Skip to main content

ຄະນະນຳ ປກສ ເຄື່ອນໄຫວຊຸກຍູ້ທີມກິລາຍິງປືນ ທີ່ກຳລັງຝຶກຊ້ອມ ກຽມເຂົ້າຮ່ວມຊີງໄຊໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII

15/10/2025

ສະຫາຍ ພົຈວ ແສງທອງ ເກື້ອບຸນລໍ່າ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ທັງເປັນຄະນະຮັບຜິດຊອບຊີ້ນຳລວມກິລາ ກະຊວງ ປກສ ໃນການເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ໄດ້ລົງເຄື່ອນໄຫວກວດກາຕິດຕາມ ແລະ ຊຸກຍູູ້ການຝຶກຊ້ອມຂອງນັກກິລາຍິງປືນ ປກສ ຢູ່ສູນຝຶກຊ້ອມສະໜາມຝືກຊ້ອມຍິງປືນ 5 ເມສາ ໃນວັນທີ 14 ຕຸລາ 2025, ໂດຍມີ ທ່ານ ພຸດທະສອນ ສຸກອາລຸນ ຜູ້ອໍານວຍການສະໜາມຝືກຊ້ອມຍິງປືນ 5 ເມສາ ທັງເປັນຄູຝຶກທີມຍິງປືນ ກະຊວງ ປກສ ມີບັນດາຄະນະຊອບຜິດຊອບ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.

 

ໂອກາດນີ້, ສະຫາຍ ພົຈວ ແສງທອງ ເກື້ອບຸນລໍ່າ ໄດ້ໃຫ້ສຳພາດຕໍ່ທີມຂ່າວ ກະຊວງ ປກສ ວ່າ: ກະຊວງ ປກສ ກໍຄືຄະນະຮັບຜິດຊອບທັບນັກກິລາກະຊວງປ້ອງກັນຄວາມສະຫງົບ ແມ່ນໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ນັກກິລາ ໃນການຝຶກຊ້ອມແຕ່ລະປະເພດກິລາ ທີ່ໄດ້ກຳນົດ 15 ປະເພດກິລາ ເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ຈະຈັດຂຶ້ນຢ່າງເປັນທາງການ ໃນເດືອນພະຈິກນີ້ ວ່າມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແບບໃດ, ຊຶ່ງຜ່ານການຕິດຕາມກວດກາເຫັນວ່າ ນັກກິລາແຕ່ລະປະເພດ ແມ່ນໄດ້ເຂົ້າປະຈຳສູນ ເພື່ອສຸມໃສ່ຝຶກຊ້ອມ ໃຫ້ມີຄວາມພ້ອມຮອບດ້ານ 100% ຕາມແຜນທີ່ໄດ້ກຳນົດ.

ສະເພາະກິລາຍິງປືນ ກະຊວງ ປກສ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ຈຳນວນ 22 ສະຫາຍ, ຍິງ 9 ສະຫາຍ ໃນ 6 ລາຍການ ຄື: ປະເພດປືນສັ້ນ IPSC ລາຍການ ໂປດັກຊັນ, ປືນສັ້ນ IPSC ລາຍການ ສະແຕນດາດ, ປືນສັ້ນ ແກ໋ບກາງ ໄລຍະ 15 ແມັດ, ປືນສັ້ນ ແກ໋ບກາງ ໄລຍະ 25 ແມັດ, ປືນສັ້ນ 25 ແມັດ ຂະໜາດ 22 ແລະ ປືນຍາວທ່ານອນ 50 ແມັດ 22.

ທ້າຍນີ້, ສະຫາຍ ພົຈວ ແສງທອງ ເກື້ອບຸນລໍ່າ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ ແລະ ຄູຝຶກ ແລະ ນັກກິລາຍິງປືນ ທີ່ໄດ້ສຸມສະຕິປັນຍາກຳລັງເຫື່ອແຮງເຂົ້າໃນການຝຶກຊ້ອມ, ພ້ອມທັງເນັ້ນໜັກໃຫນັກກິລາໃຫ້ມີຄວາມສາມັກຄີກັນ, ຮັກສາສຸຂະພາບໃຫ້ແຂງແຮງ, ສຸມໃສ່ໃນການຝຶກຊ້ອມ ເພື່ອໃຫ້ຜົນການແຂ່ງຂັນອອກມາດີທີ່ສຸດ, ພ້ອມກັນນັ້ນບັນດາຄະນະຮັບຜິດຊອບ, ຄູຝຶກ ໃຫ້ເອົາໃຈໃສ່ໃກ້ຊິດຕິດແທດຊີ້ນຳບັນດານັກກິລາໃຫ້ມີກຳລັງໃຈໃນການຈັດຕັ້ງປະຕິບັດໜ້າທີ່ຄັ້ງນີ້ໃຫ້ສຳເລັດຜົນຕາມລະດັບຄາດໝາຍ, ຍາດໄດ້ຜົນງານທີ່ຍິ່ງໃຫຍ່ ແລະ ຫຼຽນຄຳ ໃຫ້ໄດ້ຫຼາຍກວ່າເກົ່າ.

 

ພາບ-ຂ່າວ: ບຸນພະຈັນ (ຄວາມສະຫງົບ)