ເຈົ້າຄອງ ນວ ລົງຕິດຕາມ ຊຸກຍູ້ ກວດກາຄວາມພ້ອມຮອບດ້ານ ກຽມກິລາແຫ່ງຊາດ ຄັ້ງທີ XII

ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຄະນະກໍາມະການຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ຊຸກຍູ້ ກວດກາຄວາມພ້ອມຮອບດ້ານ ຂອງແຕ່ລະອະນຸກໍາມະການ ໃນວັນທີ 13 ຕຸລາ 2025 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ (ນວ) ເພື່ອກຽມຄວາມພ້ອມດ້ານຕ່າງໆ ໃຫ້າສໍາເລັດ ແລະ ທັນເວລາ ຄວາມປັນລະບຽບຮຽບຮ້ອຍ ພ້ອມເປີດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 15 ພະຈິກ 2025.


ໃນການລົງຕິດຕາມຄັ້ງນີ້ ທ່ານເຈົ້າຄອງ ນວ ໄດ້ຊຸກຍູ້ໃຫ້ແຕ່ລະອະນຸກໍາມະການຝ່າຍຕ່າງໆ ເຊັ່ນ: ຄວາມພ້ອມອະນຸກໍາມະການເປີດ-ປິດ ນໍາໃຊ້ສະໜາມກາງເປັນການສ້ອມເປີດ-ປິດ, ການປະດັບປະດາ, ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນຮອບສະໜາມ ໃຫ້ມີຄວາມສວຍງາມ ແລະ ສອດຄ່ອງກັບເອກະລັກຂອງຮິດຄອງປະເພນີອັນດີງາມຂອງຊາດລາວເຮົາ ໂດຍສະເພາະຄວາມພ້ອມຂອງອະນຸກໍາມະການສະຖານທີ່ ປະສານສົມທົບພາກສ່ວນກ່ຽວຂ້ອງ ໃນການປັບປຸງສະໝາມການແຂ່ງຂັນ, ລະບົບນໍ້າ, ໄຟຟ້າ, ປັບປຸງລະບົບໄຟແສງສີ, ທວນໄຟ, ຈັດສັນບ່ອນນັ່ງແຂກ VIP, ປັບປຸງສະໜາມແລ່ນ-ລານ ສະໜາມເປີດ-ປິດ ຕ້ອງໃຫ້ມີເຄື່ອງຈັກປັ່ນໄຟຟ້າສໍາຮອງໄວ້ໃນຍາມສຸກເສີນ ແລະ ວຽກງານປິ່ນອ້ອມອື່ນໆ.

ນອກຈາກນີ້ ຍັງໄດ້ຮຽກຮ້ອງໃຫ້ກະກຽມຄວາມພ້ອມອະນຸກໍາມະການ ຕັ້ງຄ້າຍເຍົາວະຊົນທົ່ວປະເທດ ໃຫ້ປະສານສົມທົບກັບ ອະນຸກໍາມະການສະຖານທີ່ ເພື່ອກໍານົດຈຸດທີ່ຕັ້ງວາງສະແດງໃຫ້ມີຄວາມເໝາະສົມ ແລະ ປອດໄພ, ອະນຸກໍາມະການພິທີການ ຕ້ອງອອກແຜນຜັງ ປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ ໃນການກະກຽມຫ້ອງຮັບຮອງແຂກ VIP ເພື່ອໃຫ້ສອດຄ່ອງ ແລະ ກົມກືນກັບອະນຸກໍາມະການປະດັບປະດາ ພ້ອມທັງໃຫ້ແຕ່ລະອະນຸກໍາມະການຝ່າຍຕ່າງໆ ຕ້ອງປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ ສຸມທຸກກໍາລັງໃຫ້ກຽມພ້ອມສະໜາມກາງໃຫ້າສໍາເລັດ ແລະ ທັນເວລາ ຄວາມປັນລະບຽບຮຽບຮ້ອຍ ພ້ອມເປີດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 15 ພະຈິກ 2025 ທີ່ຈະມາເຖິງນີ້.
ພາບ-ຂ່າວ: ສີພອນ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
