃຫ້ຄະນະ ແລະ ນັກກິລາໄດ້ບົດຮຽນ ແລະ ປະສົບການຈາກເວທີເອີຣົບໃຫ້ຫຼາຍທີ່ສຸດ, ເປົ້າໝາຍຕໍ່ມາຈະພະຍາຍາມສູ້ຊົນຜ່ານເຂົ້າສູ່ຮອບເລິກໆໃຫ້ໄດ້.
ການແຂ່ງຂັນເຕະບານເຍົາວະຊົນລາຍການ TAR 2024 ຮອບສຸດທ້າຍ ມີ 50 ທີມຈາກ 12 ປະເທດເຂົ້າຮ່ວມເຊັ່ນ: ສະຫະລັດອາເມຣິກາ, ສາທາລະນະລັດໄອແລນ (ອຽກລັງ), ສະໂລວັກ, ເກຣັກ, ມອນໂດວາ, ໂຄຣເອເຊຍ (ໂຄຣອາຊີ), ຝຣັ່ງ, ຟິນແລນ (ແຟັງລັງ), ຈີບາວຕາ, ສປປ ລາວ, ໄທ ແລະ ແອັດສະປາຍ (ສະເປນ) ເຈົ້າພາບ. ໂດຍ U-11 ດັບເບິນຢູໄອຈີ ນາຄາ ຖືກຈັດຢູ່ກຸ່ມ H ຮ່ວມກັບ ຣີວ ເບຕິດ ທີມດັງຈາກແອັດສະປາຍ, VIC Riuprimer Refo, JABAC Terrassa ແລະ Vilassar De Mar ອີກ 3 ທີມຈາກເຈົ້າພາບ. ສ່ວນ ສະໂມສອນ ບາເຊໂລນາ ເຕັງ 1 ຢູ່ກຸ່ມ E ແລະ ອີກ 1 ຕົວເຕັງ ຣີວ ມາດຣິດ ຢູ່ກຸ່ມ A.
ລາຍການນີ້ ຮອບສຸດທ້າຍ 50 ສະໂມສອນ ແບ່ງອອກເປັນ 10 ກຸ່ມ, ກຸ່ມລະ 5 ທີມ ເມື່ອເດີນທາງເຖິງ ປະເທດແອັດສະປາຍ ດັບເບິນຢູໄອຈີ ນາຄາ ຈະທຳການອຸ່ນເຄື່ອງ 3 ນັດ ໃນວັນທີ 24-26 ເມສາ 2024 ກັບ 3 ສະໂມສອນຈາກປະເທດເຈົ້າພາບ ແລະ ຝຣັ່ງ ກ່ອນແຂ່ງຂັນຕົວຈິງ ໃນວັນທີ 27 ເມສາ 2024 5 ນັດລວດ ໃນຮອບແບ່ງກຸ່ມ.
ຂ່າວໂດຍ: ສົງການ ພັນແພງດີ
Photo: WIG Naga
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
