ຢູ-10 ເບ ສະຫວັນ ຄອງແຊ໋ມເຕະບານເຍົາວະຊົນ ຊີງຂັນປະທານ ສີສົມບັດ ລາຊາລູກຊີ້ນ 2025

ສະໂມສອນ ເບ ສະຫວັນ ອາຄາເດມີ ຄອງແຊ໋ມການເເຂ່ງຂັນກິລາບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ ຫຼື U10 ຊີງຂັນປະທານ ສີສົມບັດ ລາຊາລູກຊີ້ນ ປະຈຳປີ 2025 ຈັດຂຶ້ນ ເມື່ອວັນທີ 25 ຕຸລາ 2025 ທີ່ເດີ່ນບານຫຍ້າທຽມ ເບ ສະຫວັນ ເອັບຊີ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.
ການແຂ່ງຂັນລາຍການນີ້ ມີ 10 ພາກສ່ວນເຂົ້າຮ່ວມ ຈັດແບ່ງອອກເປັນ 2 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1-2 ຜ່ານເຂົ້າຮອບຕໍ່ໄປ ໃຫ້ກຽດເຂົ້າຮ່ວມ ແລະ ມອບຂັນລາງວັນໂດຍ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ, ປະທານສະໂມສອນ ເບ ສະຫວັນ ເອັບຊີ ທັງເປັນຜູ້ອຸປະຖຳສະຖານທີ່ເຂົ້າໃນການເເຂ່ງຂັນ, ມີບັນດາຄະນະນຳແຕ່ລະພາກສ່ວນ, ຄູຝຶກ ແລະ ນ້ອງນັກກິລາ ຕະຫຼອດພໍ່ແມ່ຜູ້ປົກຄອງນັກກິລາເຂົ້າຮ່ວມ.
ຜ່ານການແຂ່ງຂັນຜົນປະກົດວ່າ: ຊະນະເລີດ ຕົກເປັນຂອງສະໂມສອນ ເບ ສະຫວັນ ເອັບຊີ ໄດ້ຮັບຂັນແຊ໋ມ ແລະ ຫຼຽນຄຳ, ຮອງຊະນະເລີດ ທີມຊໍາເຄ (Samkay) ໄດ້ຮັບຫຼຽນເງິນ, ອັນດັບທີ 3 ທີມມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ໄດ້ຮັບຫຼຽນທອງ ແລະ ອັນດັບທີ 4 ທີມນາຄິນ (Nakin) ໄດ້ຮັບລາງວັນຊົມເຊີຍ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



