Skip to main content

ເປີດການແຂ່ງຂັນກິລາອີ-ສະປອດ ຊີງແຊ໋ມປະເທດລາວ 2025 ກຽມຄວາມພ້ອມໃສ່ງານກິລາແຫ່ງຊາດ ຄັ້ງທີ XII

18/10/2025

ເປີດສາກຂຶ້ນຢ່າງເປັນທາງການແລ້ວ ການແຂ່ງຂັນກິລາອີ-ສະປອດ ຊີງແຊ໋ມປະເທດລາວ ປະຈຳປີ 2025 ຫຼື “Lao Esports National Championship 2025”  ໃນຕອນເຊົ້າວັນທີ 17 ຕຸລາ 2025 ທີ່ສູນການຄ້າວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໂຈນາທານ ສິລິສັກດາ ປະທານສະຫະພັນກິລາອີ-ສະປອດແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ, ຕາງໜ້າຜູ້ສະໜັບສະໜູນ, ຄູຝຶກ, ນັກກິລາ ແລະ ກອງເຊຍ ຢ່າງຄຶ້ກຄື້ນ.

ໂອກາດດັ່ງກ່າວ, ທ່ານ ວັນທະນາ ກຸນນະວັນ ຮອງປະທານສະຫະພັນກິລາອີ-ສະປອດແຫ່ງຊາດລາວ ໄດ້ລາຍງານໃຫ້ຮູ້ວ່າ: ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ພ້ອມທັງໄດ້ມີການຈັດອົບຮົມ ກຳມະການ ແລະ ຄູຝຶກແຫ່ງຊາດ ລວມທັງຜົນງານຜ່ານມາ ອີກຫຼາກຫຼາຍເປັນຕົ້ນ ສາມາດຍາດໄດ້ 1 ຫຼຽນທອງຈາກງານມະຫາກຳກິລາຊີເກມ 2023, ຍາດໄດ້ອັນດັບທີ 4 ໃນການແຂ່ງຂັນລະດັບອາຊຽນ ແລະ ເປັນແຊ໋ມພາກພື້ນລຸ່ມແມ່ນໍ້າຂອງ ຂອງປະເພດ MLBB ລາຍການ MCCM 2024 ຜ່ານມາ ແລະ ນັກກິລາກໍຍັງໄດ້ຫຼຽນທອງໃນການແຂ່ງຂັນ ຊີເກມ ຄັ້ງທີ 32 ທີ່ຜ່ານມາ ແລະ ສາມາດຍາດໄດ້ອັນດັບ 3 ຂອງການແຂ່ງຂັນ ຊີງແຊ໋ມໂລກ ປະເພດ Team Dota2 ໃນປີ 2022 ທີ່ຜ່ານມາ ອີກດ້ວຍ.

ທ່ານ ວັນທະນາ ກຸນນະວັນ ໃຫ້ຮູ້ອີກວ່າ: ປັດຈຸບັນ ມີຜູ້ຫຼິ້ນທີ່ມີການເຄື່ອນໄຫວ ເປັນນັກກິລາສັງກັດສະໂມສອນຫຼາຍກວ່າ 350 ຄົນທົ່ວປະເທດ ແລະ ມີຜູ້ຫຼິ້ນກິລາອີ-ສະປອດທົ່ວໄປ ຫຼາຍກວ່າ 1.200.000 ຄົນ ID (ຈາກລາຍງານຂອງຜູ້ຖືລິຂະສິດເກມອີ-ສະປອດປີ 2024) ເພື່ອແລກປ່ຽນແນວຄິດ, ເຕັກນິກວິທີການພັດທະນາຄວາມຮູ້ດ້ານໄອທີ, ໂປຣແກຣມ, ການອອກແບບ, ທັກສະດ້ານອີ-ສະປອດ, ວິທີການຫຼິ້ນ ແລະ ທັດສະນະໃນການນໍາໃຊ້ເກມໃນຊີວິດປະຈຳວັນຢ່າງສ້າງສັນ. ຊຶ່ງການຈັດການແຂ່ງຂັນກິລາອີ-ສະປອດຊິງແຊ໋ມປະເທດລາວ 2025 ບັນຈຸແຂ່ງຂັນ 10 ລາຍການ ຍອດນິຍົມ ໃນປະເທດລາວ ແລະ 1 ກິດຈະກຳປິ່ນອ້ອມໄດ້ແກ່ການແຂ່ງຂັນຫຼາກຫຼາຍປະເພດບໍ່ວ່າຈະເປັນ: MOBILE LEGEND: BANG BANG (ທີມຊາຍ), MOBILE LEGEND: BANG BANG (ທີມຍິງ) ແລະ HONOR OF KINGS

ການແຂ່ງຂັນຄັ້ງນີ້ ຈັດຂຶ້ນກໍເພື່ອສ້າງຂະບວນການເຄື່ອນໄຫວຂອງກິລາອີ-ສະປອດ ທີ່ສາມາດຮັບປະກັນທາງດ້ານຄຸນນະພາບ ມີທ່າກ້າວ ແລະ ເພີ່ມທະວີການພັດທະນາຍິ່ງຂຶ້ນ ແນໃສ່ສ້າງຂະບວນການໃຫ້ເຍົາວະຊົນໜຸ່ມນ້ອຍ ໃຊ້ເວລາວ່າງໃຫ້ເກີດປະໂຫຍດ, ສາມາດແບ່ງເວລາໃຫ້ເໝາະສົມ, ຮູ້ຈັກລະບຽບ ແລະ ການນໍາໃຊ້ເຕັກໂນໂລຊີໃຫ້ແທດເໝາະ ສ້າງໃຫ້ເກີດຜົນປະໂຫຍດຕໍ່ຕົນເອງ ແລະ ສັງຄົມ ສ້າງໃຫ້ເຂົາເຈົ້າມີສຸຂະພາບ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ເພື່ອສ້າງຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບກິລາອີ-ສະປອດ, ແຍກຄວາມເຂົ້າໃຈຜິດກ່ຽວກັບການຫຼິ້ນອີ-ສະປອດ, ການຫຼິ້ນເກມ ແລະ ການຫຼິ້ນພະນັນອອນລາຍ.

ລາຍການດັ່ງກ່າວ ດຳເນີນແຂ່ງຂັນລະຫວ່າງວັນທີ 17-19 ຕຸລາ 2025 (ຮອບອ໋ອບໄລ (Offline)) ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ ຊຶ່ງມີຜູ້ເຂົ້າຮ່ວມການແຂ່ງຂັນສະໝັກມາຫຼາຍກວ່າ 200 ທີມ ຫຼື ຫຼາຍກວ່າ 2.200 ຄົນ ທີ່ສະໝັກຜ່ານລາຍການຕ່າງໆ, ນັກກິລາ, ຄູຝຶກ, ກຳມະການ ແລະ ກອງເຕັກນິກ ມີຄວາມພ້ອມ ແລະ ຊຳນານເພີ່ມຂຶ້ນ ກ່ອນການແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ພ້ອມທັງໃຫ້ນັກກິລາໄດ້ຮັບປະສົບການໃນການແຂ່ງຂັນຕົວຈິງເພື່ອກຽມຄວາມພ້ອມໃນການເຂົ້າຮ່ວມການແຂ່ງຂັນ ລະດັບພາກພື້ນ ແລະ ສາກົນໃນຕໍ່ໜ້າ.

 

ຂ່າວໂດຍ ສົງການ ພັນແພງດີ