ທັບນັກກິລາລາວ 26 ຄົນ ພ້ອມຮ່ວມຊີງໄຊ ງານກິລາຊາວໜຸ່ມອາຊີ ຄັ້ງທີ 3 ທີ່ປະເທດບາເຣນ

ທັບນັກກິລາລາວ 7 ປະເພດກິລາ ປະກອບມີ ກິລາຢູໂດ, ຈູຈິດຊູ, ອີ-ສະປອດ, ປິ່ງປ່ອງ, ແລ່ນ-ລານ, ລອຍນໍ້າ ແລະ ກິລາດອກປີກໄກ່ ພ້ອມຈະອອກເດີນທາງເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາຊາວໜຸ່ມອາຊີ ຄັ້ງທີ 3 ໃນລະຫວ່າງວັນທີ 22-31 ຕຸລາ 2025 ຈະຈັດຂຶ້ນທີ່ປະເທດບາເຣນ ຮັບກຽດເປັນເຈົ້າພາບ.

ເມື່ອວັນທີ 16 ຕຸລາ 2025 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ໄດ້ມີພິທີໂອ້ລົມ ຄະນະນັກກິລາຊາວໜຸ່ມລາວ ທີ່ຈະເດີນທາງເຂົ້າຮ່ວມງານມະຫາກຳກິລາຊາວໜຸ່ມອາຊີ ຄັ້ງທີ 3 ໃນລະຫວ່າງວັນທີ 22-31 ຕຸລາ 2025 ທີ່ປະເທດບາເຣນ ຮັບກຽດເປັນເຈົ້າພາບ, ໂດຍໃຫ້ກຽດເຂົ້າຮ່ວມໂອ້ລົມຂອງ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການ ຄອລ ໃຫ້ການຊີ້ນຳ ແລະ ກຳລັງໃຈແກ່ນັກກິລາ.
ທ່ານ ສີຈັນ ຈິດຕະປັນຍາ ກໍໄດ້ເນັ້ນໜັກໃຫ້ທັບນັກກິລາລາວ 26 ຄົນ ໃນ 7 ປະເພດກິລາ ເພີ່ມທະວີຄວາມເອົາໃຈໃສ່ໃນການເຂົ້າຮ່ວມແຂ່ງຂັນໃນງານຄັ້ງນີ້ ເຖິງວ່າພວກເຮົາຈະພົບກັບອຸປະສັກໃດໆກໍຕາມ ເພາະງານກິລາລະດັບອາຊີ ແນ່ນອນເລີຍວ່າລ້ວນແລ້ວແຕ່ມີນັກກິລາລະດັບໂລກຈຳນວນຫຼາຍຄົນ ສະນັ້ນ ຂໍໃຫ້ທຸກຄົນຈົ່ງພະຍາຍາມສ້າງຜົນງານໃຫ້ອອກມາດີທີ່ສຸດ ເພື່ອເກັບກ່ຽວປະສົບການ ກຽມເຂົ້າຮ່ວມງານກິລາຊີເກມ ຄັ້ງທີ 34 ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ໃນເດືອນທັນວານີ້.

ໃນການເຂົ້າຮ່ວມແຂ່ງຂັນໃນງານຄັ້ງນີ້ ຄະນະນັກກິລາຊາວໜຸ່ມລາວ ໄດ້ສົ່ງເຂົ້າຮ່ວມທັງໝົດ 26 ຄົນ, ໃນນັ້ນ ປະກອບມີ ຫົວໜ້າຄະນະນັກກິລາ ແລະ ກອງເລຂາ 4 ຄົນ, ນັກກິລາ 14 ຄົນ, ຍິງ 7 ຄົນ ແລະ ຄູຝຶກອີກ 8 ຄົນ ຈາກ 7 ປະເພດກິລາ ຄື: ຢູໂດ, ຈູຈິດຊູ, ອີ-ສະປອດ, ປິ່ງປ່ອງ, ແລ່ນ-ລານ, ລອຍນໍ້າ ແລະ ດອກປີກໄກ່.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
