ຍົກລະດັບຄຸນນະພາບການສຶກສາລາວ ຜ່ານເວທີສຳມະນາວິທະຍາສາດ ປະຈຳປີ 2025 ທີ່ແຂວງສະຫວັນນະເຂດ
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ, ໄດ້ຈັດກອງປະຊຸມສຳມະນາວິທະຍາສາດການສຶກສາ ປະຈຳປີ 2025 ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າມື້ນີ້ 22 ມັງກອນ 2026 ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລແຂວງສະຫວັນນະເຂດ (ມຂ) ເພື່ອລະດົມຄວາມຄິດ ແລະ ເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດ ທີ່ຈະເປັນບ່ອນອີງສຳຄັນໃນການວາງນະໂຍບາຍພັດທະນາການສຶກສາແຫ່ງຊາດ.
ກອງປະຊຸມຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຊຶ່ງມີບັນດາທ່ານ ອະດີດການນຳຂອງກະຊວງ ສສກ, ຫົວໜ້າກົມ, ສະຖາບັນ, ສູນ, ພະແນກສຶກສາທິການ...








