Skip to main content

ທັບນັກກິລາເປຕັງແຂວງຫຼວງພະບາງ ຕັ້ງເປົ້າ 3 ຫຼຽນຄຳ ນະຄອນຫຼວງວຽງຈັນ ເກມ 2025

29/10/2025

ທັບນັກໂຍນລູກເຫຼັກເມືອງມໍລະດົກໂລກ ແຂວງຫຼວງພະບາງ ຕັ້ງເປົ້າສ້າງຜົນງານຄວ້າ 3 ຫຼຽນຄໍາ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະຈັດຂຶ້ນ ລະຫວ່າງວັນທີ 15-25 ພະຈິກນີ້.

ທ່ານ ຊ້າງ ຊະນະຜົນ ຄະນະຄູຝຶກກິລາເປຕັງແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ຮູ້ວ່າ:  ປັດຈຸບັນສະຫະພັນກິລາເປຕັງແຂວງຫຼວງພະບາງ ໄດ້ສຸມໃສ່ຝຶກຊ້ອມນັກກິລາ ເພື່ອກຽມຄວາມພ້ອມ ເຂົ້າຮ່ວມແຂ່ງຂັນ  ນະຄອນຫຼວງວຽງຈັນ ເກມ 2025  ຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ຈະມາເຖິງ ຊຶ່ງການຝຶກຊ້ອມຂອງນັກກິລາເປຕັງແຂວງຫຼວງພະບາງ ໄດ້ເລີ່ມຝຶກຊ້ອມມາແຕ່ວັນທີ 1 ສິງຫາ 2025 ມີນັກກິລາທີ່ສາມາດຜ່ານການຄັດເລືອກທັງໝົດດ 12 ຄົນ, ຍິງ 6 ຄົນ ສຳລັບຄູຝຶກ 6 ຄົນ, ໃຊ້ເວລາຝຶກຊ້ອມໃນແຕ່ລະວັນ ຫຼາຍຊົ່ວໂມງ ເພື່ອໃຫ້ມີຄວາມພ້ອມທາງດ້ານເຕັກນິກ ແລະ ພະລະກຳລັງ ເຂົ້າໃນການແຂ່ງຂັນ, ມາຮອດປັດຈຸບັນ ແມ່ນມີຄວາມພ້ອມແລ້ວ 100% ພ້ອມຕັ້ງເປົ້າໝາຍ ຈະຍາດໃຫ້ໄດ້ຢ່າງນ້ອຍ 3 ຫຼຽນຄໍາ ຈາກ 11 ລາຍການ ທີ່ສົ່ງເຂົ້າແຂ່ງຂັນ ຄື: ຊຸດຕິ້ງ ຍິງ-ຊາຍ, ດ່ຽວ ຍິງ-ຊາຍ, ຄູ່ ຍິງ-ຊາຍ, ທີມຊຸດ ຍິງ-ຊາຍ, ຄູ່ປະສົມຍິງ-ຊາຍ, ຊຸດປະສົມ 2 ຊາຍ ຍິງ 1 ແລະ ຊຸດປະສົມ 2 ຍິງ 1 ຊາຍ.

ທ່ານ ຊ້າງ ຊະນະຜົນ ໃຫ້ຮູ້ຕື່ມອີກວ່າ: ຕາງໜ້າຄະນະສະຫະພັນກິລາເປຕັງແຂວງຫຼວງພະບາງ ຂໍສະແດງຄວາມຂອບໃຈ ຕໍ່ພາກລັດ ແລະ ເອກະຊົນ ຕະຫຼອດຮອດທຸກພາກສ່ວນໃນສັງຄົມ ທີ່ໄດ້ປະກອບສ່ວນທັງເຫື່ອແຮງ ແລະງົບປະມານ ເຮັດໃຫ້ການຝຶກຊ້ອມດຳເນີນໄປດ້ວຍດີ ແລະເຮັດໃຫ້ນັກກິລາມີກຳລັງໃຈ, ພ້ອມນີ້ ຂໍເຊີນຊວນຊາວຫຼວງພະບາງທຸກຄົນ ຮ່ວມໃຫ້ກຳລັງໃຈແກ່ນັກກິລາ ເພື່ອໃຫ້ສາມາດແຂ່ງຂັນບັນລຸ ຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

ພາບ+ຂ່າວ: ທະນູສິນ ອິດທິພົນ