ເປຕັງລາວ ສ້າງຜົນງານໄດ້ດີເກີນຄາດ ຄວ້າ 3 ຫຼຽນຄໍາ 2 ຫຼຽນເງິນ 4 ຫຼຽນທອງ ໃນ ມ.ອາຊຽນ ຄັ້ງທີ 21 ພ້ອມຮັບເງິນອັດສີດ 32 ລ້ານກີບ

ທັບນັກກິລາເປຕັງ ມະຫາວິທະຍາໄລລາວ ສ້າງຜົນງານໄດ້ດີເກີນຄາດ ສາມາດສູ້ຊົນຈົນຄວ້າມາໄດ້ 3 ຫຼຽນຄໍາ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ຫຼັງຫຼ້າສຸດນັກກິລາເປຕັງປະເພດຄູ່ປະສົມ ຊາຍ 1 ຍິງ 1 ໂຊຟອມເກັ່ງເອົາຊະນະນັກກິລາຈາກປະເທດໄທ ໃນນັດຊີງຊະນະເລີດ ຄວ້າຫຼຽນຄໍາມາຄອງອີກ 1 ຫຼຽນ. ຂະນະທີ່ ທາງສະຫະພັນກິລາມະຫາວິທະຍາໄລລາວ ໄດ້ມອບເງິນສະໜັບສະໜູນໃຫ້ແກ່ນັກກິລາທີ່ໄດ້ຮັບຫຼຽນທັງໝົດ 32 ລ້ານກີບ ເພື່ອເປັນການຍ້ອງຍໍຊົມເຊີຍໃນຜົນງານດັ່ງກ່າວ.
ການແຂ່ງຂັນກິລາເປຕັງໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ໄດ້ສືບຕໍ່ເປັນມື້ທີຫົກ (ວັນສຸດທ້າຍຂອງການແຂ່ງຂັນ) ໃນວັນທີ 1 ກໍລະກົດ 2024 ທີ່ສະໜາມ State University of Surabaya ເມືອງຊູຣາບາຢາ ແຂວງຈາວາຕາເວັນອອກ (Java East) ຊຶ່ງໄດ້ມີການຊີງໄຊກັນຢູ່ 1 ລາຍການ ຄື: ປະເພດຄູ່ປະສົມ ຊາຍ 1 ຍິງ 1. ສໍາລັບນັກກິລາລາວ ປະກອບມີ ທ້າວ ເຄນທອງ ອຸ່ນນາລົມ ແລະ ນາງ ໄກ່ທອງ ແກ້ວພິລາ ໂດຍໃຫ້ກຽດເຂົ້າຮ່ວມຕິດຕາມ ແລະ ມອບຫຼຽນລາງວັນຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ.
ລາຍການປະເພດຄູ່ປະສົມ ຊາຍ 1 ຍິງ 1 ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 12 ທີມ ຈາກ 6 ຊາດອາຊຽນ ປະກອບມີ ສປປ ລາວ, ອິນໂດເນເຊຍ, ມາເລເຊຍ, ໄທ, ມຽນມາ ແລະ ກຳປູເຈຍ. ຜ່ານການແຂ່ງຂັນຜົນປາກົດວ່າ ນັກກິລາວສາມາດເອົາຊະນະນັກກິລາຈາກໄທ ບີ 10-5 ຄະແນນ ຜ່ານເຂົ້າໄປຮອບ 4 ທີມສຸດທ້າຍ ພົບກັບນັກກິລາຈາກເຈົ້າພາບ ອິນໂດເນເຂຍ ແລະ ເຫັນວ່ານັກກິລາລາວເອົາຊະນະໄປແບບສະບາຍ 13-4 ຄະແນນ ໄດ້ຜ່ານເຂົ້າໄປຮອບຊີງຊະນະເລີດພົບກັບນັກກິລາຈາກປະເທດໄທ ເອ ຊຶ່ງໃນຮອບດັ່ງກ່າວ ນັກກິລາລາວເຮົາກໍຍັງຮັກສາໂຊຟອມເກັ່ງໄວ້ໄດ້ ເອົາຊະນະນັກກິລາໄທໄປ 12-8 ຄະແນນ ຄວ້າອີກ 1 ຫຼຽນຄໍາມາຄອງໄດ້ຢ່າງສົມສັກສີ. ສ່ວນຫຼຽນເງິນແມ່ນຕົກເປັນຂອງຄູ່ນັກກິລາໄທ ແລະ ຫຼຽນທອງຕົກເປັນຂອງເຈົ້າພາບ ອິນໂດເນເຊຍ.
ໃນໂອກາດດຽວກັນນີ້, ທາງສະຫະພັນກິລາມະຫາວິທະຍາໄລລາວ ໄດ້ມອບເງິນສະໜັບສະໜູນໃຫ້ແກ່ນັກກິລາທີ່ໄດ້ຮັບຫຼຽນທັງໝົດ ຈໍານວນ 32 ລ້ານກີບ ເພື່ອເປັນການຍ້ອງຍໍຊົມເຊີຍໃນຜົນງານດັ່ງກ່າວ ຊຶ່ງຕາງໜ້າມອບຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ.
ປັດຈຸບັນ ທັບນັກກິລາ ມະຫາວິທະຍາໄລລາວ ສາມາດຄວ້າມາໄດ້ແລ້ວ 3 ຫຼຽນຄໍາ ຈາກປະເພດຊຸດຕິງຊາຍ, ຄູ່ຊາຍ ແລະ ຄູ່ປະສົມ ຊາຍ 1 ຍິງ 1; 2 ຫຼຽນເງິນ ຈາກປະເພດທີມຊຸດຍິງ ແລະ ຄູ່ຍິງ ແລະ 4 ຫຼຽນທອງຈາກປະເພດດ່ຽວຍິງ, ດ່ຽວຊາຍ, ປະເພດທີມປະສົມ ຊາຍ 1 ຍິງ 2 ແລະ ຊາຍ 2 ຍິງ 1 ສົ່ງຜົນໃຫ້ທັບນັກກິລາເປຕັງລາວ ສາມາດສ້າງຜົນງານໄດ້ດີເກີນຄາດ ຊຶ່ງໃນເບື້ອງຕົ້ນ ທາງລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຕັ້ງເປົ້າໝາຍໄວ້ພຽງ 2 ຫຼຽນຄໍາ ຈາກກິລາ 4 ປະເພດທີ່ສົ່ງເຂົ້າຮ່ວມແຂ່ງຂັນ ໃນ ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍຄັ້ງນີ້.
ໂດຍ ດາວຫວຽດ ລາຍງານຈາກປະເທດອິນໂດເນເຊຍ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



