ເຈົ້າຄອງ ນວ ລົງຕິດຕາມຝຶກແອບຟ້ອນບຸນຊ່ວງເຮືອ ທີ່ຈະສະແດງໃນງານມະຫາກໍາກິລາແຫ່ງຊາດ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ), ປະທານຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ປີ 2025 ພ້ອມດ້ວຍຄະນະຮັບຜິດຊອບ ໄດ້ລົງຕິດຕາມຊຸກຍູ້ການຝຶກຊ້ອມລາຍການຟ້ອນບຸນຊ່ວງເຮືອ ທີ່ຈະສະແດງໃນພິທີເປີດ ແລະ ປິດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ຈາກກອງສິລະປະກອນ ກົມໂຄສະນາອົມຮົມ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ແລະ ນ້ອງນັກຮຽນທີ່ມາຈາກ ມສ ໂນນສະຫວ່າງ ໃນວັນທີ 29 ຕຸລາ 2025 ທີ່ເດີ່ນກິລາ ປກສ (ສະໜາມມ້າ).
ໂອກາດນີ້, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກ່າວວ່າ: ການຊົມການຝຶກຊ້ອມກ້ອນສະແດງທີ່ປະກອບສ່ວນເຂົ້າໃນລາຍການສະແດງໃນພິທີເປີດ-ປິດ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ນີ້ ເປັນຂະບວນການທີ່ສຳຄັນທີ່ສຸດ ທັງເປັນການກະກຽມຄວາມພ້ອມໃນການສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ຊຶ່ງເປັນວັນທີ່ມີຄວາມໝາຍສໍາຄັນຂອງປວງຊົນລາວທັງຊາດ, ໂດຍສະເພາະຄວາມເອກອ້າງທະນົງໃຈ ໃນການປະກອບສ່ວນທີ່ສໍາຄັນຕໍ່ວັນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດວຽກງານຕາມແຜນການ ໂດຍສະເພາະນະຄອນຫຼວງວຽງຈັນ ໃນນາມເປັນພື້ນທີ່ໃນການຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ນີ້, ດັ່ງນັ້ນ ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ກໍເປັນໜ້າທີ່ລວມຂອງສັງຄົມ ເພື່ອປະກອບສ່ວນໃຫ້ແກ່ເຈົ້າໜ້າທີ່-ທີ່ກ່ຽວຂ້ອງ ຮ່ວມແຮງຮ່ວມໃຈກັນຮັບປະກັນຄວາມສະຫງົບ, ປອດໄພ, ຄວາມເປັນລະບຽບຮຽບຮ້ອຍ 100%.
ຜ່ານການຮັບຊົມການສະແດງຄັ້ງນີ້, ເຖິງວ່າຈະມີເວລາໜ້ອຍການເຕົ້າໂຮມກໍມີຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ດ້ວຍຄວາມຕັດສິນໃຈສູງ ລວມເຖິງການເອົາໃຈໃສ່ຂອງຄູ-ອາຈານ ແລະ ລູກຫຼານ-ນ້ອງນັກຮຽນ, ນັກສະແດງສິລະປະ ທີ່ໄດ້ປະກອບສ່ວນຝຶກຊ້ອມສະແດງອອກມາໄດ້ຢ່າງໂດດເດັ່ນ, ສວຍງາມໃນບົດຟ້ອນດັ່ງກ່າວ, ມີຄວາມພ້ອມພຽງ ແລະ ມີຮູບແບບເພິ່ງພໍໃຈ, ການຝຶກຊ້ອມສາມາດນໍາເຂົ້າໄປສູ່ການສະແດງໃນມື້ເປິດພິທີການດັ່ງກ່າວໄດ້, ມາຮອດມື້ນີ້ການຝຶກຊ້ອມມີຄວາມຄົບຖ້ວນສົມບູນໂດຍພື້ນຖານ.
ສິ່ງທີ່ສຳຄັນການຝຶກຊ້ອມຕ້ອງໃຫ້ມີຄວາມສົມບູນຂຶ້ນກວ່າເກົ່າ, ຂໍຮຽກຮ້ອງໃຫ້ຄູ-ອາຈານ ແລະ ລູກຫຼານ-ນ້ອງນັກຮຽນ, ນັກສະແດງສິລະປະ ຈົ່ງສືບຕໍ່ປັບປຸງໃຫ້ມີຄວາມເຂັ້ມແຂງ, ປະຕິບັດລະບຽບວິໄນ, ຮັກສາສຸຂະພາບ, ຮັກສາຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອພ້ອມກັນເປັນເຈົ້າພາບໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຢ່າງມີຜົນສໍາເລັດ.
ແຫຼ່ງຂ່າວ: ຄວາມສະຫງົບ
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026




