Skip to main content

ຄະນະກຳມະການໂຄສະນາ-ຂ່າວສານ ປຶກສາຫາລື ແລະ ກວດກາຄວາມພ້ອມຮອບດ້ານ

30/10/2025

ຄະນະກຳມະການໂຄສະນາ-ຂ່າວສານ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ໄດ້ເປີດກອງປະຊຸມຄັ້ງປະຖົມມະເລີກ ພາຍຫຼັງໄດ້ມີການປັບປຸງຂໍ້ຕົກລົງຄະນະຮັບຜິດຊອບ ຊຶ່ງໄດ້ມີການປຶກສາຫາລື ແລະ ກວດກາຄວາມພ້ອມແຕ່ລະອະນຸກຳມະການ ແລະ ໜ່ວຍງານທີ່ນອນໃນກຳມະການ ຢ່າງຮອບດ້ານ ທັງນີ້ເພື່ອວາງແຜນສຸມໃສ່ໂຄສະນາໃຫ້ແກ່ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ກຳລັງນັບຖອຍຫຼັຈະເປີດສາກຂຶ້ນໃນອີກບໍ່ເທົ່າໃດວັນຂ້າງໜ້ານີ້.

ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນແລງວັນທີ 30 ຕຸລາ 2025 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທັງເປັນຜູ້ຊີ້ນຳຄະນະກຳມະການໂຄສະນາ-ຂ່າວສານ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຊຶ່ງມີບັນດາຫົວໜ້າ, ຮອງຫົວໜ້າ, ຄະນະກຳມະການ, ອະນຸກຳມະການ ແລະ ໜ່ວຍງານຕ່າງໆທີ່ປິ່ນອ້ອມ ເຂົ້າຮ່ວມປະມານ 20 ທ່ານ.

ໃນກອງປະຊຸມ, ບັນດາຜູ້ຕາງໜ້າແຕ່ລະອະນຸກຳມະການ ແລະ ໜ່ວຍງານ ໄດ້ຜັດປ່ຽນກັນລາຍງານຄວາມຄືບໜ້າ ແລະ ບັນຫາສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ ບໍ່ວ່າຈະເປັນການເລີ່ມລົງມືໂຄສະນາຢ່າງຮອບດ້ານໃຫ້ແກ່ງານມະຫາກຳກິລາແຫ່ງຊາດ  ຄັ້ງທີື XII, ການກະກຽມວາງແຜນຖ່າຍທອດສົດທາງໂທລະພາບ ແລະ ວິທະຍຸ ຕະຫຼອດຮອດການກະກຽມຫ້ອງວາງສະແດງຮູບພາບມູນເຊື້ອກິລາ ແລະ ວຍກງານຕ່າງໆທີ່ປິ່ນອ້ອມ.

ໃນໂອກາດນີ້, ທ່ານປະທານກອງປະຊຸມ ກໍໄດ້ມີການເຈາະຈີ້ມບັນຫາຂອງແຕ່ລະໜ້າວຽກ ພ້ອມທັງເນັ້ນໜັກໃຫ້ຄະນະຮັບຜິດຊອບກຳມະການເປັນເຈົ້າການ, ເປັນໃຈກາງປະສານງານທຸກຢ່າງໃຫ້ໂລ່ງລ່ຽນ; ມີຄວາມສາມັກຄີເປັນປຶກແຜ່ນ; ທຸກໜ່ວຍງານ ຕ້ອງມີແຜນວຽກໃຜລາວ; ຮັບປະກັນເນື້ອໃນຂ່າວໃຫ້ແຫຼມຄົມ ແລະ ລົງເລິກຢ່າງທົ່ວເຖິງ; ມີສະຕິລະວັງຕົວສູງຕໍ່ຂ່າວທີ່ບໍ່ມີມູນຄວາມຈິງ ຫຼື ບິດເບືອນທີ່ຈະເປັນປາກົດການຫຍໍ້ທໍ້ຕ່າງໆ ແລະ ຮຽກຮ້ອງໝົດທຸກຄົນ ຈົ່ງພ້ອມພາກັນຈັດຕັ້ງໜ້າທີ່ນີ້ໃຫ້ດີ ມີຜົນສຳເລັດທຸກປະການ.