ຮອງເຈົ້າແຂວງສະຫວັນນະເຂດ ໂອ້ລົມຄະນະນັກກິລາ ຊຸດກຽມລ່າເປົ້າໝາຍ 41 ຫຼຽນຄຳ “ນະຄອນຫຼວງວຽງຈັນ ເກມ 2025”

ໃນວັນທີ 27 ຕຸລາ 2025 ຢູ່ທີ່ສະໜາມກິລາແຂວງສະຫວັນນະເຂດ (ຫຼັກ 4) ໄດ້ມີພິທີໂອ້ລົມຄະນະນຳ, ຄູຝຶກ ແລະ ນັກກິລາຕົວແທນແຂວງສະຫວັນນະເຂດ ຊຸດກຽມເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ໃນລະຫວ່າງວັນທີ 15-25 ພະຈິກ 2025, ໂດຍໃຫ້ກຽດໂອ້ລົມຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ມີທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ແລະ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມຮັບຟັງ.
ໂອກາດນີ້, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ສະແດງຄວາມຊົມເຊີຍຕໍ່ນັກກິລາທີ່ມາຈາກເມືອງຕ່າງໆ ທີ່ມີຄວາມເກັ່ງກ້າ ແລະ ໄດ້ສຸມໃສ່ການຝຶກແອບຢ່າງຕັ້ງໜ້າ ພ້ອມທັງຮຽກຮ້ອງໃຫ້ນ້ອງໆນັກກິລາຈົ່ງເອົາໃຈໃສ່ຝຶກແອບ ແລະ ສູ້ຊົນຢ່າງສຸດຄວາມສາມາດ ເພື່ອສັກສີຂອງແຂວງ. ພ້ອມດຽວກັນນັ້ນ ທ່ານຮອງເຈົ້າແຂວງຍັງໄດ້ເນັ້ນໜັກເຖິງການຮັກສາສຸຂະພາບ ໂດຍໃຫ້ຮູ້ແບ່ງເວລາໃຫ້ເໝາະສົມລະຫວ່າງການຝຶກຊ້ອມ ແລະ ການພັກຜ່ອນໃຫ້ພຽງພໍ. ສິ່ງສຳຄັນທີ່ສຸດ ທ່ານຮອງເຈົ້າແຂວງ ໄດ້ເນັ້ນໃຫ້ທັງຄູຝຶກ ແລະ ນັກກິລາຕ້ອງຫ່າງໄກຈາກຢາເສບຕິດຢ່າງເດັດຂາດ. ທ່ານຍັງໄດ້ວາງຄາດໝາຍລວມໃຫ້ແຂວງສູ້ຊົນໃຫ້ໄດ້ອັນດັບທີ 5 ໃນການແຂ່ງຂັນທົ່ວປະເທດ.
ໂອກາດດຽວກັນ, ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ກ່າວເນັ້ນຕື່ມໃຫ້ຄູຝຶກ ແລະ ນັກກິລາເອົາໃຈໃສ່ຝຶກແອບກິລາຢ່າງເຂັ້ມງວດ, ວາງເປົ້າໝາຍເພື່ອໃຫ້ໄດ້ຫຼຽນຄຳ ພ້ອມທັງຍົກໃຫ້ເຫັນມູນເຊື້ອການນຳທີ່ສຳຄັນຂອງຊາດ ເຊັ່ນ: ທ່ານປະທານໄກສອນ ພົມວິຫານ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູນ ສີປະເສີດ ແລະ ພໍ່ກະດວດ ເພື່ອເປັນກຳລັງໃຈອັນແຮງກ້າໃຫ້ນັກກິລາໃນການສູ້ຊົນຄັ້ງນີ້. ຊຶ່ງການກະກຽມເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ໂດຍອີງໃສ່ ແຈ້ງການຫ້ອງວ່າການແຂວງວ່າດ້ວຍການຄັດຈ້ອນນັກກິລາທີ່ໂດດເດັ່ນ ສະບັບເລກທີ 770/ຫວກ ລົງວັນທີ 2 ເມສາ 2025 ແຂວງສະຫວັນນະເຂດ ໄດ້ສັງລວມນັກກິລາ 274 ຄົນ, ຍິງ 74 ຄົນ ເຂົ້າຮ່ວມແຂ່ງຂັນໃນ 26 ປະເພດກິລາ ໃນນີ້ລວມຄະນະນຳ, ຄູຝຶກ ແລະ ນັກກິລາທັງໝົດ 410 ຄົນ, ຍິງ 88 ຄົນ ພ້ອມຕັ້ງເປົ້າຈະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 41 ຫຼຽນຄຳ ຈັດຢູ່ອັນດັບທີ 5 ຂອງທົ່ວປະເທດທີ່ເຂົ້າຮ່ວມ.
ການກະກຽມໄດ້ແບ່ງອອກເປັນ 5 ໄລຍະ ໂດຍນັກກິລາຈະເລີ່ມຝຶກແອບຕັ້ງແຕ່ວັນທີ 5 ກໍລະກົດ 2025 ເປັນຕົ້ນໄປ ແລະ ຈະເລີ່ມເດີນທາງເຂົ້າຮ່ວມແຂ່ງຂັນຕັ້ງແຕ່ວັນທີ 6 ພະຈິກ 2025. ສະນັ້ນ, ຄະນະນຳແຂວງສະຫວັນນະເຂດ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມເອົາໃຈໃສ່ ແລະ ການສູ້ຊົນຂອງຄູຝຶກ ແລະ ນັກກິລາທຸກຄົນ ຈະສາມາດນຳເອົາຜົນສຳເລັດອັນສະຫງ່າງາມມາສູ່ແຂວງສະຫວັນນະເຂດໄດ້ຕາມຄາດໝາຍທີ່ວາງໄວ້.
ພາບ-ຂ່າວໂດຍ: ພານຸມາດ (ສກຂ ສະຫວັນນະເຂດ)
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



