ປະທານຍົກນໍ້າໜັກລາວ ພ້ອມມອບເງິນໂບນັດໃຫ້ນັກກິລາ ຫາກສ້າງຜົນງານດີໃນ ອາຊຽນ ພາຣາເກມ 2025
22/01/2026

ທ່ານ ຄອນພະຈັນ ໄຊຍະສຸກ ປະທານສະຫະພັນຍົກນໍ້າໜັກຄົນພິການແຫ່ງຊາດລາວ ພ້ອມໃຫ້ເງິນໂບນັດເພື່ອເປັນກຳລັງໃຈໃຫ້ນັກກິລາຍົກນໍ້າໜັກຄົນພິການທີມຊາດລາວ ຫາກສາມາດສ້າງຜົນງານດີ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນ ພາຣາເກມ 2025 ທີ່ນະຄອນຣາຊະສີມາ ປະເທດໄທ ເປັນເຈົ້າພາບ.
ທ່ານ ຄອນພະຈັນ ໄຊຍະສຸກ ໃຫ້ສຳພາດວ່າ: ຂໍສົ່ງແຮງເຊຍເພື່ອເປັນກຳລັງໃຈໃຫ້ທັບນັກກິລາຄົນພິການລາວ ທຸກປະເພດກິລາ ໂດຍສະເພາະແມ່ນນັກກິລາຍົກນໍ້າໜັກຄົນພິການທີມຊາດລາວ ຈົ່ງພ້ອມກັນສູ້ຊົນຢ່າງສຸດຄວາມສາມາດ ຍົກສູງຈິດໃຈຊາດ ສ້າງຜົນງານຄວ້າໄຊຊະນະ ສ້າງກຽດ ແລະ ຊື່ສຽງມາສູ່ປະເທດຊາດ.
ປະທານສະຫະພັນຍົກນໍ້າໜັກຄົນພິການແຫ່ງຊາດລາວ ຍັງໄດ້ບອກອີກວ່າ: ເພື່ອເປັນກຳລັງໃຈໃຫ້ແກ່ທັບນັກກິລາຍົກນໍ້າໜັກຄົນພິການລາວ ສ້າງຜົນງານ ໃນງານດັ່ງກ່າວ ຫາກສາມາດຍາດໄດ້ຫຼຽນຄຳ ທາງສະຫະພັນ ພ້ອມຈະສະໜັບສະໜູນ ໂດຍຫຼຽນຄຳ 20 ລ້ານກວ່າກີບ (30.000 ບາດ ສະກຸນເງິນໄທ), ຫຼຽນເງິນ 13 ລ້ານກວ່າກີບ (20.000 ຊາດ) ແລະ ຫຼຽນທອງ 6 ລ້ານກວ່າກີບ (10.000 ບາດ) ສ່ວນຄູຝືກແມ່ນ 3 ລ້ານກວ່າກີບ (5.000 ບາດ).
ສຳລັບກິລາຍົກນໍ້າໜັກຄົນພິການລາວ ແມ່ນສົ່ງນັກກິລາເຂົ້າຮ່ວມແຂ່ງຂັນພຽງແຕ່ 2 ຄົນ ໃນຮຸ່ນນໍ້າໜັກດຽວກັນ 41 ກິໂລກຼາມ ນາງ ລັດສະໝີ ສີປະເສີດ ຈາກແຂວງໄຊຍະບູລີ ແລະ ນາງ ແດງມະນີ ສີບຸນເຮືອງ ຈາກແຂວງເຊກອງ ເຂົ້າຮ່ວມແຂ່ງຂັນ ແລະ ຈະລົງ
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເຄື່ອນໄຫວຊີ້ນຳວຽກງານ ແລະ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈຳປາສັກ
- ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ນະຄອນຫຼວງວຽງຈັນ
- ຫົວໜ້າພະແນກ ສກຂ ຈຳປາສັກ ພ້ອມດ້ວຍຄະນະ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢູ່ເມືອງປະທຸມພອນ
- ເມືອງອຸທຸມພອນ ເປີດບັ້ນສອບເສັງຈົບ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ
- ນັກຮຽນ ມ.4 ທົ່ວເມືອງຄູນຄຳ 248 ຄົນ ເຂົ້າຮ່ວມການສອບເສັງຈົບຊັ້ນ ປະຈຳສົກຮຽນ 2025-2026
- ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ

