ສຳເລັດການຝຶກອົບຮົມການນໍາໃຊ້ປຶ້ມພາສາຫວຽດ ສໍາລັບນັກຮຽນລາວ ຢູ່ ສປປ ລາວ
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖາບັນວິທະຍາສາດການສຶກສາ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມຝຶກອົບຮົມການໃຊ້ປຶ້ມພາສາຫວຽດໃຫ້ຄູສອນພາສາຫຽວ ຢູ່ ສປປ ລາວ ໃນລະຫວ່າງວັນທີ 29-30 ທັນວາ 2025 ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້້າຮ່ວມຂອງ ທ່ານ ອຸທິດ ທິບມະນີ ຜູ້ຊີ້ນໍາລວມ, ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ເຈິ່ນ ຮຸຍ ຮ່ວາງ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫວຽດນາມ, ທ່ານ ຮສ.ປອ ໄມ ວັນ ຈິ່ງ ຮອງຜູ້ອໍານວຍການສະຖາບັນວິທະຍາສາດການສຶກສາ ຫວຽດນາມ, ພ້ອມດ້ວຍຜູ້ຕ່າງໜ້າສະຖານທູດຫວຽດນາມປະຈໍາ ສປປ ລາວ,...








