ແຂວງຜົ້ງສາລີ ຈະສົ່ງ 7 ປະເພດກິລາເຂົ້າຮ່ວມຊີງໄຊໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII
29/10/2025

ແຂວງຜົ້ງສາລີ ຈະສົ່ງຄະນະນຳ, ຄູຝຶກ, ນັກກິລາ ແລະ ຄະນະຮັບຜິດຊອບພາກສ່ວນຕ່າງໆ ຈຳນວນ 103 ທ່ານ, ຍິງ 30 ທ່ານ ໃນ 7 ປະເພດກິລາ ເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ກັນຍາ 2025.
ເມື່ອວັນທີ 28 ຕຸລາ 2025 ນີ້, ທ່ານ ສົມຈິດທອງ ຈຸມມາລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ທັງເປັນຜູ້ຊີ້ນໍາວຽກງານກິລາ-ກາຍະກໍາ ແລະ ສິລະປະສຶກສາ ໄດ້ລາຍງານໃຫ້ຮູ້ວ່າ: ຜ່ານການຄັດເລືອກ, ສັງລວມ ແລະ ຝຶກຊ້ອມຕົວຈິງກິລາປະເພດຕ່າງໆ, ມາຮອດປັດຈຸບັນນີ້ ແຂວງຜົ້ງສາລີ ມີຄວາມພ້ອມ 100% ເພື່ອເຂົ້າຮ່ວມຊີງໄຊໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຊຶ່ງປະກອບມີ 7 ປະເພດກິລາຄື: ກິລາໝາກແລ້ ຍິງ-ຊາຍ, ແລ່ນ-ລານຍິງ-ຊາຍ, ຍິງປືນຍິງ-ຊາຍ, ເປຕັງຍິງ-ຊາຍ, ໜ້າເກັກ ຍິງ-ຊາຍ, ໝາກຂ່າງ ຍິງ-ຊາຍ ແລະ ກິລາກັອບ ຍິ-ຊາຍ ພ້ອມຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຫຼຽນລວມຢ່າງໜ້ອຍ 8 ຫຼຽນ.
ພ້ອມດຽວກັນນີ້, ທ່ານ ສົມຈິດທອງ ຈຸມມາລີ ກ່າວອີກວ່າ: ຜ່ານການກະກຽມຄວາມພ້ອມດ້ານຕ່າງໆ ກໍຍັງມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຕະຫຼອດໄລຍະການກະກຽມຄວາມພ້ອມນັບແຕ່ການຄັດເລືອກ, ການຝຶກຊ້ອມ ແລະ ສະເໜີແຜນງົບປະມານ ເພື່ອອໍານວຍຄວາມສະດວກໃຫ້ແກ່ຄະນະຮັບຜິດຊອບແຕ່ລະພາກສ່ວນຂອງຂະບວນນັກກິລາປະເພດຕ່າງໆໃຫ້ທັນການ.
ຂ່າວ: ຄຳວອນ (ສກຂ ຜົ້ງສາລີ)
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
