ລັດຖະບານຕວກກີ ໃຫ້ການຊ່ວຍເຫຼືອທັບນັກກິລາກະຕໍ້ຄົນພິການລາວ ຮ່ວມແຂ່ງຂັນລາຍການຊີງແຊ໋ມນານາຊາດ

ໃນຕອນເຊົ້າວັນທີ 16 ຕຸລາ 2025 ທີ່ສະຖານທູດຕວກກີ ປະຈຳສປປ ລາວ, ທ່ານ ລັດຖະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສົມໝາຍ ສີຫາວົງ ປະທານສະຫະພັນກິລາກະຕໍ້ຄົນພິການແຫ່ງຊາດ ພ້ອມດ້ວຍຄະນະຄູຝຶກ ແລະ ນັກກິລາ ໄດ້ເຂົ້າພົບປະ ທ່ານ ນາງ ໂອຢາ ຢາຊາ ອຳບາຊາໂດ (Oya Yazar Ambasadoi) ເອກອັກຄະລັດຖະທູດຕວກກີ ປະຈຳລາວ ເພື່ອກຽມອອກເດີນທາງເຂົ້າຮ່ວມລາການດັ່ງກ່າວ.
ໂອກາດນີ້, ທ່ານ ນາງ ໂອຢາ ຢາຊາ ອຳບາຊາໂດ ກໍໄດ້ກ່າວຕາງໜ້າລັດຖະບານຕວກກີ ໃຫ້ກຳລັງໃຈທັບນັກກິລາກະຕໍ້ຄົນພິການທີມຊາດລາວ ພ້ອມແຈ້ງເຈດຈຳນົງຂອງລັດຖະບານຕວກກີ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອທັບນັກກິລາກະຕໍ້ຄົນພິການທີມຊາດລາວ ຢ່າງເຕັມທີ່ ເພື່ອອອກເດີນທາງເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນກິລາຄົນພິການຊີງແຊ໋ມ ລະດັບນານາຊາດ ທີ່ປະເທດຕວກກີ ເປັນເຈົ້າພາບ ລະຫວ່າງວັນທີ 18-24 ຕຸລາ 2025 ນີ້.
ຊຶ່ງປັດຈຸບັນທັບນັກກິລາຄົນພິການລາວ ໄດ້ເດີນທາງດ້ວຍລົດຕູ້ຈາກຂົວມິດຕະພາບລາວ-ໄທ ເລກທີ 1 ເຖິງແຂວງນະຄອນຣາຊະສີມາ ປະເທດໄທ ເພື່ອໄປສົມທົບກັບ ທັບນັກກິລາກະຕໍ້ຄົນພິການທີມຊາດໄທ ເພື່ອອອກເດີນທາງໄປພ້ອມກັນ ໃນເວລາໜຶ່ງໂມງກາງຄືນ ຈົນໄປເຖິງສະໜາມບິນສຸວັນນະພູມ ປະເທດໄທ ໃນຕອນເຊົ້າ ເພື່ອຕໍ່ຖ້ຽວບິນ ສືບຕໍ່ເດີນທາງມຸ້ງໜ້າໄປທີ່ປະເທດດັ່ງກ່າວຊຶ່ງງານນີ້ ຄາດວ່າຈະມີ 5 ຊາດເຂົ້າຮ່ວມແຂ່ງຂັນ.
ໃນການເຂົ້າຮ່ວມງານກິລາດັ່ງກ່າວ ທາງລັດຖະບານຕວກກີ ໄດ້ໃຫ້ການຊ່ວຍເຫຼືອໃນການອອກວີຊ່າ, ຕ້ອນຮັບໂດຍໃຫ້ທີ່ພັກ, ອາຫານການກິນ ແລະ ການເດີນທາງໃນໄລຍະການແຂ່ງຂັນ ຊຶ່ງທັບນັກກິລາຄົນພິການທີມຊາດລາວ ປະກອບມີ 4 ຄົນ, ໃນນັ້ນ ຄູຝຶກ 1 ຄົນ ແມ່ນທ່ານ ວິໄຊ ພົມມະວົງສາ ຫຼື ອາຈານ ບັອບ ຈາກແຂວງຄຳມ່ວນ ສ່ວນນັກກິລາ 3 ຄົນກໍມີ ອິນປົງ ໂຄດພູທອນ, ໂພຄຳ ໄຊຍະວົງ ແລະ ສອນ ສີສຸພັນ ທັງ 3 ແມ່ນເປັນຄົນຊາວແຂວງຄຳມ່ວນ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ລັດຖະບານຕວກກີ ໃຫ້ການຊ່ວຍເຫຼືອທັບນັກກິລາກະຕໍ້ຄົນພິການລາວ ຮ່ວມແຂ່ງຂັນລາຍການຊີງແຊ໋ມນານາຊາດ
- “ເຈນຈິລາ ຂຸນລິວົງ” ສາວນັກກິລາແລ່ນ-ລານ ຕັ້ງເປົ້າຄວ້າ 3 ຫຼຽນຄຳ ໃຫ້ແຂວງສະຫວັນນະເຂດ “ນະຄອນຫຼວງວຽງຈັນ ເກມ 2025”
- ກອງປະຊຸມໃຫຍ່ ຜູ້ເເທນອົງຄະນະພັກເເຂວງຫົວພັນ ຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການ
- ສະຫາຍ ເພັງນິລັນ ຄໍາພັນເພັງ ຖືກເລືອກໃຫ້ເປັນເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VIII
- ຍີ່ປຸ່ນ ມອບທຶນຊ່ວຍເຫຼືອລ້າ ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ແຂວງບໍ່ແກ້ວ ມູນຄ່າ 88.546 ໂດລາສະຫະລັດ
- ລັດຖະບານໄທ ໃຫ້ການຊ່ວຍເຫຼືອ ສປປ ລາວ 4 ໂຄງການ ລະຫວ່າງການຢ້ຽມຢາມທ່ານນາຍົກໄທ
