Skip to main content

ມ.ອາຊຽນ ຄັ້ງທີ XXI ປິດສາກຢ່າງເປັນທາງການ ຂະນະທີ່ ສປປ ລາວ ຄອງອັນດັບ 7 ພົບກັນໃໝ່ທີ່ມາເລເຊຍ ປີ 2026

08/07/2024

ງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ປີ 2024 ໄດ້ມີພິທີປິດສາກລົງຢ່າງເປັນທາງການ ໃນຕອງແລງວັນທີ 6 ກໍລະກົດ 2024 ທີ່ເມືອງສຸລາບາຢາ-ມາລັງ ແຂວງຈາວາຕາເວັນອອກ (Java East) ປະເທດອິນໂດເນເຊຍ ພາຍຫຼັງໄດ້ເປີດສາກໃນວັນທີ 25 ມິຖຸນາ 2024 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ອິບູ ຊູຮາທີ (Ibu Suharti) ເລຂາທິການ​ໃຫຍ່​ກະຊວງ​ສຶກສາ, ວັດທະນະທຳ, ຄົ້ນຄວ້າ ​ແລະ ​ເຕັກ​ໂນ​ໂລ​ຊີ ປະເທດອິນໂດເນເຊຍ, ພ້ອມດ້ວຍປະທານສະພາກິລາມະຫາວິທະຍາໄລອາຊຽນ (AUSC), ບັນດາການນຳຂັ້ນສູງພັກ-ລັດ, ຄະນະນຳ, ຄູຝຶກ ແລະ ນັກ​ກິລາຈາກມະຫາວິທະຍາໄລຂອງປະເທດເຈົ້າພາບ ແລະ ປະເທດອາຊຽນເຂົ້າຮ່ວມ ຊຶ່ງ ສປປ ລາວ ເຮົາໃຫ້ກຽດເຂົ້າຮ່ວມໂດຍທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ.

ໃນພິທີ, ທ່ານ ເລຂາທິການ​ໃຫຍ່​ ກະຊວງ​ສຶກສາ, ວັດທະນະທຳ, ຄົ້ນຄວ້າ ​ແລະ ​ເຕັກ​ໂນ​ໂລ​ຊີ ໄດ້ຕາງໜ້າ​ລັດຖະບານ​ອິນ​ໂດ​ເນ​ເຊຍ ກ່າວ​ສະ​ແດງ​ຄວາມ​ຂອບ​​ໃຈ​ຕໍ່​ຄະນະ​ກຳມະການ​ກິລາ​ມະຫາວິທະຍາ​ໄລ​ອາ​ຊຽນ ທີ່​ໃຫ້​ຄວາມ​ເຊື່ອ​ໝັ້ນ​ຕໍ່​ອິນ​ໂດ​ເນ​ເຊຍ​ໃນ​ຖານະ​ເປັນ​ເຈົ້າພາບ​ຈັດ​ AUG ຄັ້ງ​ທີ​ 5 ຊຶ່ງດ້ວຍການຮ່ວມມືຂອງທຸກພາກສ່ວນທີ່ມີຄວາມສາມັກຄີ, ເຮັດວຽກຮ່ວມກັນ ລວມທັງ 9 ມະຫາວິທະຍາໄລໃນເມືອງຊູຣາບາຢາ ແລະ ເມືອງມາລັງ ທີ່ສໍາເລັດໄປດ້ວຍດີ.

ທ່ານ ນາງ ອິບູ ຊູຮາທີ ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ບັນດາ​ປະ​ເທດ​ອາ​ຊຽນ ​ທີ່​ໄດ້​ເຂົ້າ​ຮ່ວມ​ງານ​ກິລາ​ນັກຮຽນ​ທີ່​ມີ​ຊື່​ສຽງຄັ້ງ​ນີ້ ຊຶ່ງການມີສ່ວນຮ່ວມພິເສດຂອງນັກກິລາ, ຄູຝຶກສອນ ແລະ ເຈົ້າໜ້າທີ່ເຮັດໃຫ້ AUG ມີສີສັນ ແລະ ແນ່ນອນວ່າມີການແຂ່ງຂັນຫຼາຍຂຶ້ນ. “ໃນຖານະຜູ້ຈັດງານ, ພວກເຮົາປະສົບຜົນສໍາເລັດທັງໝົດໃນການຈັດງານນີ້, ຜົນໄດ້ຮັບແມ່ນໄດ້ຮັບການຍອມຮັບຈາກ AUSC.

ງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ທີ່ອິນໂດເນເຊຍ ແມ່ນຈະດໍາເນີນໄປຈົນເຖິງວັນທີ 6 ກໍລະກົດ 2024, ມີການຊີງໄຊກັນ 250 ຫຼຽນຄໍາ ໃນ 21 ປະເພດກິລາ ປະກອບມີ ຟຸດ​ຊໍ, ເປ​ຕັງ, ບານ​ສົ່ງ, ​ເທັນ​ນິດ, ລອຍ​ນ້ຳ, ກິລາ​ປີນ​ພູ, ບ້ວງ 3×3, ຢູ​ໂດ, ບານ​ມື, ວູຊູ, ບຣິດ, ​ໝາກເສິກ, ແລ່ນ-ລານ, ບານບ້ວງ, ​ດອກປີກໄກ່, ຍິງທະນູ, ບານ​ສົ່ງ​ຫາດ​ຊາຍ, ​ກະຕໍ້, ເທຄວັນໂດ, ປັນຈັກຊີລັດ ແລະ ຄາຣາເຕ ຊຶ່ງນໍາໃຊ້ 9 ສະໜາມທໍາການແຂ່ງຂັນ ໃນ 2 ເມືອງ ຄື: ເມືອງຊູຣາບາຢາ ແລະ ເມືອງມາລັງ ແຂວງຈາວາຕາເວັນອອກ (Java East) ປະກອບມີ State University of Surabaya, Airlangga University, Sepuluh Nopember Institute of Technology, University of Surabaya, UPN “Veteran” East Java, State University of Malang, Brawijaya University, Malang Muhammadiyah University ແລະ Malang Islamic University. ງານ​ກິລາ​ລະຫວ່າງ​ມະຫາວິທະຍາ​ໄລ​ອາ​ຊຽນ​ຄັ້ງ​ນີ້, ​ມີ​ຜູ້ເຂົ້າ​ຮ່ວມ​ຈາກ 10 ປະ​ຊາດອາ​ຊຽນ ຄື: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ລາວ, ມຽນມາ, ຫວຽດນາມ, ບຣູ​ໄນ​ ດາ​ຣູ​ຊາ​ລາມ, ​ໄທ, ສິງກະ​ໂປ, ກຳປູ​ເຈຍ, ຟີ​ລິບ​ປິນ ແລະ  1 ຕີ​ມໍ ​ເລັດສະ​ເຕ ປະມານ 4.000 ຫາ 5.000 ຄົນ (ນັກກິລາ, ຄູຝຶກ, ເຈົ້າໜ້າທີ່, ຜູ້ສະໜັບສະໜູນ ແລະ ອື່ນໆ).

ສໍາລັບທັບນັກກິລາ ມະຫາວິທະຍາໄລລາວ ສາມາດຄວ້າມາໄດ້ແລ້ວ 3 ຫຼຽນຄໍາ ຈາກກິລາເປຕັງ ລາຍການຊຸດຕິງຊາຍ, ຄູ່ຊາຍ ແລະ ຄູ່ປະສົມ ຊາຍ 1 ຍິງ 1; 2 ຫຼຽນເງິນ ຈາກກິລາເປຕັງ ລາຍການທີມຊຸດຍິງ ແລະ ຄູ່ຍິງ ແລະ 6 ຫຼຽນທອງຈາກກິລາເປຕັງ ລາຍການດ່ຽວຍິງ, ດ່ຽວຊາຍ, ທີມປະສົມ ຊາຍ 1 ຍິງ 2, ຊາຍ 2 ຍິງ 1, ກິລາແລ່ນ-ລານ ລາຍການເຕັ້ນຍາວ ແລະ ປັນຈັກຊີລັດ ລາຍການຕໍ່ສູ້ຊາຍ 65 ກິໂລ ຈັດຢູ່ອັນດັບທີ 7 ຂອງຕາຕະລາງຫຼຽນ ສົ່ງຜົນໃຫ້ທັບນັກກິລາລາວ ສາມາດສ້າງຜົນງານໄດ້ດີເກີນຄາດ ເນື່ອງຈາກໃນເບື້ອງຕົ້ນທາງລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຕັ້ງເປົ້າໝາຍໄວ້ພຽງ 2 ຫຼຽນຄໍາ ຈາກກິລາ 4 ປະເພດທີ່ສົ່ງເຂົ້າຮ່ວມແຂ່ງຂັນໃນ ມ.ອາຊຽນ 2024 ປະກອບມີ ກິລາ ແລ່ນ-ລານ, ເປຕັງ, ປັນຈັກສີລັດ ແລະ ກິລາບານບ້ວງ 3X3 ລວມທັງໝົດ 41 ຄົນ.

ອີງ​ຕາມ​ການ​ແຂ່ງ​ຂັນ​ຄັ້ງ​ສຸດ​ທ້າຍ​ຂອງ​ການ​ແຂ່ງ​ຂັນ ມ.ອາຊຽນ ​ຄັ້ງ​ທີ XXI 2024 ແມ່ນປະເທດອິນ​ໂດ​ເນ​ເຊຍ​ ​ເປັນ​ເຈົ້າ​ພາບ ​ທີ່​ໄດ້ຄອງເຈົ້າຫຼຽນຄໍາ ​ມີ 126 ຫຼຽນຄໍາ, 99 ຫຼຽນເງິນ ແລະ 71 ຫຼຽນທອງ, ໄທ ມີ 53 ຫຼຽນຄຳ, 49 ຫຼຽນເງິນ ແລະ 29 ຫຼຽນທອງ, ມາເລເຊຍ 38 ຫຼຽນຄໍາ, 47 ຫຼຽນເງິນ ແລະ 62 ຫຼຽນທອງ, ຫວຽດນາມ 12 ຫຼຽນຄໍາ, 9 ຫຼຽນເງິນ ແລະ 5 ຫຼຽນທອງ, ສິງກະໂປ 11 ຫຼຽນຄໍາ, 27 ຫຼຽນເງິນ ແລະ 36 ຫຼຽນທອງ, ຟີລິບປິນ 3 ຫຼຽນຄໍາ, 3 ຫຼຽນເງິນ ແລະ 9 ຫຼຽນທອງ, ສປປ ລາວ 3 ຫຼຽນຄໍາ, 2 ຫຼຽນເງິນ ແລະ 6 ຫຼຽນທອງ, ມຽນມາ 2 ຫຼຽນຄໍາ, 8 ຫຼຽນເງິນ ແລະ 1 ຫຼຽນທອງ, ກຳປູເຈຍ 1 ຫຼຽນຄໍາ, 5 ຫຼຽນເງິນ ແລະ 3 ຫຼຽນທອງ, ບຣູໄນ ດາຣູຊາລາມ 1 ຫຼຽນທອງ ແລະ ຕີມໍ ເລັດສະເຕ 1 ຫຼຽນເງິນ ແລະ 9 ຫຼຽນທອງ.

ຕອນທ້າຍ, ຍັງໄດ້ມີພິທີມອບທຸງກິລາມະຫາວິທະຍາໄລອາຊຽນໃຫ້ແກ່ປະເທດມາເລເຊຍ ເພື່ອສືບຕໍ່ເປັນເຈົ້າພາບຈັດງານ ຄັ້ງທີ XXII ໃນປີ 2026 ອີກດ້ວຍ.

ໂດຍ ດາວຫວຽດ