Skip to main content

ທີມລີອອນ ຄອງຂັນຊະນະເລີດກິລາອີສະປອດຊີງແຊ໋ມປະເທດລາວ 2025

22/10/2025

ທີມລີອອນ ອີສະປອດ (Leon Esports) ຄອງຂັນຊະນະເລີດການແຂ່ງຂັນກິລາອີສະປອດ ຊີງແຊ໋ມປະເທດລາວ 2025 ຈັດຂຶ້ນລະຫວ່າງວັນທີ 17-19 ຕຸລາ ຜ່ານມາ ທີ່ສູນການຄ້າວຽງຈັນ ເຊັນເຕີ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດມອບລາງວັນໂດຍທ່ານ ໂຈນາທານ ສິລິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ, ທ່ານ ນາງ ຈັນສຸດາ  ອິນທະວົງ ຜູ້ຈັດການຝ່າຍຜະລິດຕະພັນເຄື່ອງດື່ມສະຕິງ ບໍລິສັດ ເບຍລາວ ຈໍາກັດ ແລະ ທ່ານ ວັນທະນາ ກຸນນະວັນ ຮອງປະທານສະຫະພັນກິລາອີສະປອດແຫ່ງຊາດ ພ້ອມດ້ວຍຄະນະສະຫະພັນ ແລະ ຜູ້ໃຫ້ການສະໜັບສະໜູນ.

ການແຂ່ງຂັນກິລາອີສະປອດຊີງແຊ໋ມປະເທດລາວ ປະຈຳປີ 2025 ຫຼື  “Lao Esports National championship 2025”  ຮອບສຸດທ້າຍຄັ້ງນີ້ ຈັດຂຶ້ນກໍເພື່ອຄົ້ນຫາສຸດຍອດນັກກິລາອີສະປອດ ເປັນຕົວແທນຂອງປະເທດ ເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ພ້ອມທັງກະກຽມຄວາມພ້ອມຂອງນັກກິລາ, ຄູຝຶກ, ກໍາມະການ ແລະ ກອງເຕັກນິກ ກ່ອນເຂົ້າຮ່ວມແຂ່ງຂັນງານມະຫາກໍາກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ  ແລະ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ຫຼື  ນະຄອນຫຼວງວຽງຈັນ ເກມ 2025.

ລາຍການນີ້  ເລີ່ມແຂ່ງຂັນກັນມາຕັ້ງແຕ່ເດືອນກັນຍາ 2025 ໃນຮູບແບບອອນໄລ ໂດຍມີນັກກິລາເຂົ້າຮ່ວມແຂ່ງຂັນ 200 ທີມ ຫຼື ປະມານ 2 ພັນກວ່າຄົນ ໃນຂອບເຂດທົ່ວປະເທດ, ມີການຊີງໄຊກັນ 10 ລາຍການ ຍອດນິຍົມຂອງປະເທດລາວ ເຊັ່ນ ລາຍການ ໂມບາຍ ລີເຈັນ ບັງບັງ ທີມຊາຍ-ທີມຍິງ (MOBILE LEGEND: BANG BANG),  ລາຍການ ຮໍນໍ ອ໊ອບ ຄິງ  (HONOR OF KINGS). ນອກນັ້ນ ຍັງມີກິດຈະກໍາແຂ່ງຂັນ ຂອດເຟ  (CROSS PLAY) ລຽນແບບ ໂຕກະຕູນຍອດນິຍົມຂອງຍີ່ປຸ່ນ ຊຶ່ງສ້າງຄວາມສົນໃຈໃຫ້ແກ່ຊາວໜຸ່ມ, ເຍົາວະຊົນ  ແລະ ຊາວນະຄອນຫຼວງວຽງຈັນເປັນຢ່າງດີ.

ຜ່ານການແຂ່ງຂັນ 3 ວັນ ໃນຮອບສຸດທ້າຍ ຊະນະເລີດ ລາຍການ ໂມບາຍ ລີເຈັນ ບັງບັງ ທີມຍິງ ຕົກເປັນຂອງທີມ  ພາຣາໄດ ອີສະປອດ (PARADISE ESPORTS)   ຫຼັງຈາກເອົາຊະນະ ທີມ  ເຄເຄ ນີໂອ ອີສະປອດ ( KK NEO ESPORTS)  3 – 1 ເກມ.  ຂະນະທີ່  ປະເພດທີມຊາຍ ຕົກເປັນຂອງທີມ  ອີອອນ ອີສະປອດ (Leon Esports) ທີ່ເອົາຊະນະ ທີມໜຶ່ງແປດເກົ້າ ອີສະປອດ (189  ESPORTS)  3-0 ເກມ.

ທ່ານ ໂຈນາທານ ສິລິສັກດາ ໃຫ້ຮູ້ວ່າ:  ກິລາອີສະປອດ ແຂ່ງຂັນກັນມາແລ້ວ 6 ປີ  ເພື່ອແລກປ່ຽນແນວຄິດ, ເຕັກນິກວິທີການພັດທະນາຄວາມຮູ້ດ້ານໄອທີ, ໂປຣແກຣມ, ການອອກແບບ, ທັກສະດ້ານອີສະປອດ, ວິທີການຫຼິ້ນ ແລະ ທັກສະນະໃນການນໍາໃຊ້ເກມ ໃນຊີວິດປະຈຳວັນຢ່າງສ້າງສັນ. ທັງເປັນການສ້າງໃຫ້ເຍົາວະຊົນ ຄົນໜຸ່ມນ້ອຍ ໃຊ້ເວລາວ່າງໃຫ້ເກີດປະໂຫຍດ, ສາມາດແບ່ງເວລາໃຫ້ເໝາະສົມ, ຮູ້ລະບຽບ ແລະ ການນໍາໃຊ້ເຕັກໂນໂລຊີໃຫ້ແທດເໝາະ ເພື່ອສ້າງຜົນປະໂຫຍດຕໍ່ຕົນເອງ ແລະ ສັງຄົມ; ສ້າງຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບກິລາອີສະປອດ ກັບການຫຼິ້ນເກມ ແລະ ການຫຼິ້ນເກມພະນັນອອນລາຍຢ່າງຈະແຈ້ງ.     ປັດຈຸບັນ ມີນັກກິລາອີສະປອດທີ່ສັງກັດໃນສະໂມສອນຫຼາຍກວ່າ 350 ຄົນທົ່ວປະເທດ ແລະ ມີຜູ້ຫຼິ້ນກິລາອີສະປອດຫຼາຍກວ່າ 1.200.000 ຄົນ ຈາກລາຍງານຂອງຜູ້ຖືລິຂະສິດເກມອີສະປອດ ປີ 2024.

 

ພາບ-ຂ່າວໂດຍ: ສົງການ ພັນແພງດີ