Skip to main content

ບານບ້ວງລໍ້ເລື່ອນ 3×3 ທີມຍິງ ຄວ້າຫຼຽນທອງ ໃຫ້ທັບນັກກິລາຄົນພິການລາວ ໃນອາຊຽນ ພາຣາເກມ 2025

22/01/2026
ສາວທັບນັກກິລາບານບ້ວງລໍ້ເລື່ອນຄົນພິການທີມຊາດລາວ ປະເພດ 3×3 ທີມຍິງ ຄວ້າຫຼຽນທອງ ຊຶ່ງເປັນຫຼຽນທຳອິດ ໃຫ້ທັບນັກກິລາຄົນພິການລາວ ໃນງານກິລາອາຊຽນ ພາຣາເກມ 2025 ຈັດຂຶ້ນທີ່ນະຄອນຣາຊະສີມາ ປະເທດໄທ ຮັບກຽດເປັນເຈົ້າພາບ.
ສຳລັບທັບນັກກິລາຄົນພິການລໍ້ເລື່ອນທີມຊາດລາວ ຊຸດນີ້ ປະກອບມີ ນາງ ນິດ ຕະທິວົງ ເປັນຫົວໜ້າທີມ, ນາງ ພູໂຂງ, ນາງ ພິດສະໄໝ ແກ້ວປະເສີດ, ນາງ ໜູຫ້ຽນ ກະສຽນ ແລະ ນາງ ຕຸລາໄຊ ຕະອ່ອນເກດ ໄດ້ລົງສະໜາມແຂ່ງຂັນ 4 ນັດ ໃນຮອບຄັດເລືອກ ຊະນະໄດ້ພຽງ 1 ນັດ ແລະ ເສຍ 3 ນັດ ກໍຄື ນັດທຳອິດ ລາວ ເສຍໃຫ້ ເຈົ້າພາບ ໄທ 5-16 ຄະແນນ, ນັດທີ 2 ລາວ ຊະນະ ຟິລິບປິນ 8-5 ຄະແນນ, ນັດທີ 3 ລາວ ເສຍໃຫ້ ເຈົ້າພາບ ໄທ 2-14 ຄະແນນ ແລະ ນັດສຸດທ້າຍ ລາວ ເສຍໃຫ້ ຟິລິບປິນ 4-8 ຄະແນນ ສົ່ງຜົນເຮັດໃຫ້ ຄະແນນເທົ່າກັນ ຟິລິບປິນ ແຕ່ ຟິລິບປິນ ມີຄະແນນໄດ້ເສຍດີກວ່າ ຈຶ່ງໄດ້ຜ່ານເຂົ້າຊີງຫຼຽນຄຳ ແລະ ໄປເສຍໃຫ້ ເຈົ້າພາບ ໄທ ໄດ້ພຽງຫຼຽນເງິນ ແລະ ຫຼຽນຄຳ ເປັນຂອງເຈົ້າພາບ ວານນີ້ 21 ມັງກອນ 2026 ກໍໄດ້ມີພິທີມອບຫຼຽນຢ່າງເປັນທາງການ.
ສຳລັບສາວບານບ້ວງລໍ້ເລື່ອນຄົນພິການລາວ ກໍສືບຕໍ່ລົງແຂ່ງຂັນປະເພດ 5×5 ພົບກັບ ເຈົ້າພາບ ໃນຕອນເຊົ້າວັນທີ 21 ມັງກອນ 2026 ແລະ ກໍເສຍໃຫ້ເຈົ້າພາບ 25-60 ຄະແນນ ແລະ ມື້ນີ້ 22 ມັງກອນ 2026 ຈະລົງສາວບານບ້ວງລໍ້ເລື່ອນຄົນພິການລາວ ຈະລົງສະໜາມໃນນັດທີ 2 ພົບ ຟິລິບປິນ ເວລາ 10:00 ໂມງ ເປັນຕົ້ນໄປ.
ພາບ-ຂ່າວໂດຍ ສົງການ ພັນແພງດີ