Skip to main content

ປັນຈັກສີລັດ ຄວ້າອີກ 1 ຫຼຽນທອງໃຫ້ທັບນັກກິລາມະຫາວິທະຍາໄລລາວ ໃນ ມ.ອາຊຽນ ທີ່ອິນໂດເນເຊຍ

05/07/2024

ກິລາປັນຈັກສີລັດເປັນໜຶ່ງໃນສີ່ປະເພດກິລາທີ່ທາງສະຫະພັນກິລາມະຫາວິທະຍາໄລລາວ ໄດ້ສົ່ງເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ (ມ.ອາຊຽນ) ຄັ້ງທີ 21 ທີ່ປະເທດອິນໂດເນເຊຍ ຊຶ່ງຫຼ້າສຸດສາມາດຄວ້າຫຼຽນທອງມາເພີ່ມອີກ 1 ຫຼຽນ ຈາກປະເພດຕໍ່ສູ້ຊາຍ ຮຸ່ນ 65 ກິລາ ເຮັດໃຫ້ປັດຈຸບັນທັບນັກກິລາມະຫາວິທະຍາໄລລາວ ມີ 3 ຫຼຽນຄໍາ, 2 ຫຼຽນເງິນ ແລະ 6 ຫຼຽນທອງ ຢູ່ອັນດັບທີ 6 ຂອງຕາຕະລາງຫຼຽນ.

ເມື່ອວັນທີ 4 ກໍລະກົດ 2024 ທີ່ສະໜາມ University of Muhammadiyah Malang (UMM), Malang ເມືອງມາລັງ ແຂວງຈາວາຕາເວັນອອກ (Java East) ໄດ້ມີການແຂ່ງຂັນກິລາປັນຈັກຊີລັດ ຮອບຊີງຫຼຽນທອງ ໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ຊຶ່ງນັກກິລາລາວ ໄດ້ເຂົ້າຊີງຫຼຽນທອງ 5 ລາຍການ ປະກອບມີ ຟ້ອນດ່ຽວຍິງ, ຟ້ອນດ່ຽວຊາຍ, ຕໍ່ສູ້ຊາຍ 65 ກິໂລ, ຕໍ່ສູ້ຊາຍ 60 ກິໂລ ແລະ ຕໍ່ສູ້ຍິງ 50 ກິໂລ. ຜ່ານການແຂ່ງຂັນປາກົດວ່າ ທ້າວ ຈັນສະໝອນ ພົມໂສພາ ປະເພດຕໍ່ສູ້ຊາຍ 65 ກິໂລ ເປັນຄົນດຽວທີ່ສາມາດຄວ້າຫຼຽນທອງມາຄອງໄດ້ ຫຼັງຈາກເອົາຊະນະນັກກິລາຈາກປະເທດມາເລເຊຍໄປ 45-15 ຄະແນນ. ສ່ວນຫຼຽນຄຳຕົກເປັນຂອງນັກກິລາຈາກປະເທດໄທ ແລະ ຫຼຽນເງິນຕົກເປັນຂອງນັກກິລາປະເທດເຈົ້າພາບ ອິນໂດເນເຊຍ. ສໍາລັບຮຸ່ນອື່ນໆ ແມ່ນບໍ່ສາມາດຍາດຫຼຽນມາໄດ້.

ການແຂ່ງຂັນກິລາປັນຈັກຊີລັດ ໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ແມ່ນຈັດຂຶ້ນໃນລະຫວ່າງວັນທີ 2-5 ກໍລະກົດ 2024 ທີ່ສະໜາມ University of Muhammadiyah Malang (UMM), Malang ໂດຍມີນັກກິລາຈາກ 6 ຊາດອາຊຽນເຂົ້າຮ່ວມ ປະກອບມີ ສປປ ລາວ, ອິນໂດເນເຊຍ (ເຈົ້າພາບ), ສິງກະໂປ, ໄທ, ມາເລເຊຍ ແລະ ບຣູໄນ ດາຣູຊາລາມ. ສໍາລັບ ສປປ ລາວ ສົ່ງເຂົ້າຮ່ວມ 7 ລາຍການ ປະກອບມີ ຟ້ອນດ່ຽວຍິງ, ຟ້ອນດ່ຽວຊາຍ, ຕໍ່ສູ້ຍິງ 50 ກິໂລ, ຕໍ່ສູ້ຊາຍ 55 ກິໂລ, ຕໍ່ສູ້ຊາຍ 60 ກິໂລ, ຕໍ່ສູ້ຊາຍ 65 ກິໂລ ແລະ ຕໍ່ສູ້ຊາຍ 70 ກິໂລ.

ປັດຈຸບັນ ທັບນັກກິລາ ມະຫາວິທະຍາໄລລາວ ສາມາດຄວ້າມາໄດ້ແລ້ວ 3 ຫຼຽນຄໍາ ຈາກກິລາເປຕັງ ລາຍການຊຸດຕິງຊາຍ, ຄູ່ຊາຍ ແລະ ຄູ່ປະສົມ ຊາຍ 1 ຍິງ 1; 2 ຫຼຽນເງິນ ຈາກກິລາເປຕັງ ລາຍການທີມຊຸດຍິງ ແລະ ຄູ່ຍິງ ແລະ 6 ຫຼຽນທອງຈາກກິລາເປຕັງ ລາຍການດ່ຽວຍິງ, ດ່ຽວຊາຍ, ທີມປະສົມ ຊາຍ 1 ຍິງ 2, ຊາຍ 2 ຍິງ 1, ກິລາແລ່ນ-ລານ ລາຍການເຕັ້ນຍາວ ແລະ ປັນຈັກຊີລັດ ລາຍການຕໍ່ສູ້ຊາຍ 65 ກິໂລ ຈັດຢູ່ອັນດັບທີ 6 ຂອງຕາຕະລາງຫຼຽນ ຈາກ 10 ຊາດອາຊຽນ ແລະ 1 ປະເທດ ຕີມໍ ເລັດສະເຕ ເຂົ້າຮ່ວມແຂ່ງຂັນ ສົ່ງຜົນໃຫ້ທັບນັກກິລາເປຕັງລາວ ສາມາດສ້າງຜົນງານໄດ້ດີເກີນຄາດ ຊຶ່ງໃນເບື້ອງຕົ້ນທາງລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຕັ້ງເປົ້າໝາຍໄວ້ພຽງ 2 ຫຼຽນຄໍາ ຈາກກິລາ 4 ປະເພດທີ່ສົ່ງເຂົ້າຮ່ວມແຂ່ງຂັນ ໃນ ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍຄັ້ງນີ້.

ໂດຍ ດາວຫວຽດ ລາຍງານຈາກປະເທດອິນໂດເນເຊຍ