Skip to main content

ກົມການສຶກສາຊັ້ນສູງ ຮ່ວມກັບ ຄສບ ຈັດກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບ ຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ ອົງຄະນະພັກ ສສກ ຢ່າງຟົດຟື້ນ

17/07/2024

ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຫຼື ຄສບ ມະຫາວິທະຍາໄລແຫ່ງຊາດ ຈັດກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ທີ່ພວມດຳເນີນຢູ່ໃນປັດຈຸບັນໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.


ກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນບ່າຍວັນທີ 12 ກໍລະກົດ 2024 ທີ່ສະໜາມກິລາເປຕັງແຫ່ງຊາດ (ວິທະຍາເຂດດົງໂດກ) ເມືອງໄຊທານີ ນະຄອນຫຼວງວຽງຈັນ, ນຳພາໂດຍ ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ອຈ.ປທ ຄຳພັນ ພົມມາຈັນ ຮອງຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຫຼື ຄສບ ມະຫາວິທະຍາໄລແຫ່ງຊາດ ຕະຫຼອດຮອດແຂກຖືກເຊີນ, ພະນັກງານ, ຄູອາຈານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຟົດຟື້ນ.

ໂອກາດນີ້, ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ກ່າວວ່າ: ກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບໃນຄັ້ງນີ້ ແມ່ນເປັນການຮ່ວມມືກັນລະຫວ່າງ ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຫຼື ຄສບ ມະຫາວິທະຍາໄລແຫ່ງຊາດ ນອກນີ້ພວກເຮົາຍັງໄດ້ເຊີນເອົາບັນດາກົມອ້ອມຂ້າງກະຊວງ ສສກ ກໍຄືກົມຈັດຕັ້ງ ແລະ ພະນັກງານ ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເຂົ້າຮ່ວມນຳ ທັງນີ້ກໍເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ທີ່ພວມດຳເນີນຢູ່ໃນປັດຈຸບັນໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ຄຽງຄູ່ກັນນີ້, ກໍເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດ ຄົບຮອບ 58 ປີ (13 ກໍລະກົດ 1966-13 ກໍລະກົດ 2024), ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຜູ້ນຳທີ່ເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 115 ປີ (13 ກໍລະກົດ 1909-13 ກໍລະກົດ 2024) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ (20 ກໍລະກົດ 1955-20 ກໍລະກົດ 2023) ຄົບຮອບ 68 ປີ. ທັງເປັນການສ້າງໂອກາດໃຫ້ບັນດາພະນັກງານຂອງກົມ, ສະຖາບັນ, ສູນ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ພົບປະຮັດແໜ້ນຄວາມສາມັກຄີ ແລະ ແລກປ່ຽນທາງດ້ານວຽກງານວິຊາການອີກດ້ວຍ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ