“ຄວາມສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ”
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຖືກຍົກຂຶ້ນມາເປັນເຫດການທາງປະຫວັດສາດສຳຄັນທີ່ຈະກຳນົດທິດທາງການພັດທະນາປະເທດຊາດລາວໃນຊຸມປີຕໍ່ໜ້າ. ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ສຳພາດພິເສດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ໂດຍໄດ້ເນັ້ນໃສ່ຄວາມໝາຍສຳຄັນຂອງກອງປະຊຸມໃນຖານະເປັນອົງການນຳພາສູງສຸດທີ່ຈະກຳນົດເປົ້າໝາຍຍຸດທະສາດການພັດທະນາປະເທດຊາດໃນອະນາຄົດ.
ທ່ານ ພັນຄໍາ ເຜີຍຍະວົງ ກ່າວວ່າ: ກອງປະຊຸມດັ່ງກ່າວ ຈະດໍາເນີນຂຶ້ນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”. ກອງປະຊຸມໃນຄັ້ງນີ້ ຄາດວ່າຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ, ລວມທັງ ໂຄງການການເມືອງສະບັບທີ 3 ຂອງພັກ ເຊິ່ງຈະກຳນົດທິດທາງ, ຈຸດໝາຍ ແລະ ນະໂຍບາຍໃຫຍ່ 11 ປະການ, ພ້ອມກຳນົດເປົ້າໝາຍຍຸດທະສາດຮອດປີ 2055 ເມື່ອຄົບຮອບ 100 ປີການສ້າງຕັ້ງພັກ, ລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເຊິ່ງວາງເປົ້າໝາຍສຳຄັນ 6 ດ້ານ ແລະ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII. ນອກນັ້ນ, ກອງປະຊຸມຍັງເປັນເຫດການທີ່ສຳຄັນໃນການເລືອກຕັ້ງ ຄະນະບໍລິຫານງານສູນກາງພັກສະໄໝທີ XII ເພື່ອຮັບຜິດຊອບນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃນໄລຍະ 5 ປີຕໍ່ໜ້າ.
ທ່ານ ຄຳພັນ ເຜີຍຍະວົງ ໄດ້ຊີ້ແຈງຄວາມຄາດຫວັງຈາກກອງປະຊຸມໃນຫຼາຍດ້ານ ທາງດ້ານການເມືອງຄາດຫວັງວ່າຈະເຮັດໃຫ້ການນຳພາຂອງພັກເຂັ້ມແຂງ, ການຄຸ້ມຄອງລັດມີປະສິດທິພາບ, ແລະ ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ. ສ່ວນດ້ານເສດຖະກິດ, ຈະສຸມໃສ່ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ພັດທະນາແບບວ່ອງໄວ, ສີຂຽວ ແລະ ຍືນຍົງ ດ້ວຍການສົ່ງເສີມການຂະຫຍາຍຕົວທີ່ມີຄຸນນະພາບ, ສ້າງເສດຖະກິດມະຫາພາກທີ່ເຂັ້ມແຂງ ແລະ ພັດທະນາວິສາຫະກິດທຸກຂະໜາດ.ໃນດ້ານວຽກງານສຳຄັນອື່ນໆ ທີ່ຈະໄດ້ຮັບການເນັ້ນໃສ່ລວມມີການພັດທະນາຊັບພະຍາກອນມະນຸດ, ການປັບປຸງຄຸນະພາບຊີວິດ ແລະ ການຫຼຸດຜ່ອນຄວາມທຸກຍາກ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການເຊື່ອມໂຍງພາກພື້ນ ແລະ ສາກົນ, ແລະ ການປັບປຸງປະສິດທິພາບການຄຸ້ມຄອງລັດ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຈຶ່ງບໍ່ພຽງແຕ່ເປັນເຫດການປະຈຳສະໄໝຂອງພັກ, ແຕ່ຍັງເປັນຈຸດໝາຍປະຫວັດສາດທີ່ສະແດງເຖິງຄວາມມຸ່ງໝັ້ນອັນເດັດດ່ຽວທີ່ຈະນຳພາປະເທດຊາດກ້າວໄປສູ່ການພັດທະນາທີ່ຍືນຍົງ ແລະ ການສ້າງພື້ນຖາວອນໃຫ້ແກ່ລະບອບສັງຄົມນິຍົມ ຕາມທິດທາງທີ່ພັກໄດ້ກຳນົດໄວ້.
ຂ່າວຈາກ: ປະຊາຊົນ
ຂ່າວທີ່ກ່ຽວຂ້ອງ