ຄະນະຊີ້ນຳລວມທັບນັກກິລາ ປກສ ລົງຕິດຕາມການຝຶກຊ້ອມຂອງນັກກິລາເປຕັງ ພ້ອມຕັ້ງເປົ້າບໍ່ໃຫ້ຫຼຸດ 1 ຫຼຽນຄຳ “ນະຄອນຫຼວງວຽງຈັນ ເກມ 2025”

ໃນວັນທີ 14 ຕຸລາ 2025, ສະຫາຍ ພົຈວ ໜູຈອນ ກ້ອນທອງດໍາ ຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ (ປກສ), ຮອງຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມ ຂອງກະຊວງປ້ອງກັນຄວາມສະຫງົບ ໃນການເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ໄດ້ລົງເຄື່ອນໄຫວຕິດຕາມການຝຶກຊ້ອມຂອງນັກກິລາເປຕັງ ປກສ ທີ່ຈະເຂົ້າຮ່ວມແຂ່ງຂັນກິລາຄັ້ງນີ້ ໂດຍມີຄະນະຊອບຜິດຊອບ, ຄູຝຶກ ແລະ ນັກກິລາ ໃຫ້ການຕ້ອນຮັບ.
ສະຫາຍ ພັທ ຄໍາໝັ້ນ ສີສົມບັດ ຜູ້ຊ່ວຍຄູຝຶກກິລາເປຕັງ ປກສ ໃຫ້ສໍາພາດວ່າ: ສໍາລັບກິລາເປຕັງຂອງ ປກສ ໄດ້ເລີ່ມເຂົ້າສູນຝຶກຊ້ອມແຕ່ວັນທີ 1 ຕຸລາ 2025 ເປັນຕົ້ນມາ ມີນັກກິລາເຂົ້າຮ່ວມຈໍານວນ 12 ສະຫາຍ, ຍິງ 6 ສະຫາຍ ແລະ ໄດ້ສົ່ງຊີງໄຊມີ 11 ປະເພດ ຕັ້ງເປົ້າໝາຍບໍ່ໃຫ້ຫຼຸດ 1 ຫຼຽນຄໍາ; ມາເຖິງປັດຈຸບັນ ບັນດານັກກິລາເປຕັງ ແມ່ນມີຄວາມພ້ອມ 70%.
ໂອກາດດັ່ງກ່າວ, ສະຫາຍ ພົຈວ ໜູຈອນ ກ້ອນທອງດໍາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະຮັບຜິດຊອບ, ຄູຝຶກ, ນັກກິລາທີ່ ໄດ້ເອົາໃຈໃສ່ສຸມສະຕິປັນຍາ, ເຫື່ອແຮງເຂົ້າໃນການຝຶກຊ້ອມ ພ້ອມທັງຮຽກຮ້ອງໃຫ້ນັກກິລາຈົ່ງຕັ້ງໃຈຝຶກຊ້ອມໃຫ້ມີຄວາມຊໍານິຊໍານານ ເປັນຕົ້ນແມ່ນ ການເຂົ້າ, ການຕີ ເພື່ອໃຫ້ມີຄວາມພ້ອມ 100% ແລະ ສາມາຍາດໄດ້ໄຊຊະນະ.
ພາບ-ຂ່າວ: ຄຳໂຖ (ຄວາມສະຫງົບ)
ຂ່າວຫຼ້າສຸດ
- ເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ຈັດຂຶ້ນພາຍໃຕ້ຄໍາຂວັນ: “ການຕອບໂຕ້ວິກິດໃນຕົວເມືອງ”
- ລັດຖະບານຕວກກີ ໃຫ້ການຊ່ວຍເຫຼືອທັບນັກກິລາກະຕໍ້ຄົນພິການລາວ ຮ່ວມແຂ່ງຂັນລາຍການຊີງແຊ໋ມນານາຊາດ
- “ເຈນຈິລາ ຂຸນລິວົງ” ສາວນັກກິລາແລ່ນ-ລານ ຕັ້ງເປົ້າຄວ້າ 3 ຫຼຽນຄຳ ໃຫ້ແຂວງສະຫວັນນະເຂດ “ນະຄອນຫຼວງວຽງຈັນ ເກມ 2025”
- ກອງປະຊຸມໃຫຍ່ ຜູ້ເເທນອົງຄະນະພັກເເຂວງຫົວພັນ ຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການ
- ສະຫາຍ ເພັງນິລັນ ຄໍາພັນເພັງ ຖືກເລືອກໃຫ້ເປັນເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VIII
- ຍີ່ປຸ່ນ ມອບທຶນຊ່ວຍເຫຼືອລ້າ ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ແຂວງບໍ່ແກ້ວ ມູນຄ່າ 88.546 ໂດລາສະຫະລັດ
