“ເຈນຈິລາ ຂຸນລິວົງ” ສາວນັກກິລາແລ່ນ-ລານ ຕັ້ງເປົ້າຄວ້າ 3 ຫຼຽນຄຳ ໃຫ້ແຂວງສະຫວັນນະເຂດ “ນະຄອນຫຼວງວຽງຈັນ ເກມ 2025”

ນາງ ເຈນຈິລາ ຂຸນລິວົງ ສາວນັກກິລາແລ່ນ-ລານ ດີກຣີລະດັບທີມຊາດລາວ ຕັ້ງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 3 ຫຼຽນຄຳ ໃຫ້ແກ່ທັບນັກກິລາບ້ານເກີດເມືອງນອນ ແຂວງສະຫວັນນະເຂດ ໃນການແຂ່ງຂັນແລ່ນ-ລານງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025 ນີ້.

ນາງ ເຈນຈິລາ ຂຸນລິວົງ ເປັນເດັກສ້າງຂອງໂຮງຮຽນພອນສະຫວັນກິລາ ສະຖາບັນກິລາ-ກາຍະກຳ (ສບກ) ປັດຈຸບັນເປັນນັກສຶກສາຢູ່ ສບກ ລະບົບປະລິນຍາຕີ ສາຂາ ຄູພະລະສາຍຟິດເນັດ ຫຼື ເວດເທັນນິ້ງ ຢູ່ຊັ້ນປີ 3 ໃຫ້ຮູ້ວ່າ: ນ້ອງໄດ້ມີການເກັບຕົວຝຶກຊ້ອມຢ່າງເປັນປົກກະຕິທຸກມື້ ຊຶ່ງກໍໄດ້ມີການເຄື່ອນໄຫວຕາງໜ້າທີມຊາດລາວ ອອກໄປແຂ່ງຂັນລາຍການຕ່າງໆ ໃນປັດຈຸບັນນ້ອງໄດ້ມີການພັດທະນາດີຂຶ້ນຫຼາຍ ໂດຍສະເພາະມີສະຖິຕິດີຂຶ້ນກວ່າເກົ່າ ແລະ ມີຄວາມພ້ອມເຕັມຮ້ອຍແລ້ວ ປີນີ້ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ຈະລົງສະໜາມແຂ່ງຂັນຢູ່ 4 ລາຍການ ຈາກປະເພດລານ 2 ລາຍການ ກໍມີ ເຕັ້ນຍາວ ແລະ ເຕັ້ນ 3 ກ້າວ ສ່ວນແລ່ນ ແມ່ນ 4×400 ແລະ 4×100 ສຳລັບເປົ້າໝາຍຂອງຕົນເອງ ກໍຫວັງຢາກຈະສ້າງຜົນງານຄັ້ງປະຫວັດສາດໃນວົງການກິລາແລ່ນ-ລານ ກໍຄື ແຂວງບ້ານເກີດໃຫ້ໄດ້ 3 ຫຼຽນຄຳ ສະນັ້ນ ເພື່ອເປັນຂັວນກຳລັງໃຈທີ່ດີ ຂໍຝາກເຖິງພໍ່ແມ່ພີ່ນ້ອງຊາວແຂວງສະຫວັນນະເຂດ ສົ່ງກຳລັງໃຈມາເຊຍພວກເຮົາດ້ວຍ ແລ້ວພວກເຮົາຈະເຮັດໃຫ້ບໍ່ຜິດຫວັງ.

ນາງ ເຈນຈິລາ ຂຸນລິວົງ ເກີດທີ່ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ເຂົ້າໂຄຕ້າທຶນລັດຖະບານ ໄດ້ມາຮຽນທີ່ໂຮງຮຽນພອນສະຫວັນກິລາ (ສາຍສາມັນ) ຕັ້ງແຕ່ ຊັ້ນມັດທະຍົມ ຈົນເຖິງປັດຈຸບັນ ຜ່ານມາ “ເຈນ” ໄດ້ເປັນຕົວແທນຂອງແຂວງບ້ານເກີດ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ປີ 2022 ມາແລ້ວ ຊຶ່ງເປັນຄັ້ງທຳອິດ ແລະ ກໍສາມາດສ້າງຜົນຍາດໄດ້ 2 ຫຼຽນເງິນ ຈາກ 4×400 ແລະ 4×100 ສ່ວນ 1 ຫຼຽນທອງ ໄດ້ຈາກແລ່ນ 400 ແມັດຍິງ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
