ປະກາດປັບປຸງກົງຈັກການຈັດຕັ້ງສະຫະພັນຍິງປືນແຫ່ງຊາດ ຊຸດໃໝ່
02/07/2024

ປະກາດປັບປຸງກົງຈັກການຈັດຕັ້ງ ຄະນະບໍລິຫານງານ ສະຫະພັນຍິງປືນແຫ່ງຊາດ ຊຸດໃໝ່ ວາລະການດຳເນີນໜ້າທີ່ ລະຫວ່າງປີ 2024-2028 ໂດຍແຕ່ງຕັ້ງ ທ່ານ ພົນຕີ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ເປັນປະທານສະຫະພັນ ຊຸດໃໝ່ ພ້ອມດ້ວຍຮອງປະທານ, ເລຂາທິການ ແລະ ກໍາມະການອີກ 10 ກວ່າທ່ານ.
ພິທີປະກາດການຮອງຮັບເອົາການປັບປຸງກົງຈັກການຈັດຕັ້ງຄະນະບໍລິການງານຂອງ ສະຫະພັນກິລາຍິງປືນແຫ່ງຊາດ ຊຸດໃໝ່ຄັ້ງນີ້ ຈັດຂຶ້ນໃນວັນທີ 2 ກໍລະກົດ 2024 ທີ່ຫ້ອງປະຊຸມໃຫຍ່ຂອງ ສະໜາມຍິງປືນ 5 ເມສາ ບ້ານສົມສະຫງ່າ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົນຕີ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ພົນຕີ ປອ ສົມຫວັງ ທໍາມະສິດ ອະດີດຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນອະດີດປະທານສະຫະພັນກິລາຍິງປືນແຫ່ງຊາດ ແລະ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງ-ເລຂາທິການຄະນະກໍາມະການໂອແລມປິກແຫ່ງຊາດ ຫຼື ຄອລ ພ້ອມດ້ວຍຄະນະ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີ, ທ່ານ ດຣ ປະເສີດ ໂພທິສານ ເລຂາທິການສະຫະພັນກິລາຍິງປືນແຫ່ງຊາດ ໄດ້ສະຫຼຸບຜົນງານການເຄື່ອນໄຫວໃນໄລຍະທີ່ຜ່ານມາຂອງ ສະຫະພັນຍິງປືນແຫ່ງຊາດ ໃນໄລຍະປີ 2021-2023 ໃຫ້ຮູ້ວ່າ: ປີ 2021 ສະຫະພັນກີລາຍິງປືນແຫ່ງຊາດ ໄດ້ສົ່ງນັກກິລາເຂົ້າຮ່ວມຊີເກມ ຄັ້ງທີ 31 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຈໍານວນ 6 ຄົນ, ຍິງ 3 ຄົນ ສາມາດຍາດໄດ້ 2 ຫຼຽນທອງ; ປີ 2022 ເປັນກໍາມະການຈັດການແຂ່ງຂັນກິລາຍິງປືນໃນງານກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ແລະ ປີ 2023 ເຂົ້າຮ່ວມ ເອຊຽນເກມ ທີ່ເມືອງຫາງໂຈວ ສປ ຈີນ; ສ່ວນແຜນເຄື່ອນໄຫວປີ 2024 ຈະສົ່ງນັກກິລາເຂົ້າຮ່ວມ ເອຊຽນ ອິນດໍເກມ ທີ່ປະເທດໄທ, ສືບຕໍ່ຄັດເລືອກນັກກິລາຍິງປືນຈາກຫຼາຍໆພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ລວມເຖິງການສົ່ງຄູຝຶກ ແລະ ກໍາມະການຕັດສິນໄປຝຶກອົບຮົມຢູ່ຕ່າງປະເທດ ເພື່ອຍົກລະດັບ ແລະ ຮຽນຮູ້ກົດລະບຽບເຕັກນິກໃໝ່ໆ ແລະ ສືບຕໍ່ປະສານສົມທົບກັບ ສະຫະພັນຍິງປືນສາກົນ, ສະຫະພັນຍິງປືນອາຊີ ແລະ ສະຫະພັນຍິງປືນອາຊຽນ ເພື່ອຕິດຕາມແຜນການແຂ່ງຂັນຕ່າງໆ ໃນເວທີສາກົນ ແລະ ພາກພື້ນ.
ຂະນະດຽວກັນ, ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຄະນະບໍລິການງານ ສະຫະພັນກິລາຍິງປືນແຫ່ງຊາດ ຊຸດໃໝ່ ( 2024-2028 ) ແລະ ຂໍ້ຕົກລົງວ່າດ້ວຍການຮັບຮອງແຕ່ງຕັ້ງຄະນະປະທານທີ່ປຶກສາ ສະຫະພັນກິລາຍິງປືນແຫ່ງຊາດລາວ ຊຸດໃໝ່ ( 2024-2026 ) ຄືຶ: ຄະນະທີ່ປຶກສາ: ທ່ານ ພົນຕີ ປອ ສົມຫວັງ ທໍາມະສິດ ອະດີດຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນອະດີດປະທານສະຫະພັນກີລາຍິງປືນແຫ່ງຊາດລາວ ເປັນປະທານທີ່ປຶກສາ ສ່ວນ ທ່ານ ພົນຕີ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເປັນປະທານຊຸດໃໝ່, ທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານ ບໍລິສັດ ບໍລິການຝຶກຊ້ອມກິລາຍິງປືນຈໍາກັດ ເປັນຮອງປະທານ, ທ່ານ ລໍາພຽງ ພົມມະກອງ ຮອງຜູ້ອໍານວຍການສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ ເປັນຮອງປະທານ, ທ່ານ ພັອ ແສງອໍາພອນ ພູມີເງິນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ເປັນຮອງປະທານ. ຂະນະທີ່ ທ່ານ ດຣ ປະເສີດ ໂພທິສານ ເປັນເລຂາທິການ, ທ່ານ ນົບພະລັກ ໂພຊະນະລັກ ເປັນຮອງເລຂາທິການ, ທ່ານ ພຸດທະສັກ ສຸກອາລຸນ ຜູ້ອໍານວຍການສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ ເປັນນາຍຄັງ. ນອກນັ້ນ, ກໍຍັງມີຄະນະກໍາມະການ ອີກ 7 ທ່ານ ພິເສດກໍຍັງມີການແຕ່ງຕັ້ງ ທ່ານ ພົນຕີ ສະຫວ່າງໄຊ ສິນນະວົງ ຫົວໜ້າປ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ ເປັນຄະນະປະທານທີ່ປຶກສາ ສະຫະພັນກິລາຍິງປືນແຫ່ງຊາດ ຊຸດໃໝ່ ສົກປີ 2024-2028 ອີກດ້ວຍ.
ໂອກາດນີ້, ທ່ານ ພົນຕີ ສົມວັນ ສາຍລ້ອງພາ ກໍໄດ້ສະແດງຂໍຄວາມຂອບໃຈເປັນສູງມາຍັງການນໍາກະຊວງສຶກສາທິການ ແລະ ກິລາ ທີ່ໄວ້ວາງໃຈໃຫ້ ຂ້າພະເຈົ້າເຮັດໜ້າທີ່ອັນສໍາຄັນນີ້ ແລະ ຂໍໃຫ້ຄຳໝັ້ນສັນຍາວ່າພວກເຮົາ ຈະຮ່ວມແຮງຮ່ວມໃຈກັນ, ສຸມໃສ່ສະຕິປັນຍາເພື່ອການພັດທະນາ ແລະ ເຮັດໃຫ້ສຸດຄວາມສາມາດໃນການສ້າງແຜນງານໃຫ້ລະອຽດ ໂດຍສະເພາະແມ່ນການສ້າງນັກກິລາແຕ່ສູນກາງລົງຮອດທ້ອງຖິ່ນ ຈະເລີ່ມແຕ່ນີ້ເປັນຕົ້ນໄປ ເພື່ອຊອກຫານັກກິລາໃຫ້ຫຼາຍຂຶ້ນ ແລະ ຄັດເລືອກເອົານັກກິລາທີ່ມີຄຸນນະພາບ ສາມາດຮັບປະກັນໃນການເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນລາຍການລະດັບພາກພື້ນ ແລະ ສາກົນ ໃນຕໍ່ໜ້າໃຫ້ແກ່ປະເທດຊາດ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
