ຂະບວນແລ່ນທວນໄຟ ປຸກລະດົມຊາວນະຄອນຫຼວງວຽງຈັນ ເປັນເຈົ້າພາບທີ່ດີ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII

ຊາວເມືອງສີສັດຕະນາກ ຫຼາຍພັນຄົນ ຮ່ວມແຮງຮ່ວມໃຈ ອອກມາຕ້ອນຮັບຂະບວນແຫ່ ແລະ ແລ່ນທວນໄຟງານມະຫາກຳກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເພື່ອປຸກລະດົມພະລັງແຮງຄວາມສາມັກຄີຂອງຊາວນະຄອນຫຼວງວຽງຈັນ ຮ່ວມແຮງຮ່ວມໃຈກັນເປັນເຈົ້າພາບທີ່ດີ ແລະ ເປັນຂະບວນການຟົດຟື້ນ.
ຂະບວນແຫ່ ແລະ ແລ່ນທວນໄຟ ນະຄອນຫຼວງວຽງຈັນ ເກມ 2025 ຈັດຂຶ້ນໃນຕອນແລງວັນທີ 28 ຕຸລາ 2025 ຊຶ່ງເລີ່ມຈາກຈຸດເຂດໂຮງໝໍມະໂຫສົດ (4 ແຍກໄຟແດງ) ຫໍຫຼັກເມືອງ ເມືອງສີສັດຕະນາກ ຊຶ່ງເປັນເມືອງທີ 4 ນຳພາໂດຍທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ຄະນະຮັບຜິດຊອບລະດັບຊາດຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII, ນຳພາຂະບວນແຫ່-ແລ່ນທວນໄຟ ເລີ່ມຈາກຈຸດທີ 1 (ໄລຍະ 200 ແມັດ) ແລ້ວມອບທວນໄຟສົ່ງຕໍ່ໃຫ້ ທ່ານ ພຸດພັນ ແກ້ວວົງໄຊ ເລຂາຄະນະບໍລິຫານງານພັກແຂວງຫົວພັນ ເພື່ອນຳພາຂະບວນສືບຕໍ່ແຫ່-ແລ່ນທວນໄຟ ຈາກຈຸດທີ 2 (ໄລຍະ 200 ແມັດ) ແລະ ສົ່ງຕໍ່ໃຫ້ ທ່ານ ແຫວນເພັດ ລັດດາວົງ ກຳມະການປະຈຳພັກແຂວງສາລະວັນ ເພື່ອນຳພາຂະບວນສືບຕໍ່ແຫ່-ແລ່ນທວນໄຟ ຈາກຈຸດທີ 3 ເພື່ອສົ່ງຕໍ່ໃຫ້ ທ່ານ ທິນນະກອນ ທອງຄຳ ປະທານຄະນະກຳມະການປົກຄອງເມືອງສີສັດຕະນາກ ແລ້ວສົ່ງຕໍ່ໃຫ້ຄະນະຮັບຜິດຊອບຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ເພື່ອດຳເນີນຕໍ່.
ໃນໂອກາດດັ່ງກ່າວ, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ກ່າວວ່າ: ການແຫ່ ແລະ ແລ່ນຫວນໄຟຄັ້ງທີ 4 ແມ່ນສືບຕໍ່ຈາກເມືອງຈັນທະບູລີ ເພື່ອເປັນການແຈ້ງຂ່າວ ແລະ ປຸກລະດົມ ໃຫ້ທົ່ວສັງຄົມ, ປະຊາຊົນຊາວນະຄອນຫຼວງວຽງຈັນ ກໍຄືບັນດາແຂວງໄດ້ຮັບຊາບ ພ້ອມທັງເຂົ້າຮ່ວມເປັນເຈົ້າພາບທີ່ດີ ໃນການຈັດງານແຂ່ງຂັນກິລາແຫ່ງຊາດຄັ້ງນີ້ ໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍ. ການແຫ່-ແລ່ນທວນໄຟ ໄດ້ກາຍເປັນສັນຍາລັກແຫ່ງຄວາມສາມັກຄີມິດຕະພາບທີ່ເປັນປຶກແຜ່ນ, ຄວາມເປັນຈິດໜຶ່ງໃຈດຽວ ຂອງຄະນະນໍາ, ຄູຝຶກ ແລະ ນັກກິລາຈາກບັນດາແຂວງໃນທົ່ວປະເທດ, ພ້ອມກັນພັດທະນາວຽກງານກິລາ-ກາຍະກຳ ຊຶ່ງເປັນໜຶ່ງໃນ 5 ຫຼັກມູນການສຶກສາ ແລະ ສ້າງໄດ້ນັກກິລາຜູ້ດີເດັ່ນໃນວົງການກິລາລາວ ກໍຄື ການສ້າງປະສົບການ ແລະ ຄວາມເຂັ້ມແຂງໃຫ້ນັກກິລາດ້ວຍຫຼາຍຮູບ ຫຼາຍສີສັນ, ສ້າງເງື່ອນໄຂຍົກລະດັບຄວາມສາມາດຂອງນັກກິລາໃຫ້ທຽບທັນກັບລະດັບພາກພື້ນ ແລະ ສາກົນ ດັ່ງຄໍາຂວັນຂອງງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ວ່າ: “ສາມັກຄີ ມີວິໄນ ໂປ່ງໃສ ໃນການພັດທະນາ”.
ສຳລັບງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025 ມີການຊີງໄຊທັງໝົດ 1.252 ຫຼຽນຄຳ, 1.252 ຫຼຽນເງິນ ແລະ 1.821 ຫຼຽນທອງ ຈາກ 33 ປະເພດກິລາ.
ພາບ-ຂ່າວ: ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026






